ສາວຜູ້ລອດຊີວິດຈາກມະເຮັງ ສູ່ນັກບິນອາວະກາດ

 ຍິງຄົນອາເມລິກາອາຍຸ 29 ປີ ຜູ້ລອດຊີວິດຈາກພະຍາດມະເຮັງກະດູກສູ່ນັກບິນອາວະກາດທີ່ມີອາຍຸນ້ອຍທີ່ສຸດຖືກເລືອກໃຫ້ເຂົ້າຮ່ວມໃນພາລະກິດບິນໂຄຈອນຮອບໂລກຄັ້ງທຳອິດໃນປະຫວັດສາດ.

 ຕາມຂ່າວຕ່າງປະເທດລາຍງານວ່າ ນາງ ຮາເລ ອາເຊັນເນັກ ລາວມີຊີວິດບໍ່ເໝືອນເດັກນ້ອຍແມ່ຍິງທົ່ວໄປລາວກວດພົບພະຍາດມະເຮັງກະດູກຕັ້ງແຕ່ອາຍຸ 10 ປີ ລາວຜ່ານການປິ່ນປົວທັງເຄມີບໍາບັດ ແລະ ເຂົ້າຮັບການຜ່າຕັດຕັ້ງແຕ່ຍັງນ້ອຍຄວາມຝັນທີ່ຈະເປັນນັກບິນອາວະກາດຂອງລາວເກືອບຈະຕ້ອງຍົກເລີກໄປເນື່ອງຈາກຂໍ້ກຳນົດທາງການແພດທີ່ເຂັ້ມງວດ,ຈົນຈາເຣດ ໄອແຊກເມນເສດຖີຄົນອາເມລິກາອາຍຸ 38 ປີ ໄດ້ລະດົມທຶນ 200 ລ້ານໂດລາສະຫະລັດ ເພື່ອເລີ່ມໂຄງການທີ່ໄດ້ບໍລິສັດສະເປຊເອັກມາຮ່ວມເຮັດນໍາຊຶ່ງເປັນຍານລໍາທຳອິດທີ່ຈະພາພົນລະເຮືອນໂຄຈອນຮອບໂລກເປັນຄັ້ງທຳອິດ ທ່ານ ຈາເຣດ ໄດ້ເລືອກພະນັກງານການບິນດ້ວຍຕົນເອງ ແລະຮາເລ ກໍຄືໜຶ່ງໃນນັ້ນ, ໂດຍ ຮາເລກ່າວວ່າຂ້ອຍເກັບຄວາມລັບທີ່ໜ້າດີໃຈນີ້ມາຫຼາຍກວ່າໜຶ່ງເດືອນແລ້ວເຖິງເວລາແລ້ວທີ່ຂ້ອຍຕ້ອງແບ່ງປັນເລື່ອງລາວນ, ຂ້ອຍເປັນຄົນທີ່ອອກໄປນອກໂລກທັງທີ່ມີຮ່າງກາຍທີ່ບໍ່ສົມບູນແບບ ແລະ ຄອບຄົວຂ້ອຍກໍສະໜັບສະໜູນຫຼາຍຢ່າງ, ຂ້ອຍເປັນຕົວແທນຂອງຄົນທີ່ເປັນພະຍາດມະເຮັງທຸກຄົນທີ່ກຳລັງໝົດຫວັງຂ້ອຍຮູ້ດີເວລາທີ່ເຂົ້າຮັບການປິ່ນປົວຫຼືເຮັດຄີໂມພວກເຮົາພຽງແຕ່ຄິດເຖິງເວລາໃຫ້ມີຊີວິດລອດໄປວັນຕໍ່ວັນແຕ່ວ່າເຮົາສາມາດເບິ່ງແຕກຕ່າງອອກໄປໄດ້ຖ້າເຮົາເບິ່ງໄປທີ່ອະນາຄົດ. 

   ຢ່າງໃດກໍຕາມ ຮາເລ ຕ້ອງໄດ້ມີການຝຶກໃຊ້ຊີວິດໃນສະພາວະບໍ່ມີແຮງໂນ້ມຖ່ວງຢ່າງເຂັ້ມງວດຊຶ່ງນາເລໄດ້ລອງຊຸດອາວະກາດຂອງລາວແລ້ວຊຶ່ງລາວບອກວ່າດີຫຼາຍ ແລະໜັກກວ່າທີ່ຄິດໄວ້ໂດຍໂຄງການຈະເປີດຮັບຕົວແທນຜູ້ເຂົ້າຮ່ວມໂຄງການອີກ 2 ຄົນພາຍໃນອາທິດໜ້າ.