ມີລາຍຮັບຈາກການລ້ຽງໄກ່ຂາຍພາຄອບຄົວມີຢູ່ມີກິນ

   ປະຈຸບັນ, ການລ້ຽງສັດເປັນສິນຄ້າແມ່ນທາງເລືອກໜຶ່ງທີ່ສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວຍ້ອນວ່າປະເທດເຮົາເປັນປະເທດກະສິກຳຊຶ່ງພັກແລະລັດຖະບານໄດ້ຖືເອົາການຜະລິດກະສິກຳເປັນສິນຄ້າເປັນປັດໄຈຕັດສິນການພັດທະນາຊົນນະບົດ,ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະລັດຖະບານກໍໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ປະຊາ ຊົນຫັນຈາກການຜະລິດແບບທຳມະຊາດໄປສູ່ການຜະລິດເປັນສິນຄ້າໂດຍນຳໃຊ້ເຕັກນິກວິທະຍາສາດເຂົ້າໃນການຜະລິດເພື່ອໃຫ້ມີຜົນໄດ້ຮັບສູງໃນນີ້ການລ້ຽງສັດເປັນສິນຄ້າແມ່ນທາງເລືອກທີ່ດີ ແລະມີຜົນຕອບຮັບຢ່າງພໍໃຈຄືດັ່ງ: ຄອບຄົວທ່ານ ນາງ ຄູນມີ ຈັນທະສິດ ທີ່ມີຊີວິດການເປັນຢູ່ອຸດົມສົມບູນຍ້ອນການລ້ຽງໄກ່ເປັນສິນຄ້າ.

ນາງ ຄູນມີ ຈັນທະສິດ ອາຍຸ 44 ປີ ໄດ້ໃຫ້ສຳພາດວ່າ: ປະຈຸບັນຢູ່ບ້ານສຸກຈະເລີນ ເມືອງຜາອຸດົມ ແຂວງບໍ່ແກ້ວ ຄອບຄົວສະມາຊິກມີ 4 ຄົນ, ແຮງງານຕົ້ນຕໍ 2 ຄົນ, ອາຊີບໃນເມື່ອກ່ອນແມ່ນເຮັດນາ, ເຮັດສວນ ແລະລ້ຽງສັດແຕ່ສະພາບເສດຖະກິດຂອງຄອບຄົວໃນເວລານັ້ນແມ່ນພົບຄວາມຫຍຸ້ງຍາກ ແລະຝືດເຄືອງພໍສົມຄວນຈົນມາ ຮອດປີ 2019 ທາງຫ້ອງການກະສິກຳປ່າໄມ້ເມືອງຜາອຸດົມໄດ້ສົມທົບກັບໂຄງການພຶ້ນຟູຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຜູ້ຖືກຜົນກະທົບຈາກໂຄງການສ້າງເຂື່ອນໄຟ ຟ້ານໍ້າຕົກນໍ້າທາ 1 (SSAFE) ໄດ້ເອົາຂ້າພະເຈົ້າໄປທັດສະນະ ແລະໄປຝຶກອົບຮົມຢູ່ສວນສາທິດຂອງໂຄງການດັ່ງກ່າວເປັນຕົ້ນແມ່ນຝຶກເຕັກນິກວິທີການປູກຝັງ-ລ້ຽງ ສັດ, ການບົວລະບັດຮັກສາຊຶ່ງມີຫຼາຍກິດຈະກຳຄື: ຝຶກອົບຮົມກ່ຽວກັບການປູກພືດລະດູຝົນ-ລະດູແລ້ງ, ການເຮັດຫົວເຊື້ອປູກເຫັດການເພາະພັນກົບ-ການລ້ຽງກົບ, ລ້ຽງງົວ, ຄວາຍ, ແບ້ ແລະການລ້ຽງສັດປີກເປັນຕົ້ນ.

  ພາຍຫຼັງສຳເລັດການຝຶກອົບຮົມວິທີການປູກ-ການລ້ຽງແລ້ວຄອບຄົວຂອງຂ້າພະເຈົ້າຈຶ່ງໄດ້ຕັດສິນໃຈລ້ຽງສັດຄື: ການລ້ຽງໄກ່ສ່ວນແນວພັນໄກ່ແມ່ນທາງໂຄງການເອສເຊບເພີ່ນສະໜອງໃຫ້ ແລະກໍເປັນອາຊີບທີ່ຂ້າພະເຈົ້າເຄີຍເຮັດມາແຕ່ກ່ອນຫຼັງຈາກໄດ້ປະກອບອາຊີບລ້ຽງໄກ່ມາຂາຍເຫັນໄດ້ຢ່າງຈະແຈ້ງວ່າຊີວິດການເປັນຢູ່ຂອງຄອບ ຄົວໄດ້ມີການຫັນປ່ຽນດີຂຶ້ນເປັນກ້າວໆຊຶ່ງຄອບຄົວຂອງຂ້າພະເຈົ້າມີໄກ່ຢູ່ທັງໝົດປະມານ 300 ກວ່າໂຕ,ຂາຍໃນລາຄາ 50 ພັນກີບຕໍ່ກີໂລສຳລັບໄກ່ນ້ອຍອາຍຸປະມານ 2-3 ອາທິດ ແມ່ນຂາຍເປັນຄູ່, ໃນລາຄາ 10 ພັນກີບຕໍ່ຄູ່,ເດືອນໜຶ່ງໄດ້ຂາຍໄກ່ປະມານ 10-20 ກວ່າໂຕ ໄດ້ເງິນປະມານ 5 ແສນກີບຕໍ່ເດືອນສະຫຼຸບລວມໄດ້ຮັບເງິນ ເຂົ້າຄອບຄົວປະມານ 6 ລ້ານກີບຕໍ່ປີ.

