ເທສະການປື້ມອ່ານ 2021 ຈະຈັດຂື້ນໃນໄວໆນີ້

  ວັນທີ 26 ກຸມພາ ຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ບໍລິສັດໂມນິວເມັນຈຳກັດຮ່ວມກັບຮ້ານປຶ້ມດີບຸກ ແລະຄະນະອັກສອນສາດມະຫາວິທະຍາໄລແຫ່ງ ຊາດຈັດພິທີຖະແຫຼງຂ່າວກຽມຈັດງານເທສະການປຶ້ມອ່ານ (Book Festival 2021) ໃຫ້ກຽດເຂົ້າຮ່ວມມີທ່ານ ທອງສຸກ ແກ້ວມະນີ ຮັກສາການຄະນະບໍດີຄະນະອັກສອນສາດ ມຊ, ທ່ານ ນາງ ລັດສະນິພອນ ສຸລິຍະວົງ ຫົວໜ້າວິຊາການຄະນະພະແນກອັກສອນສາດທັງເປັນຄະນະຈັດງານເທສະການປຶ້ມອ່ານ ແລະພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ສົມໄໝ ພົມມະຈັນ ເຈົ້າຂອງຮ້ານປຶ້ມດີບຸກທັງເປັນຄະນະຈັດງານເທສະການປຶ້ມອ່ານກ່າວວ່າ: ງານເທສະການປຶ້ມອ່ານ 2021 ເປັນກິດຈະກຳສົ່ງເສີມການອ່ານໃຫ້ກວ້າງຂວາງໃນຂົງເຂດການສຶກສາ, ສົ່ງເສີມໄວໜຸ່ມໃນການພັດທະນາຕົນເອງຈາກການອ່ານສົ່ງເສີມນັກຂຽນລາວໃຫ້ມີເວທີສະແດງຜົນງານມີການບັນຍາຍ-ເສວະນາໃຫ້ຄວາມຮູ້ແກ່ບັນດານັກສຶກສາ ແລະຜູ້ເຂົ້າຮ່ວມງານເຊັ່ນ: ການອ່ານການຂຽນການຮຽນຮູ້ສູ່ຜົນສໍາເລັດ, ຮຽນແນວໃດຈົບໄປຈຶ່ງໄດ້ວຽກປະສົບການ 40 ປີ ໃນການຂຽນກະວີ ແລະເລື່ອງສັ້ນ, ການເສວະນາປະຫວັດຊົນຊາດລາວ 5.000 ປີ, ນອກຈາກນີ້ຍັງມີການເປີດໂຕປຶ້ມໃໝ່ ແລະ ທັງເປັນການເປີດໂອກາດໃຫ້ກັບບັນດາພາກສ່ວນຕ່າງໆທັງພາກລັດ ແລະເອກະຊົນໄດ້ວາງສະແດງຜົນງານໂດຍສະເພາະແມ່ນຮ້ານປຶ້ມ, ສຳນັກພິມ, ວາລະສານຕ່າງໆໄດ້ຈໍາໜ່າຍສິນຄ້າຂອງຕົນອີກດ້ວຍ.

