ຫຼວງພະບາງ ທໍາລາຍຢາສູບນໍາເຂົ້າຜິດກົດໝາຍ

  ກາງເດືອນກຸມພາ 2021 ທາງພະແນກອຸດສາຫະກໍາ ແລະການຄ້າແຂວງຫຼວງພະບາງ ໄດ້ຈັດພິທີທໍາລາຍສິນຄ້າປະເພດຢາສູບທີ່ນໍາເຂົ້າບໍ່ຖືກຕ້ອງຜິດກົດໝາຍຂຶ້ນທີ່ເດີ່ນກີລາໃນຮົ່ມນະຄອນຫຼວງພະບາງໂດຍການເຂົ້າຮ່ວມຂອງ ທ່ານ ບຸນສົມ ຄຸນມະນີ ຫົວໜ້າພະແນກອຸດສາຫະກໍາແລະການຄ້າແຂວງຫຼວງພະບາງພ້ອມດ້ວຍໜ່ວຍສະເພາະກິດທີ່ກ່ຽວຂ້ອງເຂົ້າຮ່ວມ.

ສໍາລັບສິນຄ້າຂອງກາງຢຶດໄດ້ ແລະນໍາມາທໍາລາຍຖິ້ມໃນຄັ້ງນີ້ເປັນສິນຄ້າທີ່ນໍາເຂົ້າມາແຕ່ ສປ ຈີນ ເປັນຢາສູບຍີ່ຫໍ້ຂອງຈີນຜ່ານການກວດກາຂອງເຈົ້າໜ້າທີ່ເຫັນວ່າເປັນສິນຄ້າແມ່ນຜິດຕໍ່ລະບຽບກົດໝາຍແທ້ທາງເຈົ້າໜ້າທີ່ຈຶ່ງໄດ້ຢຶດຢາສູບດັ່ງກ່າວໄວ້ເພື່ອທໍາລາຍຖິ້ມຕາມລະບຽບການລວມຢາທີ່ຢຶດມາໄດ້ມີທັງໝົດ ແກັດ,ໃນນັ້ນແກັດນ້ອຍມີ 1 ແກັດລວມ 275 ຕຸດ.

   ຕາມຄໍາໃຫ້ການຂອງຜູ້ລະເມີດໃຫ້ຮູ້ວ່າ: ຢາຈໍານວນດັ່ງກ່າວແມ່ນນໍາເຂົ້າມາແຕ່ ສປ ຈີນ ເພື່ອມາສົ່ງຂາຍໃຫ້ຫ້າງຮ້ານພາຍໃນຫຼວງພະບາງຊື້ມາໃນລາຄາຕຸດລະ 100.000 ກີບຫາ150.000 ກີບ,ສະນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ດໍາເນີນມາດຕະການຕໍ່ຜູ້ກະທໍາຜິດດັ່ງກ່າວຕາມດໍາລັດເລກທີ 52/ລບ ລົງວັນທີ21/02/2019.

 ຂ່າວສີສຸວັນ