ເຮສເອສບີຊີ ຈະລົງທຶນເພີ່ມໃນອາຊີ 6 ຕື້ໂດລາ

  ທະນາຄານ ເຮສເອສບີຊີ  ໂຮລດິງ ປະກາດແຜນການລົງທຶນເພີ່ມປະມານ 6 ຕື້ໂດລາສະຫະລັດ ໃນອາຊີໃນໄລຍະ 5 ປີຕໍ່ໜ້າເຖິງແມ່ນວ່າຜົນກຳໄລຂອງທະນາຄານ ຫຼຸດລົງ.

   ຕາມຂ່າວຕ່າງປະເທດລາຍງານວ່າ ເຮສເອສບີຊີ ໂຮລດິງສ (HSBC Holdings) ເປັນໜຶ່ງໃນທະນາຄານແຫ່ງໃຫຍ່ທີ່ສຸດຂອງໂລກມີຖານປະຕິບັດງານຢູ່ໃນນະ ຄອນຫຼວງລອນດອນປະເທດອັງກິດປະກາດແຜນລົງທຶນເພີ່ມປະມານ 6 ຕື້ໂດລາສະຫະລັດ ໃນອາຊີໄລຍະເວລາ 5 ປີຕໍ່ໜ້າ ເຖິງວ່າຜົນກຳໄລຂອງທະນາຄານປັບຕົວຫຼຸດລົງ 35% ເຫຼືອພຽງ 3,9 ຕື້ໂດລາ ເນື່ອງຈາກການແຜ່ລະບາດໂຄວິດ-19 ເປັນອຸປະສັກໃຫ້ແກ່ການຟື້ນຕົວເສດຖະກິດປະກອບກັບ HSBC ກັນສຳຮອງໜີ້ເສຍ ໃນປີ 2020 ມູນຄ່າ 8,8 ຕື້ກວ່າໂດລາ ສູງກວ່າເມື່ອປີ 2019  ທີ່ກັນສຳຮອງໜີ້ເສຍໄວ້ບໍ່ເຖິງ 3 ຕື້ໂດລາ. 

  ນອກຈາກນີ້ ເຮສເອສບີຊີ ຍັງຢືນຢັນທີ່ຈະຂາຍທຸລະກິດທະນາຄານໃຫ້ແກ່ລູກຄ້າລາຍຍ່ອຍໃນຝຣັ່ງໃຫ້ກັບຜູ້ທີ່ສົນໃຈ ແລະຂະນະນີ້ຢູ່ໃນລະຫວ່າງການເຈລະຈາກັນຢູ່ ເຮສເອສບີຊີຊຶ່ງກໍ່ຕັ້ງໃນຮົງກົງ ແລະນະຄອນຫຼວງຊຽງໄຮ້ໃນປີ 1865 ຂະຫຍາຍທຸລະກິດໄປທົ່ວໂລກໃນປີ 1990 ແລະຕົ້ນປີ 2000 ຜ່ານການເຂົ້າຄອບຄອງກິດຈະການທີ່ໃຊ້ຕົ້ນທຶນສູງ.