ກຽມສ້າງຫ້ອງວິທະຍາສາດໃຫ້ວັງເຍົາວະຊົນ ແລະຫໍມູນເຊື້ອຊາວໜຸ່ມ

ຄະນະບໍລິຫານງານຊາວໜຸ່ມກະຊວງວິທະຍາສາດ ແລະເຕັກໂນໂລຊີ (ກວຕ) ຮ່ວມກັບວັງເຍົາວະຊົນ ແລະຫໍມູນເຊື້ອຊາວໜຸ່ມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວນຳໂດຍທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວພ້ອມດ້ວຍຄະນະໄດ້ພົບປະແລກປ່ຽນກ່ຽວກັບແຜນການສ້າງຫ້ອງວິທະຍາສາດໃຫ້ແກ່ວັງເຍົາວະຊົນ ແລະ ຫໍມູນເຊື້ອຊາວໜຸ່ມຂຶ້ນທີ່ນະຄອນຫຼວງວຽງ ຈັນ, ເມື່ອວັນທີ 23 ກຸມພາຜ່ານມາ.

  ຈຸດປະສົງຂອງການພົບປະແລກປ່ຽນຄັ້ງນີ້ກໍເພື່ອຜັນຂະຫຍາຍແຜນງານທີໜຶ່ງຂອງກະຊວງວິທະຍາສາດ ແລະເຕັກໂນໂລຊີກ່ຽວກັບການປູກຈິດສຳນຶກທາງດ້ານວຽກ ງານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ມາດຕະຖານ ແລະວັດແທກໃຫ້ແກ່ສັງຄົມກໍຄືຊາວໜຸ່ມ-ເຍົາວະຊົນໄດ້ຮັບຮູ້ຢ່າງກວ້າງຂວາງ ແລະເພື່ອຜັນຂະຫຍາຍເນື້ອໃນບົດບັນທຶກການຮ່ວມມືລະຫວ່າງກະຊວງວິທະຍາສາດ ແລະເຕັກໂນໂລຊີ ແລະສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

  ທ່ານ ພຸດທະສັກ ວິຈິດຕຣາ ເລຂາຄະນະບໍລິຫານການຊາວໜຸ່ມປະຊາຊົນປະຕິວັດລາວ, ທັງເປັນຫົວໜ້າຫ້ອງການກະຊວງວິທະຍາສາດ ແລະເຕັກໂນໂລຊີແຈ້ງໃຫ້ຮູ້ວ່າ: ແຜນກຳນົດຮູບແບບຫ້ອງວິທະຍາສາດໃຫ້ແກ່ວັງເຍົາວະຊົນມີຂະໜາດ 6x8 ແມັດ, ຊຶ່ງຈະຈັດຕັ້ງປະຕິບັດໄລຍະທີ I ໃນເດືອນກຸມພາ 2021 ໂດຍຈະໃຫ້ສໍາເລັດບັນດາຮູບພາບເນື້ອໃນຂອງການນຳສະເໜີກ່ຽວກັບປະຫວັດຄວາມເປັນມາຂອງບັນດານັກວິທະຍາສາດໂລກ ແລະນັກວິທະຍາສາດຂອງ ສປປ ລາວ, ການປະຕິວັດດ້ານວິທະຍາສາດທີ່ສົ່ງຜົນໃຫ້ໂລກມະນຸດມີການປ່ຽນແປງການດໍາລົງຊີວິດກໍຄືການພັດທະນາດ້ານເສດຖະກິດນຳສະເໜີກ່ຽວກັບດາລາສາດລະບົບສຸລິຍະຈັກກະ ວານ, ບັນດາດາວເຄາະຕ່າງໆ, ການກຳເນີດ ແລະໂຄງປະກອບສ້າງຂອງໜ່ວຍໂລກ, ດວງຕາເວັນ ແລະບັນດາປາກົດການທາງທຳມະຊາດ, ນຳສະເໜີກ່ຽວກັບວັດຖຸພັນ, ກະດູກໄດໂນເສົາຈຳລອງ, ສະເກັດດາວຈຳລອງ, ໄມ້ກາຍເປັນຫີນ, ເຄື່ອງທົດລອງ ແລະອື່ນໆ ແລະນຳສະເໜີກິດຈະກຳໂຄງການນ້ອງຢາກເປັນນັກວິທະຍາສາດເຊັ່ນ: ຖາມ-ຕອບວິທະຍາສາດ ແລະນຳພາຝຶກແອບການທົດລອງ.

   ທ່ານ ພຸດທະສັກ ວິຈິດຕຣາ ກ່າວຕື່ມວ່າ: ສ່ວນໄລຍະທີ II ຄາດວ່າໃນເດືອນເມສາ 2021 ຈະໃຫ້ສໍາເລັດບັນດາເນື້ອໃນການນຳສະເໜີກ່ຽວກັບວັດຖຸພັນ, ກະດູກໄດໂນເສົາຈຳລອງ,ສະເກັດດາວຈຳລອງ,ໄມ້ກາຍເປັນຫີນ,ເຄື່ອງທົດລອງ ແລະອື່ນໆ ພ້ອມທັງລົງເກັບກຳຂໍ້ມູນຢູ່ພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງສະຫວັນນະເຂດ, ສະຖານທີ່ພິພິທະພັນໄດໂນເສົາ, ສະຖານທີ່ຂຸດຄົ້ນໄດໂນເສົາ.