ທ່າປາງທອງ ລວມຍອດຜະລິດຕະພັນພາຍໃນບັນລຸ 400 ຕື້ກວ່າກີບ

 ທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປາງທອງ ໃຫ້ຮູ້ວ່າ: ໃນປີ 2020 ຜ່ານມາເມືອງທ່າປາງທອງສະຫຼຸບຕີລາຄາການຈັດຕັ້ງປະຕິບັດມີແຜນພັດທະນາເສດຖະກິດສັງຄົມ ໃນດ້ານການເຕີບໂຕຂອງເສດຖະກິດຂອງເມືອງໄດ້ສືບຕໍ່ຂະຫຍາຍຕົວໃນລະດັບ 4% ລວມຍອດຜະລິດຕະພັນພາຍໃນຈີດີພີ ປີ 2020 ປະຕິບັດໄດ້ 402,58 ຕື້ກີບ ທຽບໃສ່ແຜນປີປະຕິບັດໄດ້ເກືອບ 99% ໃນນັ້ນຂະແໜງກະສິກຳ 311,31 ຕື້ກີບເພີ່ມຂຶ້ນ 5%,ຂະແໜງອຸດສາຫະກຳ 43,25 ຕື້ກີບ ເພີ່ມຂຶ້ນເກືອບ 6% ຂະແໜງບໍລິການ 48,02 ຕື້ກີບ ເພີ່ມຂຶ້ນເກືອບ 5% ສະເລ່ຍໃສ່ຫົວຄົນໄດ້ 8,76 ລ້ານກີບ ຫຼືປະມານ984 ໂດລາຕໍ່ ຄົນຕໍ່ປີສະພາບການລົງທຶນໄດ້ຮັບການສະ ໜອງທຶນເຂົ້າໃສ່ການພັດທະນາເສດຖະກິດສັງຄົມຊື່ງລວມ ມີທຶນຂອງລັດຊ່ວຍເຫຼືອລ້າ ແລະກູ້ຢືມ, ການລົງທຶນຂອງເອກະຊົນພາຍໃນແລະຕ່າງປະເທດ, ສິນເຊື່ອ ທະນາຄານລວມທັງໝົດ54,33 ຕື້ກີບ ໃນນັ້ນການລົງທຶນຂອງລັດ 5,58 ຕື້ກີບກວມ 10,3% ຂອງທຶນທັງໝົດ, ທຶນຊ່ວຍເຫຼືອລ້າ 4,57 ຕື້ກີບກວມ 8,4% ການລົງທຶນຂອງເອກະຊົນພາຍໃນ 40,28 ຕື້ກີບ ກວມ 74% ແລະສິນເຊື່ອທະນາ ຄານ 3,89 ຕື້ກີບກວມ 7%.

 ຂົງເຂດເສດຖະກິດດ້ານກະສິກຳປ່າໄມ້ທົ່ວເມືອງຜະລິດເຂົ້າເປືອກໄດ້ທັງໝົດ 33 ພັນກວ່າໂຕນ ເທົ່າກັບ 89% ຂອງແຜນການປີໃນນັ້ນເຂົ້ານາປີ 29 ພັນກວ່າໂຕນ, ເຂົ້ານາແຊງ 3 ພັນກວ່າໂຕນ, ສະເລ່ຍໃສ່ຫົວຄົນ 700 ກວ່າກິໂລຕໍ່ຄົນຕໍ່ປີດຸ່ນດ່ຽງໃນທົ່ວເມືອງມີເຂົ້າເຫຼືອກິນ 17 ພັນກວ່າໂຕນເຂົ້ານາປີມີເນື້ອທີ່ທຳການຜະລິດທັງໝົດ 9 ພັນກວ່າເຮັກຕາ ເພີ່ມຂຶ້ນເກືອບ 45 ເຮັກຕາ,ເຂົ້ານາແຊງການຜະລິດໃນເຂດຊົນລະປະທານເຊສະລາລອງຈຳນວນ 703 ຄອບຄົວມີເກືອບ 800 ເຮັກ ຕາ, ນາຫວ່ານ 100 ກວ່າເຮັກຕາ, ນາຢອດ 4,5 ເຮັກຕາ ແລະນາດຳ600 ກວ່າເຮັກ ຕາ ສະເລ່ຍສະມັດຕະພາບເຂົ້າ 4,34 ໂຕນຕໍ່ເຮັກຕາ, ຜົນຜະລິດ 3 ພັນກວ່າໂຕນ ນຳໃຊ້ແນວພັນເຂົ້າປັບປຸງ 100%, ການປູກພືດສຳຮອງຊະນິດຕ່າງໆໄດ້ທັງໝົດເກືອບ 1 ພັນເຮັກຕາ, ໃນນັ້ນລະດູແລ້ງ 492 ເຮັກຕາ, ລະດູຝົນ 450 ເຮັກຕາ, ໄມ້ໃຫ້ໝາກ 247 ເຮັກຕາ, ສ້າງຄອບຄົວຕົວແບບການປູກຝັງໃນເຂດຊົນລະປະທານເຊສະລາລອງໃຫ້ການເປັນສິນຄ້າເຊັ່ນ: ປູກເຂົ້າ 25 ຄອບຄົວ, ປູກພືດປະສົມປະສານ19 ຄອບຄົວ.

   ແຜນການພັດທະນາເສດຖະກິດສັງຄົມປີ 2021 ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວໂດຍສະເລ່ຍໃນລະດັບ 5,20% ລວມຍອດຜະລິດຕະພັນພາຍໃນຂອງເມືອງທ່າປາງທອງໃຫ້ບັນລຸ 443,35 ຕື້ກີບ ສະເລ່ຍລາຍຮັບໃສ່ພົນລະເມືອງ 9,18 ລ້ານກີບຕໍ່ຄົນຕໍ່ປີເທົ່າກັບ 1 ພັນກວ່າໂດລາ ຕໍ່ຄົນຕໍ່ປີ ໃນນັ້ນຂະແໜງກະສິກຳ 330,72 ຕື້ກີບ ຂະຫຍາຍຕົວໃນລະດັບ4,65%,ຂະແໜງອຸດສາຫະກຳ 48,64 ຕື້ກີບ ຂະຫຍາຍຕົວໃນລະດັບ 4,24% ຂະແໜງການບໍລິການ 53,99 ຕື້ກີບຂະຫຍາຍຕົວໃນລະດັບ 5, 42%, ດ້ານການຜະລິດເຂົ້າສູ້ຊົນຂະຫຍາຍເນື້ອທີ່ນາໃຫ້ໄດ້ 110 ເຮັກຕາ, ຜົນຜະລິດເຂົ້າເປືອກລວມ ໃຫ້ໄດ້ເກືອບ 40 ພັນໂຕນ, ນາປີໃຫ້ໄດ້ເກືອບ 10 ພັນເຮັກຕາ, ນາແຊງ 595 ເຮັກຕາ,ຊຸກຍູ້ການປູກພືດສຳຮອງຊະນິດຕ່າງໆໃນລະດູແລ້ງໃຫ້ໄດ້ 960 ເຮັກຕາ, ລະດູຝົນ 580 ເຮັກຕາ ແລະໄມ້ໃຫ້ໝາກ 340 ເຮັກຕາ.