 ທ່ານ ນາງ ຄູນມີ ຈັນທະສິດ ກ່າວຕື່ມອີກວ່າ: ຜົນສໍາເລັດໃນການສ້າງເສດຖະກິດຄອບຄົວຂອງຂ້າພະເຈົ້າຕົ້ນຕໍແມ່ນຍ້ອນປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດຖືກຕ້ອງແລະສອດຄ່ອງຊຶ່ງເຮັດໃຫ້ປະຊາຊົນບັນດາເຜົ່າໃນທົ່ວປະເທດມີໂອກາດໄດ້ນຳໃຊ້ທ່າແຮງຂອງຕົນເຂົ້າໃນການພັດທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໂດຍໄດ້ຮັບການອູ້ມຊູຊ່ວຍເຫຼືອຈາກຫຼາຍພາກສ່ວນເປັນຕົ້ນຫ້ອງການກະສິກຳ-ປ່າໄມ້ເມືອງ ແລະໂຄງການເອສເຊບທີ່ມີຄວາມເປັນຫ່ວງເປັນໄຍໄດ້ນຳເອົາໂຄງການດີໆມາໃຫ້ຊຶ່ງເປັນການສ້າງໂອກາດໃຫ້ຄອບຄົວຂອງຂ້າພະເຈົ້າໄດ້ມີວຽກເຮັດງານທຳ, ມີລາຍຮັບທີ່ໝັ້ນຄົງ ແລະຊີວິດການເປັນຢູ່ຂອງຄອບຄົວໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ແລະຈະສືບຕໍ່ຂະຫຍາຍການລ້ຽງສັດໃຫ້ຫຼາຍຂຶ້ນຕື່ມເພື່ອເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນ,ປະຈຸບັນ,ຊີວິດການເປັນຢູ່ຂອງຄອບ ຄົວແມ່ນມີການປ່ຽນແປງດີຂຶ້ນຫຼາຍຖ້າທຽບໃສ່ກັບເມື່ອກ່ອນ, ມີເຮືອນຢູ່ຖາວອນ 1 ຫຼັງ, ມີພາຫະນະຮັບໃຊ້, ມີເງິນໃຊ້ຈ່າຍປະຈຳວັນ, ມີແຫຼ່ງລາຍຮັບທີ່ໝັ້ນຄົງ, ມີເງິນທຶນສົ່ງເສີມລູກຮຽນໜັງສື, ສິ່ງສຳຄັນແມ່ນມີຄວາມພາກພູມໃຈຫຼາຍຕໍ່ກັບຜົນໄດ້ຮັບເຖິງວ່າມັນຈະໜ້ອຍແຕ່ກໍໄດ້ມາດ້ວຍເຫື່ອແຮງອັນບໍລິສຸດ ແລະທຸກຄົນສາມາດປ່ຽນແປງຕົນເອງຖ້າຮູ້ຈັກໝຸນໃຊ້ກາລະໂອກາດ ແລະທ່າແຮງຂອງຕົນ.

  ທ່ານ ຊຽງເພັງ ຈິດດາວົງ ເລຂາຄະນະພັກຮາກຖານກຸ່ມຈັດສັນຫາດມວກໄດ້ກ່າວຢັ້ງຢືນຕື່ມວ່າ: ຄອບຄົວນາງ ຄູນມີ ຈັນທະສິດແມ່ນຄອບຄົວໜຶ່ງທີ່ມີຄວາມດຸໝັ່ນ, ອົດທົນ,ເຮັດແທ້ທຳຈິງ ແລະມີຄວາມຕັ້ງອົກຕັ້ງໃຈໃນການພັດທະນາຕົນເອງກໍຄືພັດທະນາຄອບຄົວຈຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວຜູ້ກ່ຽວໄດ້ຮັບການພັດທະນາດີຂຶ້ນ ແລະກໍເປັນແບບຢ່າງທີ່ດີໃຫ້ແກ່ພໍ່ແມ່ປະຊາຊົນພາຍໃນບ້ານທາງອຳນາດການປົກຄອງຂັ້ນເທິງກໍຈະສືບຕໍ່ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນພາຍໃນເມືອງ, ແຂວງສຸມໃສ່ຜະລິດກະສິກຳເປັນສິນຄ້າໃຫ້ຫຼາຍຂຶ້ນຕາມທ່າແຮງຂອງຕົນເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີການປ່ຽນແປງດີຂຶ້ນກ້າວໄປສູ່ການລົບລ້າງຄວາມທຸກ ຍາກເທື່ອລະກ້າວ.

ໂດຍ.ນາກກາລະສິນ