ວາງສະແດງສິນຄ້າ ໂອດັອບ ຄັ້ງທີ IV ທີ່ສູນການຄ້າ SAVAN-ITECC

  ງານວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (O DOP) ໄດ້ເປີດຂຶ້ນເມື່ອບໍ່ດົນມານີ້ທີ່ສູນການຄ້າສະຫວັນ-ໄອເຕັກ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດຈາກນັ້ນກໍ່ມີບັນດາຫົວໜ້າກົມ, ຮອງກົມ, ເຈົ້າເມືອງ-ຮອງເຈົ້າ ເມືອງ,ບັນດາພະແນກການອ້ອມຂ້າງແຂວງ,ພ້ອມດ້ວຍຫົວໜ່ວຍທຸລະກິດພາຍໃນແຂວງ,ຕ່າງແຂວງກໍ່ໄດ້ເຂົ້າຮ່ວມ. ພິເສດຍັງມີທ່ານ ກົງສຸນແຫ່ງ ສສ ຫວຽດນາມ ແລະລາຊະອານາຈັກໄທປະຈຳແຂວງສະຫວັນນະເຂດກໍ່ໄດ້ເປັນກຽດເຂົ້າຮ່ວມໃນຄັ້ງນີ້.

 ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງກໍ່ໄດ້ລາຍງານໃຫ້ຮູ້ວ່າ: ການຈັດງານວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນກໍ່ເພື່ອເປັນການກະຕຸກຊຸກຍູ້, ສົ່ງເສີມຂະບວນການຜະລິດພາຍໃນປະເທດເວົ້າລວມ,ເວົ້າສະເພາະກໍ່ແມ່ນແຂວງສະຫວັນນະເຂດດ້ວຍຫຼາຍທ່າແຮງທີ່ບົ່ມຊ້ອນເປັນຕົ້ນແມ່ນການຜະລິດເປັນສິນຄ້າໂດຍສະເພາະສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ໃຫ້ນັບມື້ເຂັ້ມແຂງ, ໄດ້ມາດຕະຖານ ແລະຫຼາກຫຼາຍຜະລິດຕະພັນ, ໂດຍອີງໃສ່ເງື່ອນໄຂ,ສະພາບແວດລ້ອມທີ່ເອື້ອອຳນວຍພາຍໃນທ້ອງຖິ່ນເຊັ່ນ: ວັດຖຸດິບພາຍໃນ,ການຜະລິດຫັດຖະກຳທີ່ມີມູນເຊື້ອພູມປັນຍາຊາວບ້ານ ແລະ ຕິດພັນກັບວັດທະນະທຳບັນດາເຜົ່າຂອງແຕ່ລະທ້ອງຖິ່ນ,ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນບັນດາເຜົ່າຂອງແຕ່ລະທ້ອງຖິ່ນ,ໄດ້ມີເງື່ອນໄຂທຳການຜະລິດເປັນສິນຄ້າອຸປະໂພກ-ບໍລິໂພກ, ສິນຄ້າທີ່ລະນຶກຕິດພັນກັບວຽກງານທ່ອງທ່ຽວ ແລະຜະລິດຕະພັນອື່ນໆ, ງານວາງສະແດງ ສິນຄ້າຄັ້ງນີ້ມີປະມານ 61 ຫ້າງ ຮ້ານເຂົ້າຮ່ວມ, ໃນນັ້ນຫົວໜ່ວຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນມີ 22 ຫ້າງຮ້ານ, ຈາກແຂວງສະຫວັນນະເຂດ 14 ຫ້າງຮ້ານ ແລະຈາກແຂວງຕ່າງໆໃນທົ່ວປະເທດ 8 ຫ້າງຮ້ານ, ຊຶ່ງງານຄັ້ງນີ້ໄດ້ຈັດ ຂຶ້ນໃນລະຫວ່າງວັນທີ 12-18 ກຸມພາ 2021 ທີ່ສູນການຄ້າສະຫວັນ-ໄອເຕັກ.

  ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ການນຳຂັ້ນຕ່າງໆທີ່ໄດ້ເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມປະຊາຊົນກໍ່ຄືຫົວ ໜ່ວຍທຸລະກິດທັງພາຍໃນແຂວງ ແລະຕ່າງແຂວງໄດ້ນຳເອົາສິນຄ້າພູມປັນຍາຊາວບ້ານທີ່ເປັນເອກະລັກສະເພາະທ້ອງຖິ່ນມາສະເໜີຕໍ່ລູກຄ້າໃນການຈຳໜ່າຍໃຫ້ແກ່ ສັງຄົມ.

  ຈາກນັ້ນທ່ານລັດຖະມົນຕີ, ທ່ານເຈົ້າແຂວງພ້ອມດ້ວຍຄະນະປະທານກໍ່ໄດ້ຮ່ວມກັນຕັດແຖບຜ້າເປີດງານຄັ້ງນີ້ຢ່າງເປັນທາງການພ້ອມທັງໄດ້ເລາະຊົມຮ້ານວາງສະ ແດງ ແລະຜະລິດຕະພັນທີ່ມາຈຳໜ່າຍໃນຄັ້ງນີ້.

ໂດຍ: ຂ່າວສະຫວັນ