ປີນີ້ສາລະວັນຈະເກັບລາຍຮັບ 173,04 ຕື້ກີບ

  ໃນປີ 2021 ເປັນປີທຳອິດຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມກໍ່ຄືແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ IX (2021-2025) ສຳລັບໃນປີ 2021 ນີ້ຕ້ອງສູ້ຊົນເກັບລາຍຮັບໃຫ້ໄດ້ທັງໝົດ 173,04 ຕື້ກີບ, ເພີ່ມຂຶ້ນ 19,66% ຫຼືເທົ່າກັບ 28,43 ຕື້ກີບ ທຽບໃສ່ແຜນດັດແກ້ໃນປີຜ່ານມາ.

  ອີງຕາມການລາຍງານຂອງທ່ານ ຂັນທະລັກ ໂພໄຊ ຫົວໜ້າພະແນກການເງິນແຂວງສາລະວັນທີ່ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງສາລະວັນ ຄັ້ງທີ 1 ສະໄໝທ IX ຢູ່ທີ່ຫ້ອງປະຊຸມສະໂມສອນແຂວງສາລະວັນ,ໃນວັນທີ 24 ກຸມພາ 2021 ນີ້ວ່າ: ໃນທັງໝົດນັ້ນພຸດສູນກາງ 65 ຕື້ກີບ,ເພີ່ມຂຶ້ນ 65,63% ຫຼື ເທົ່າ ກັບ 25,75  ຕື້ກີບ, ທຽບໃສ່ແຜນດັດແກ້ລາຍຮັບປີຜ່ານມາ, ພຸດທ້ອງຖິ່ນ 108,04 ຕື້ກີບ (ລວມທັງລາຍຮັບວິຊາການ 11,88 ຕື້ກີບ) ເພີ່ມຂຶ້ນ 2,54% ຫຼື ເທົ່າກັບ 2,67 ຕື້ກີບ ທຽບໃສ່ແຜນລາຍຮັບປີຜ່ານມາ, ລາຍຮັບຈາກສ່ວຍສາອາກອນໃຫ້ໄດ້ 100 ຕື້ກີບ, ລາຍຮັບຈາກຊັບ ສິນໃຫ້ໄດ້ 7,893 ຕື້ກີບ, ລາຍຮັບຈາກ   ຄຸ້ມຄອງວິສາຫະກິດໃຫ້ໄດ້ 202 ລ້ານກີບ, ດ້ານລາຍຮັບປີ 2021 ຂັ້ນແຂວງຄຸ້ມຄອງຈັດເກັບ 135,68 ຕື້ກີບ ກວມເອົາ 78,41%, ຂັ້ນເມືອງຄຸ້ມຄອງຈັດເກັບ 37,35 ຕື້ກີບ ກວມເອົາ 21,59% ຂອງລາຍຮັບທັງໝົດ,ດ້ານລາຍຈ່າຍງົບປະມານທັງໝົດບໍ່ໃຫ້ເກີນ 370,36 ຕື້ກີບ, ໃນນັ້ນຂັ້ນແຂວງຄຸ້ມຄອງຈ່າຍ 313,25 ຕື້ກີບ.

  ສຳລັບໃນປີ 2020 ຜ່ານມາຕາມແຜນທີ່ສະພາຮັບຮອງມີທັງໝົດ 185 ຕື້ກີບ, ໃນນັ້ນພຸດຂອງສູນກາງ 67 ຕື້ກີບ, ລາຍຮັບພຸດທ້ອງຖິ່ນ 118 ຕື້ກີບ (ລວມທັງລາຍຮັບວິຊາການ13,41 ຕື້ກີບ) ມາໃນງວດທີ III ໄດ້ຮັບແຜນດັດແກ້ງົບປະມານທັງພາກລາຍຮັບ-ລາຍຈ່າຍຈາກກະຊວງການເງິນຈາກ 185 ຕື້ກີບຍັງເຫຼືອ 144,6 ຕື້ກີບ, ໃນນັ້ນພຸດສູນກາງຈາກ 67 ຕື້ກີບຍັງເຫຼືອ 39,24 ຕື້ກີບ, ລາຍຮັບພຸດທ້ອງຖິ່ນຈາກ 118 ຕື້ກີບຍັງເຫຼືອ 105,36 ຕື້ກີບ.

  ຜ່ານການຈັດຕັ້ງປະຕິບັດແຜນງົບປະມານສາມາດຈັດເກັບລາຍຮັບໄດ້ 138,78 ຕື້ກີບ, ເທົ່າກັບ 95,97% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວຂອງປີ 2019 (165,58 ຕື້ກີບ) ຫຼຸດລົງ 16,19%, ໃນນີ້ລາຍຮັບພຸດສູນກາງປະຕິບັດໄດ້ 41,27 ຕື້ກີບ ເກີນແຜນ 5,18%,ພຸດທ້ອງຖິ່ນປະຕິບັດໄດ້ 97,5 ຕື້ກີບ, ເທົ່າກັບ 92,54%,ສໍາລັບຂັ້ນແຂວງຄຸ້ມຄອງເກັບ 71,4 ຕື້ກີບ, ປະຕິບັດໄດ້ 61,71 ຕື້ກີບ ແລະຂັ້ນເມືອງຄຸ້ມຄອງເກັບ 33,95 ຕື້ກີບ, ປະຕິບັດໄດ້ 35,78 ຕື້ກີບ, ສ່ວນລາຍຈ່າຍຕາມແຜນມີທັງໝົດ 458,61 ຕື້ກີບ, ປະຕິບັດໄດ້ 439,93 ຕື້ກີບ, ເທົ່າກັບ 95,92%.

ຂ່າວສິດຕາ ເພັດວົງສາ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