  ໃນງານຄັ້ງນີ້ໄດ້ມີບັນດາຮ້ານປຶ້ມ-ສຳນັກພິມ-ຫ້າງຮ້ານເຂົ້າຮ່ວມຢ່າງທົ່ວເຖິງເຊັ່ນ: ຮ້ານປຶ້ມດີບຸກ, ຮ້ານປຶ້ມໂມນິວເມັນ, ຮ້ານປຶ້ມດອກເກດ, ຮ້ານປຶ້ມອ້າຍໜູນ້ອຍ, ຮ້ານປຶ້ມຈອຍລະດາ, ສຳນັກພິມໄວເດັກ, ສຳນັກພິມມີດີບຸກສໍານັກພິມແຫ່ງລັດ, ວາລະສານ, ຮ້ານກາເຟ, ເຄື່ອງດື່ມ, ກະແລມ ແລະ ບໍລິສັດຫ້າງຮ້ານຕ່າງໆສິ່ງທີ່ພູມໃຈໃນການຈັດງານໃນຄັ້ງນີ້ມີອາສາສະໝັກ 40 ນ້ອງເຂົ້າມາຊ່ວຍລົງທະບຽນ-ວັດໄຂ້-ແຈກຜ້າປິດປາກຮັບແຂກເວທີຈັດສະຖານທີ່ອະນາໄມໃຫ້ການຊ່ວຍເຫຼືອບັນດາບູດຕ່າງໆທີ່ເຂົ້າຮ່ວມງານຕະຫຼອດ 3 ວັນ, ຄຽງຄູ່ກັນນີ້ ຍັງມີການຮ້ອງເພງ-ຂັບລໍາ, ຟ້ອນ-ການສະແດງລະຄອນເວທີສະແດງຕະຫຼົກກ້ຽວຜະຫຍາຕໍ່ກອນເພື່ອເປັນການສ້າງຄວາມມ່ວນຊື່ນສົ່ງເສີມສິລະປະວັນນະຄະດີ ແລະ ວັດທະນະທໍາໄປພ້ອມນອກຈາກນີ້ຍັງມີກິດຈະກໍາແຈກຂອງລາງວັນຕ່າງໆໃຫ້ກັບຜູ້ທີ່ເຂົ້າມາຮ່ວມງານຕະ ຫຼອດທັງ 3 ວັນ.

  ທ່ານ ທອງສຸກ ແກ້ວມະນີ ກ່າວວ່າ: ງານຄັ້ງນີ້ຈັດຂຶ້ນເພື່ອຊ່ວຍສົ່ງເສີມການອ່ານ ແລະເຜີຍແຜ່ຜົນງານສື່ສິ່ງພິມທີ່ເປັນຂອງຄົນລາວໃຫ້ນັບມື້ນັບເຕີບໃຫຍ່, ກະຕຸ້ນການອ່ານ-ການຂຽນ ແລະການສ້າງສັນຜົນງານໃຫ້ນັບມື້ນັບຫຼາຍຂຶ້ນເປັນການພັດທະນາບຸກຄະລາກອນດ້ວຍການອ່ານ ແລະການຂຽນຂອງລາວ, ກາຍເປັນຂີດໝາຍອັນສຳຄັນໃນການສ້າງກິດຈະກຳການອ່ານຢ່າງຕໍ່ເນື່ອງເພາະການຮຽນຮູ້ບໍ່ມີວັນສິ້ນສຸດ ແລະ ຫວັງຢ່າງຍິ່ງວ່າທຸກພາກສ່ວນຈະເຫັນໄດ້ເຖິງຄວາມສໍາຄັນ ແລະ ພ້ອມ ກັນສົ່ງເສີມການອ່ານ-ການຂຽນຂອງລາວເພື່ອເຮັດໃຫ້ຄົນລາວເປັນຄົນຮັກການອ່ານ” ໃຫ້ນັບມື້ເປັນຂະບວນກວ້າງຂວາງອອກຢ່າງບໍ່ຢຸດຢັ້ງເພາະການອ່ານຄືຮາກຖານສຳຄັນຂອງຊີວິດ, ດັ່ງນັ້ນຂໍເຊີນຊວນມາຍັງບັນດານັກອ່ານນັກຂຽນ,ນັກຮຽນນັກສຶກສາ ແລະມະຫາຊົນທົ່ວໄປໂດຍສະເພາະຊາວນະຄອນຫຼວງວຽງຈັນເຂົ້າມາຮ່ວມ ງານເທສະການປຶ້ມອ່ານທີ່ຈະຈັດຂຶ້ນໃນວັນທີ 4-6 ມີນາ 2021ນີ້ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ (ຊັ້ນ1) ນັບແຕ່ເວລາ 8:00-20:00 ງານນີ້ເຂົ້າຮ່ວມຟຣີບໍ່ມີຄ່າຜ່ານປະຕູໃຜໆກໍເຂົ້າຮ່ວມໄດ້.