ກຸ່ມນາຄໍາ ເມືອງຕົ້ນເຜິ້ງ ມີຕະຫຼາດຮັບໃຊ້ປະຊາຊົນ

  ເມື່ອອາທິດຜ່ານມາຫ້ອງການອຸດສາຫະກໍາ ແລະການຄ້າເມືອງຕົ້ນເຜິ້ງສົມທົບກັບຄະນະພັກຮາກຖານ, ອຳນາດການປົກຄອງກຸ່ມບ້ານນາຄໍາໄດ້ຈັດພິທີເປີດນໍາໃຊ້ຕະ ຫຼາດກຸ່ມບ້ານນາຄໍາຂຶ້ນເຂົ້າຮ່ວມຂອງ ທ່ານ ອິນປອນ ແກ້ວດາວົງ ຮອງເຈົ້າເມືອງຕົ້ນເຜິ້ງທ່ານ ແສງປະເສີດ ຫຼວງລືໄຊ ຫົວໜ້າຫ້ອງການອຸດສາຫະກຳ-ການຄ້າເມືອງ,ມີຄະນະພັກຮາກຖານອຳນາດການປົກຄອງບ້ານກຸ່ມນາຄໍາ, ຫົວໜ້າຫ້ອງການ,ຮອງຫ້ອງການອ້ອມຂ້າງເມືອງ, ພໍ່ແມ່ປະຊາຊົນຊາວຄ້າຂາຍພາຍໃນກຸ່ມບ້ານນາຄໍາ ແລະແຂກຖືກເຊີນເຂົ້າຮ່ວມ.

  ກຸ່ມບ້ານນາຄໍາເປັນກຸ່ມບ້ານໜຶ່ງຊຶ່ງເປັນຈຸດສຸມການພັດທະນາຂອງແຂວງທີ່ນອນຢູ່ໃນກຸ່ມບ້ານຈຸດສຸມພັດທະນາຂອງສູນກາງ, ຢູ່ຫ່າງຈາກເທສະບານເມືອງຕົ້ນເຜິ້ງ ໄປທາງທິດຕາເວັນອອກສຽງເໜືອປະມານ 28 ກິໂລແມັດ, ປະກອບມີ 5 ບ້ານຄື: ບ້ານນາຄໍາ, ບ້ານດອນເງິນ, ບ້ານຫ້ວຍໂອງ, ບ້ານເບີໜຶ່ງ ແລະ ບ້ານນໍ້າຟ້າ, ມີ ພົນລະເມືອງທັງໝົດ 2,872 ຄົນ, ຍິງ 1,442 ຄົນ, ອາຊີບຂອງປະຊາຂົນສ່ວນໃຫຍ່ພາຍໃນກຸ່ມແມ່ນການປູກຝັງລ້ຽງສັດ,ການຄ້າຂາຍ ແລະຫັດຖະກຳຕ່າງໆເຊັ່ນ ການຕໍ່າຫູກ ແລະອື່ນໆ, ຕະຫຼາດດັ່ງກ່າວມີເນື້ອທີ່ທັງໜົດ 1.925 ແມັດ, ອາຄານຂອງຕະຫຼາດລວງມີຂະໜາດລວງກວ້າງ 12 ແມັດ, ຍາວ 18 ແມັດ, ນໍາໃຊ້ງົບປະມານເຂົ້າໃນການກໍ່ສ້າງທັງໝົດ 49,49 ລ້ານກີບ ຊຶ່ງໄດ້ຈາກການປະກອບສ່ວນຂອງພາກສ່ວນຕ່າງໆພາຍໃນເມືອງເຊັ່ນ: ຄະນະພັກຮາກຖານຖານ, ອຳນາດການປົກຄອງກຸ່ມນາຄໍາ, ບັນດາຫ້ອງການ-ລັດວິສາຫະກິດຈໍານວນໜຶ່ງນັກທຸລະກິດຜູ້ປະກອບການ ແລະສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາສ່ວນແຮງ ງານໃນການກໍ່ສ້າງແມ່ນແຮງງານຂອງພໍ່ແມ່ປະຊາຊົນພາຍໃນກຸ່ມບ້ານພາຍຫຼັງເປີດນໍາໃຊ້ຕະຫຼາດຢ່າງເປັນທາງການແລ້ວຈະສືບຕໍ່ຈັດສັນຕະຫຼາດໃຫ້ເປັນລະບຽບ, ການເຄື່ອນໄຫວຂອງທຸກພາກສ່ວນພາຍໃນຕະຫຼາດມີຄວາມເປັນເອກະພາບ, ມີສິ່ງອໍານວຍຄວາມສະດວກຕ່າງໆ.

 ທ່ານ ອິນປອນ ແກ້ວດາວົງ ຮອງເຈົ້າເມືອງຕົ້ນເຜິ້ງກໍ່ໄດ້ມີຄໍາເຫັນຊີ້ນໍາຕໍ່ການຄຸ້ມຄອງ, ການເຄື່ອນໄຫວຄ້າຂາຍໃນຕະຫຼາດແຫ່ງນີ້ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຂະ ແໜງການທີ່ກ່ຽວຂ້ອງຂອງເມືອງ, ຄະນະພັກ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນກຸ່ມບ້ານນາຄໍາທີ່ໄດ້ເອົາໃຈໃສ່ດຳເນີນການກໍ່ສ້າງຕະຫຼາດແຫ່ງນີ້ຈົນສຳເລັດ, ພ້ອມທັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຊາວຄ້າຂາຍນໍາເອົາສິນຄ້າຂອງຕົນວາງຂາຍເປັນປົກກະຕິເຮັດໃຫ້ພາຍໃນຕະຫຼາດເລີ່ມມີບັນຍາກາດການຊື້ຂາຍແລກປ່ຽນສິນຄ້າມີບັນຍາກາດຄຶກຄື້ນພ້ອມນີ້ຂະແໜງການທີ່ກ່ຽວຂ້ອງຂອງເມືອງກໍ່ຕ້ອງໄດ້ເອົາໃຈໃສ່ລົງຊຸກຍູ້,ຊີ້ນໍາກ່ຽວກັບການເຄື່ອນໄຫວຄ້າຂາຍດັ່ງໃຫ້ແກ່ພໍ່ແມ່ປະຊາຊົນຢ່າງແທດເໝາະກັບແຜນພັດທະນາເສດຖະກິດ-ສັງຄົມຂອງກຸ່ມບ້ານຖືກຕ້ອງສອດຄ່ອງ.

  ໂອກາດດັ່ງກ່າວຍັງໄດ້ມີການມອບໃບຍ້ອງຍໍ, ໃບກຽດຕິຄຸນໃຫ້ແກ່ພາກສ່ວນທີ່ໄດ້ປະກອບສ່ວນຊ່ວຍເຫຼືອດ້ານທຶນຮອນໃນການກໍ່ສ້າງຕະຫຼາດແຫ່ງນີ້ຈາກນັ້ນຄະນະປະທານ ແລະບັນດາຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນເປັນສັກຂີພິຍານເປີດປ້າຍເພື່ອນໍາໃຊ້ຕະຫຼາດກຸ່ມບ້ານນາຄໍາຢ່າງເປັນທາງການ.