ທ່າພະບາດ ຝຶກອົບຮົມເຕັກນິກ ການລ້ຽງສັດໃຫຍ່

ໃນວັນທີ 16 ກຸມພາ 2021 ຢູ່ຫ້ອງການກະສິກໍາ ແລະປ່າໄມ້ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດຊຸດຝຶກອົບຮົມເຕັກນິກການລ້ຽງສັດໃຫຍ່ໃຫ້ແກ່ເຈົ້າຂອງຟາມ ແລະພໍ່-ແມ່ປະຊາຊົນຜູ້ທີ່ລ້ຽງສັດໃຫຍ່ພາຍໃນເມືອງ,ເປັນກຽດເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ໂດຍທ່ານ ສົມສະໜິດ ປະເສີດສິດ ຮອງຫົວໜ້າຫ້ອງການກະສິກໍາ ແລະປ່າ ໄມ້ເມືອງທ່າພະບາດ, ມີຄູຝຶກວິຊາການຂອງຫ້ອງການກະສິກໍາ ແລະປ່າໄມ້ເມືອງພ້ອມດ້ວຍນັກສໍາມະນາກອນ ຈໍານວນ 24 ທ່ານ, ຍິງ 2 ທ່ານ ເຂົ້າຮ່ວມ.

ໃນການຝຶກອົບຮົມຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບເຕັກນິກການລ້ຽງສັດໃຫຍ່,ການຄັດເລືອກແນວພັນສັດ,ການຈັດການທົ່ງຫຍ້າ ແລະວິທີການເຮັດຫຍ້າໝັກ,ເຟືອງໝັກ ແລະກ້ອນແຮ່ທາດພ້ອມດຽວກັນນີ້ກໍ່ໄດ້ນໍາພານັກສໍາມະນາກອນລົງທັດສະນະສຶກສາຢູ່ຟາມລ້ຽງງົວທອມຂອງ ນາງ ສຸກສາໝອນ ປ້ອງຄໍາແສງ ຢູ່ບ້ານສາມະຄີໄຊ ເມືອງທ່າພະບາດພ້ອມທັງລົງປະຕິບັດຕົວຈິງວິທີການເຮັດຫຍ້າໝັກ ແລະເຟືອງໝັກ.

ສະໜັບສະໜູນໂດຍ: HONDA

  ຫຼັງຈາກນັ້ນກໍ່ໄດ້ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນໃຫ້ກຽດກ່າວມອບໂດຍທ່ານ ສົມສະໜິດ ປະເສີດສິດ.