ມອບ-ຮັບເງິນລາງວັນຖືກຫວຍຈາກການຊື້ຜ່ານຢູມັນນີ

  ພິທີມອບເງິນລາງວັນໃຫ້ແກ່ລູກຄ້າທີ່ຖືກຫວຍຈຳນວນ 40 ລ້ານກີບ ຂອງສາຂາຫວຍໂຊກໄຊໂດຍຊື້ຜ່ານທາງແອັບພິເຄຊັນ ຫຼືຜະລິດຕະພັນຢູມັນນີ (U-money) ຊຶ່ງເປັນເຄືອຂ່າຍຂອງບໍລິສັດ Unitel ຈັດຂຶ້ນທີ່ງານວາງສະແດງສິນຄ້າຫໍຈາລຶກ 21 ມີນາ ໄດ້ຈັດຂຶ້ນທີ່ເມືອງທ່າແຂກໃນວັນທີ 18 ກຸມພາ 2021, ເປັນກຽດມອບລາງວັນດັ່ງກ່າວໂດຍທ່ານຫງວຽນຕຽນບິ່ງອຳນວຍການບໍລິສັດ ສະຕາໂທລະຄົມສາຂາແຂວງຄຳມ່ວນ ແລະຜູ້ໂຊກດີແມ່ນທ້າວ ແສງຈັນ ໄຊຍະສານ ອາຍຸ 24 ປີ,ຢູ່ບ້ານ ສ້າງປຸ່ງບອນເມືອງຍົມມະລາດແຂວງຄຳມ່ວນຖືກຫວຍ 5 ໂຕ ທີ່ອອກ ໃນງວດວັນທີ 8 ກຸມພາ 2021 ເລກຫວຍທີ່ອອກແມ່ນ (64310).

 ທ້າວ ແສງຈັນ ໄຊຍະສານ ໄດ້ສະແດງຄວາມຮູ້ສຶກວ່າ: ຂ້າພະເຈົ້າໄດ້ຮູ້ຈັກກັບຜະລິດຕະພັນ ຫຼືແອັບ U-money ຜ່ານພະນັກງານຂາຍຂອງບໍລິສັດຢູນິເທວຊຶ່ງແອັບດັ່ງກ່າວແມ່ນມີຄວາມສະດວກສະບາຍຫຼາຍຢ່າງສາມາດຕື່ມມູນຄ່າໂທ, ຊຳລະຄ່າອິນເຕີເນັດ, ສາມາດໂອນເງິນ, ຮັບເງິນ ແລະຊໍາລະຄ່າບໍລິການອື່ນໆ ໄດ້ທີ່ສຳຄັນແມ່ນສາມາດຊື້ຫວຍຜ່ານແອັບນີ້ໄດ້ ແລະໃນນັ້ນຂ້າພະເຈົ້າກໍ່ມີຄວາມຮູ້ສຶກດີໃຈຫຼາຍທີ່ເປັນຜູ້ໂຊກດີຖືກຫວຍ 5 ໂຕ ໂດຍໄດ້ຊື້ຜ່ານແອັບຢູມັນນີຄືດັ່ງທີ່ໄດ້ມາຮັບລາງວັນໃນມື້ນີ້ ແລະຂ້າພະເຈົ້າກໍ່ຕ້ອງຂໍຂອບໃຈມາຍັງບໍລິສັດຢູນິເທວທີ່ໄດ້ສ້າງຜະລິດຕະພັນດີໆແບບນີ້ຂຶ້ນມາໃຫ້ລູກຄ້າໄດ້ໃຊ້ບໍລິການພ້ອມນັ້ນກໍ່ຂໍເຊີນຊວນໝູ່ເພື່ອນ ແລະພໍ່ແມ່ປະຊາ ຊົນໄດ້ມາໃຊ້ບໍລິການຜະລິດຕະພັນດັ່ງກ່າວເພື່ອຄວາມສະດວກສະບາຍໃນຊີວິດປະຈຳວັນຂອງທ່ານທັງປະຫຍັດເວລາ ແລະມີຄວາມປອດໄພສູງ.

 ທ່ານຫງວຽນຕຽນບິ່ງອຳນວຍການບໍລິສັດສະຕາໂທລະຄົມຂາສາແຂວງຄຳມ່ວນໄດ້ກ່າວວ່າ: ຜະລິດຕະພັນ U-money ຂອງບໍລິສັດສະຕາວິນແທັກຊຶ່ງເປັນເຄືອຂ່າຍຂອງບໍລິສັດສະຕາໂທລະຄົມ ຫຼືຢູນິເທວແມ່ນບໍລິການດ້ານການເງິນເທິງມືຖື ຫຼືເອີ້ນວ່າກະເປົ໋າເງິນເອເລັກໂຕຣນິກເພື່ອຊ່ວຍໃຫ້ປະຊາຊົນສາມາດເຮັດທຸລະກຳທາງດ້ານການເງິນໄດ້ບໍ່ວ່າຈະເປັນການໂອນເງິນ-ຮັບເງິນແລະການຊຳລະຄ່າບໍລິການອື່ນໆເຊັ່ນ: ການຕື່ມມູນຄ່າໂທ, ການຊຳລະຄ່າອິນເຕີເນັດ, ຄ່າປະກັນໄພ ແລະໃນໄວໆ ນີ້ຍັງຈະມີການຊຳລະຄ່າໄຟຟ້າ, ນໍ້າປະປາຊຶ່ງມີຄວາມສະດວກ, ປອດໄພສາມາດເຮັດທຸລະກຳໄດ້ທຸກທີ່ທຸກເວລາໃຜກໍ່ໃຊ້ໄດ້ພຽງແຕ່ມີສັນຍານຂອງຢູນິເທວ, ທ່ານ ຫງວຽນຕຽນບິ່ງກ່າວຕື່ມວ່າ: U-money ແມ່ນສາມາດໃຫ້ບໍລິການແລ້ວກວມ 10 ຕົວເມືອງ ຂອງແຂວງຄຳມ່ວນປະຈຸບັນມີລູກຄ້າທີ່ຊົມໃຊ້ແອັບດັ່ງກ່າວແລ້ວຈຳນວນ 40 ພັນກວ່າເລກໝາຍ, ມີຕົວແທນທີ່ລູກຄ້າສາມາດໂອນເງິນ-ຖອນເງິນໄດ້ແລ້ວ 250 ກວ່າຮ້ານ ແລະ ມີຮ້ານທີ່ຮັບນໍາໃຊ້ເງິນ U-money ຜ່ານຢູອາໂຄດຈຳນວນ 1.000 ກວ່າຮ້ານ ໃນທົ່ວແຂວງຄຳມ່ວນ.

ຂ່າວ: ກອງຄຳ