ອາຊຽນ ແລະຣັດເຊຍຫາກໍ່ລົງນາມບົດບັນທຶກຊ່ວຍຈຳ (MOU) ກ່ຽວກັບການຮ່ວມມືໃນຂົງເຂດຄວບຄຸມໄພທຳມະຊາດ.

  ຕາມຂ່າວຕ່າງປະເທດລາຍງານວ່າການລົງນາມ MOU ນີ້ ໄດ້ເປີດກາລະໂອກາດຮ່ວມມືຢ່າງເລິກເຊິ່ງກວ້າງຂວາງລະຫວ່າງອາຊຽນແລະຣັດເຊຍໃນບັນດາຂົງເຂດສຳ ຄັນຄືການເຕືອນໄພ ແລະຕິດຕາມກວດກາຄວາມສ່ຽງແລກປ່ຽນເຕັກໂນໂລຊີທີ່ກ້າວໜ້າ,ການຝຶກອົບຮົມຈາກຜູ້ຊ່ຽວຊານ ແລະການສະໜັບສະໜູນຮັບມືກັບໄພທຳ ມະຊາດແບບສຸກເສີນ, ໂດຍຂໍ້ຕົກລົງດັ່ງກ່າວໂດຍທ່ານ Dato Lim Jock ເລຂາທິການໃຫຍ່ອາຊຽນ ແລະ ທ່ານ Yevgeny  Zini chev ລັດຖະມົນຕີບັນດາບັນຫາການປ້ອງກັນຊາດ, ສະພາບວະສຸກເສີນ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຣັດເຊຍລົງນາມ. 

ອາຊຽນເປັນໜຶ່ງໃນພາກພື້ນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດຫຼາຍທີ່ສຸດໃນໂລກຊຶ່ງເຮັດໃຫ້ຕ້ອງຍົກລະດັບສັກກະຍະພາບການຮັບມືສະຖານະການສຸກເສີນໃນພາກພື້ນ.