ຊາວໜຸ່ມນັກຮຽນເຂົ້າຮ່ວມຂະບວນການຂັບຂີ່ປອດໄພ

  ເມື່ອອາທິດຜ່ານມາທີ່ໂຮງຮຽນ ມສ ອຸທຸມພອນ,ເຂດເສດຖະກິດພີເສດສະຫວັນ-ເຊໂນ ສົມທົບກັບຄະນະຊາວໜຸ່ມແຂວງ, ພະແນກຕໍາຫຼວດຈາລະຈອນແຂວງ,ກອງຄຸ້ມຄອງພາຫະນະແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງອຸທຸມພອນ ໄດ້ຈັດກິດຈະກໍາຂັບຂີ່ປອດໄພຫ່ວງໄຍຊີວິດຫ່າງໄກສິ່ງເສບຕິດເພື່ອຕ້ອນຮັບ ວັນເລືອກຕັ້ງສະມາຊິກສະພາ ແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ໂດຍການເຂົ້າຮ່ວມຂອງ ທ່ານ ທອງໃສ ໄຊຍະວົງຄໍາດີ ຫົວໜ້າຄະ ນະບໍລິຫານເຂດເສດຖະກິດພິເສດສະຫວັນ-ເຊໂນ, ທ່ານ ພູລໍາພອນ ສີຫາວົງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ທອງໃສ ໄຊຍະວົງຄໍາດີ ກ່າວເປີດພິທີວ່າ: ການຈັດກິດຈະກໍາອັນນີ້ຂຶ້ນກໍ່ເພື່ອປູກຈິດສໍານຶກໃຫ້ນ້ອງນັກຮຽນ ມສ ອຸທຸມພອນ ໄດ້ຮູ້ກ່ຽວກັບການຂັບຂີ່ລົດລາງພາ ຫະນະຕາມທ້ອງຖະໜົນໃຫ້ມີຄວາມປອດໄພເພື່ອຫຼີກລ້ຽງຈາກການເກີດອຸບັນເຫດອັນຈະສ້າງຄວາມເສຍຫາຍແກ່ຊັບສິນລວມໝູ່,ບຸກຄົນ,ເສຍທັງເງິນ,ເສຍທັງເວລາ, ຍິ່ງໄປກວ່ານັ້ນກໍ່ແມ່ນເສຍຊີວິດ,ສິ່ງສໍາຄັນອີກອັນໜຶ່ງກໍ່ແມ່ນເພື່ອສ້າງຂະບວນການໄວ້ຕ້ອນຮັບບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IXແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ II.

  ທ່ານ ພັນໂທ ໄພວັນ ແກ້ວວໍລະວົງ ຮອງພະແນກຕໍາຫຼວດຈາລະຈອນກອງບັນຊາການ ປກສ ແຂວງມີຄໍາເຫັນວ່າ: ຢາກໃຫ້ຊາວໜຸ່ມນ້ອງນັກຮຽນທຸກຄົນຈົ່ງມີສະຕິ ໃນການຂັບຂີ່ລົດຕາມທ້ອງຖະໜົນເພື່ອຄວາມປອດໄພຂອງໝົດທຸກຄົນ, ການຂັບຂີ່ລົດຈັກທຸກຄັ້ງຕ້ອງໃສ່ໝວກກັນກະທົບ, ບ່ອນໃດຄວນຂັບຂີ່ໄວ,ບ່ອນໃດຄວນຂັບຂີ່ຊ້າ, ບ່ອນໃດແຊງໄດ້ແຊງບໍ່ໄດ້ອັນນີ້ທຸກຄົນຕ້ອງລະມັດລະວັງເພື່ອຫຼີກລ້ຽງຈາກການເກີດອຸບັດເຫດ.

 ຈາກນັ້ນໃນພິທີກໍ່ໄດ້ເລີ່ມເປີດກິດຈະກໍາຂັບຂີ່ປອດໄພໂດຍເລີ່ມອອກຈາກໂຮງຮຽນ ມສ ອຸທຸມພອນ ລ້ຽວຂວາໄປຕາມທາງເລກທີ 9 ຮອດວົງວຽນໃຫຍ່ແລ້ວລ້ຽວກັບຄືນຕາມທາງເລກທີ 9 ລ້ຽວຂວາ 3 ແຍກໄປວຽງຈັນລ້ຽວຊ້າຍ 3 ແຍກກັບຄືນໂຮງຮຽນ ມສ ອຸທຸພອນ,ນອກນັ້ນຍັງໄດ້ມີການຖາມ-ຕອບຄວາມຮູ້ກ່ຽວກັບການຂັບຂີ່, ປ້າຍຈາລະຈອນ ແລະຄວາມຮູ້ຮອບຕົວເພື່ອເອົາຂອງຂວັນລາງວັນຕື່ມອີກ.

ສະໜັບສະໜູນໂດຍ: HONDA