ທນບ ສາຂາ ແຂວງອັດຕະປື ສະໜອງສິນເຊື່ອໄດ້ 2,8 ຕື້ກີບ

  ວັນທີ 24 ກຸມພາ 2021 ທະນາຄານນະໂຍບາຍ (ທນບ) ສາຂາແຂວງອັດຕະປື ໄດ້ຈັດກອງປະຊຸມການເຄື່ອນໄຫວວຽກງານສິນເຊື່ອ ປະຈຳປີ 2020 ແລະຜ່ານທິດທາງແຜນການປະຈຳປີ 2021 ທີ່ທະນາຄານດັ່ງກ່າວ,ດຍການເຂົ້າຮ່ວມຂອງ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື, ມີທ່ານນາງ ວຽງເງິນ ສົມພົງ ຮອງອຳນວຍການສຳນັກງານໃຫ່ຍທະນາຄານນະໂຍບາຍ, ມີຄະກຳມະການຄຸ້ມຄອງສິນເຊື່ອຂັ້ນແຂວງ, ຂັ້ນເມືອງ ແລະແຂກຖືກເຊີນເຂົ້າຮ່ວມ.

   ທ່ານ ບຸນແຫຼມ ກິວົງສັກ ຮັກສາການຫົວໜ້າທະນາຄານນະໂຍບາຍສາຂາແຂວງອັດຕະປືໄດ້ໃຫ້ຮູ້ວ່າ: ໃນປີ 2020 ທະນາຄານນະໂຍບາຍສາຂາແຂວງອັດຕະປືໄດ້ ຮັບອະນຸມັດແຫຼ່ງທຶນສິນເຊື່ອຈຳນວນ 5,7 ຕື້ກີບ ແຕ່ສາມາດຈັດຕັ້ງປະຕິບັດການສະໜອງສິນເຊື່ອໄດ້ພຽງ 2,8 ຕື້ກີບ ໃນ 5 ເມືອງ,ມີ 13 ກຸ່ມ, ມີ 136 ຄອບຄົວເທົ່າກັບ 50% ຂອງແຜນການ, ໃນນີ້ທຶນໄລຍະກາງ ມີ 348 ລ້ານກວ່າກີບ ເທົ່າກັບ 24% ຂອງແຜນການ,ປ່ອຍທຶນໃນໄລຍະຍາວມີ 2,54 ຕື້ກີບ ເທົ່າກັບ 59% ຂອງແຜນການ ແລະມາຮອດປະຈຸບັນທະນາຄານນາໂຍບາຍສາຂາແຂວງອັດຕະປືມີຍອດສິນເຊື່ອ 157 ຕື້ກວ່າກີບ.

  ທ່ານ ບຸນແຫຼມ ກິວົງສັກ ໃຫ້ຮູ້ຕື່ມອີກວ່າ: ສາເຫດທີ່ເຮັດໃຫ້ການສະໜອງສິນເຊື່ອບໍ່ໄດ້ຕາມແຜນເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດ ໃຫ້ການເຄື່ອນໄຫວວຽກງານພົບຄວາມຫຍຸ້ງຍາກ ແລະບໍ່ສາມາດເຄື່ອນໄຫວໄດ້ຢ່າງເຕັມສ່ວນໂດຍສະເພາະໃນການເຂົ້າເຖິງປະຊາຊົນ, ການສະໜອງສິນເຊື່ອ, ການ ເກັບໜີ້ບໍ່ໄປຕາມແຜນການທີ່ວາງໄວ້ເຮັດໃຫ້ຍອດໜີ້ ແລະດອກເບ້ຍຄ້າງຮັບເພີ່ມຂຶ້ນ.

ໂດຍສິດຕິພອນ .ອັດຕະປື