ລັດຖະມົນຕີກະຊວງຍຸຕິທໍາເຄື່ອນໄຫວວຽກງານຢູ່ຫຼວງພະບາງ

 ໃນວັນທີ 18 ກຸມພາ 2021 ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາພ້ອມຄະນະໄດ້ເຂົ້າພົບ ທ່ານ ຄໍາຂັນຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ຢູ່ທີ່ຫ້ອງວ່າການປົກຄອງແຂວງເນື່ອງໃນໂອກາດທີ່ໄດ້ເດີນທາງມາເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ.

 ຈາກນັ້ນ, ທ່ານລັດຖະມົນຕີກະຊວງຍຸຕິທໍາພ້ອມດ້ວຍຄະນະກໍໄດ້ລົງຊຸກຍູ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຢູ່ພະແນກຍຸຕິທໍາແຂວງ, ໂດຍໄດ້ຮັບການຕ້ອນຮັບຈາກຫົວໜ້າພະແນກຍຸຕິທໍາແຂວງ ແລະ ຫົວໜ້າຫ້ອງການຍຸຕິທໍາ 12 ເມືອງພ້ອມດ້ວຍພະນັກງານວິຊາການຂອງພະແນກຍຸຕິທໍາແຂວງ, ໃນໂອກາດລົງເຄື່ອນໄຫວ ວຽກງານຢູ່ພະແນກຍຸຕິທໍາແຂວງທ່ານລັດຖະມົນຕີກະຊວງຍຸດຕິທຳໄດ້ຮັບຟັງການລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງພະແນກຍຸຕິທໍາແຂວງໃນໄລ ຍະຜ່ານມາເປັນຕົ້ນວຽກງານການເມືອງ-ແນວຄິດ, ວຽກງານວິຊາສະເພາະ, ການຕີລາຄາດ້ານດີ,ດ້ານອ່ອນ,ຂໍ້ຄົງຄ້າງ ແລະການກໍານົດທິດທາງແຜນການປີ 2021 ຂອງພະແນກຍຸຕິທໍາແຂວງເພື່ອເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານບັນລຸຕາມແຜນການທີ່ວາງໄວ້.

  ຕອນທ້າຍຂອງກອງປະຊຸມທ່ານລັດຖະມົນຕີກໍໄດ້ມີຄໍາເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ ແລະຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະນໍາມີຜົນສໍາເລັດຫຼາຍດ້ານ ແລະ ໄດ້ເນັ້ນໜັກໃຫ້ຫົວໜ້າພະແນກຍຸຕິທໍາແຂວງບັນດາຫົວໜ້າຫ້ອງການຫ້ອງການຍຸຕິທໍາເມືອງຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ຜັນຂະຫຍາຍດ້ານດີປັບປຸງ ດ້ານອ່ອນ ແລະຂໍ້ແກ້ໄຂຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ,ຫຼັງຈາກນັ້ນທ່ານລັດຖະມົນຕີກະຊວງຍຸຕິທໍາຍັງໄດ້ມອບເງິນຈໍານວນ 10 ລ້ານກີບ ໃຫ້ແກ່ພະແນກຍຸຕິທໍາ ແຂວງຫຼວງພະບາງ, ບັນດາຫ້ອງການຍຸຕິທໍາ 11 ເມືອງ ແລະ 1 ນະຄອນ ລວມເປັນມູນຄ່າເງິນທັງໝົດຈຳນວນ 130 ລ້ານກີບ ເພື່ອ ຊຸກຍູ້ການເຄື່ອນໄຫວວຽກງານຍຸຕິທໍາຮາກຖານໃຫ້ເປັນຂະບວນການແຂງແຮງ ແລະກວ້າງຂວາງອີກດ້ວຍ.

ຂ່າວ: ສີປະໄພ ເພັດປະທຸມມາ