ສະຫຼຸບການພັດທະນາວຽກງານການເງິນແບບໃໝ່

   ພະແນກການເງິນ ແຂວງໄຊສົມບູນ ຈັດກອງປະຊຸມສະຫຼຸບການພັດທະນາວຽກງານການເງິນແບບໃໝ່ຕາມດໍາລັດ414/ລບ ປະຈໍາປີ 2020 ແລະທິດທາງແຜນ ການປະຈໍາປີ 2021 ໃນວັນທີ 22 ກຸມພາ 2021 ນີ້,ທີ່ສະໂມສອນເມືອງອະນຸວົງໂດຍການເປັນປະທານຮ່ວມຂອງທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງ, ທ່ານ ທອງປະເສີດ ໄຊຍະລາດ ຫົວໜ້າພະແນກການເງິນແຂວງ, ເຂົ້າຮ່ວມມີສະພາປະຊາຊົນແຂວງ, ບັນດາຮອງເຈົ້າເມືອງ, ພະແນກການອ້ອມຂ້າງແຂວງ, ຫົວໜ້າຫ້ອງການການເງິນ ແຕ່ລະເມືອງທົ່ວແຂວງເຂົ້າຮ່ວມ.

  ໃນກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການພັດທະນາວຽກງານການເງິນແບບໃໝ່ຕາມດໍາລັດ 414/ລບ ປະຈໍາປີ 2020 ແລະທິດທາງແຜນການປະຈໍາປີ 2021, ຜ່ານຄໍາແນະນໍາການຈັດຕັ້ງປະຕິບັດແຜນງົບປະມານ ປີ 2021, ຮັບຟັງການເຜີຍແຜ່ຄໍາສັ່ງ ເລກທີ 09/ນຍ ວ່າດ້ວຍການປະຢັດຮັດສາຍແອວ, ເຜີຍ ແຜ່ກົດໝາຍວ່າດ້ວຍການຈັດຊື້ຈັດຈ້າງດ້ວຍທຶນຂອງລັດ. ໃນປີ 2020 ສາມາດຈັດເກັບລາຍຮັບບັນລຸໄດ້ 375,38 ຕື້ກີບ ເທົ່າກັບ 117,10% ໃນນີ້ລາຍຮັບສ່ວຍ ສາອາກອນ 185, 42 ຕື້ກີບ, ລາຍຮັບຄຸ້ມຄອງ ຊັບສິນຂອງລັດ 189,96 ຕື້ກີບ, ລາຍຮັບຕາມດໍາລັດ 414/ລບ ປະຕິບັດໄດ້ 239,06 ຕື້ກີບ, ແຍກໃຫ້ເຫັນຕາມລາຍຮັບ 414ລບ,ລາຍຮັບສ່ວຍສາອາກອນ 106,02 ຕື້ກີບ,ລາຍຮັບຄຸ້ມຄອງຊັບສິນຂອງລັດ 187,04 ຕື້ກີບ. ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດດໍາລັດ 414/ລບ ແມ່ນມີທັງຄວາມສະດວກ ແລະຄວາມຫຍຸ້ງຍາກ, ການດໍາເນີນການຈັດຕັ້ງປະຕິບັດຍັງບໍ່ທັນໄດ້ຮ່ວມແຮງ-ຮ່ວມໃຈຢ່າງເລິກເຊິ່ງບັນດາກະຊວງທີ່ກ່ຽວຂ້ອງຍັງບໍ່ທັນໃຫ້ຄວາມສໍາຄັນ ແລະ ຍັງບໍ່ທັນໄປລວງດຽວກັນຂາດການປະສານສົມທົບທາງດ້ານວິຊາການລະຫວ່າງຂັ້ນເທິງສາຍຕັ້ງ ແລະຂັ້ນລຸ່ມຮູບແບບການຈັດຕັ້ງປະຕິບັດຂອງບັນດາພະແນກການຂັ້ນແຂວງຕໍ່ກັບຂັ້ນເມືອງຍັງຂາດປັດໃຈພາຍໃນ ແລະພາຍນອກ.

  ກອງປະຊຸມຄັ້ງນີ້ຜູ່ແທນທີ່ເຂົ້າຮ່ວມຂັ້ນແຂວງ ແລະເມືອງໄດ້ພ້ອມກັນຂື້ນປະກອບຄໍາຄິດ-ຄໍາເຫັນກ່ຽວກັບການກວດກາຫຼັງການຈ່າຍງົບປະມານ, ວຽກງານສ່ວຍອາກອນແຂວງຕາມດໍາລັດ 414/ລບ ແລະບັນຫາຂໍ້ຫຍຸ້ງຍາກຕ່າງໆໃນການເກັບລາຍຮັບ-ສ້າງຖານລາຍຮັບ ແລະໄດ້ມີຄວາມເປັນເອກະພາບສູງຕໍ່ກອງປະຊຸມ,້ອມ ດຽວກັນນີ້ໃນກອງປະຊຸມຍັງໄດ້ມອບ-ຮັບການແບ່ງຂັ້ນຄຸ້ມຄອງຕາມດໍາລັດ 414/ລບ ລະຫວ່າງພະແນກການເງິນແຂວງ ແລະບັນດາເມືອງໂດຍການມອບຂອງທ່ານ ທອງປະເສີດ ໄຊຍະລາດ, ຫົວໜ້າພະແນກການເງິນແຂວງ ແລະ ຮັບໂດຍບັນດາຮອງເຈົ້າເມືອງທັງ 5 ເມືອງ ພ້ອມກັນນັ້ນໃນກອງປະຊຸມຍັງໄດ້ມອບໃບຍ້ອງຍໍ້ໃຫ້ຂະ ແໜງການທີ່ເກັບລາຍຮັບໄດ້ເກີນແຜນປະຈໍາປີ 2020 ຕື່ມອີກ.

ໂດຍ: ສຸກສັນ ອ້ວນລິທິກຸນ