ນໍ້າປະປາອັດຕະປືສະຫຼຸບການ ເຄື່ອນໄຫວທຸລະກິດ

   ຂ່າວວັດທະນາ .ອັດຕະປື 

  ວັນທີ 24 ກຸມພາ 2021 ສະພາບໍລິຫານທຸລະກິດລັດວິສາຫະກິດນໍ້າປະປາ ແຂວງອັດຕະປື ໄດ້ສະຫຼຸບການດຳເນີນທຸລະກິດປີ 2020 ແລະ ຜ່ານທິດທາງແຜນ ການປີ 2021 ຂຶ້ນທີ່ຫ້ອງປະຊຸມພະແນກໂຍທາທິການ ແລະຂົນສົ່ງແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື, ປະ ທານສະພາບໍລິຫານລັດວິສາຫະກິດນໍ້າປະປາແຂວງ, ມີຄະນະສະພາບໍລິຫານ, ມີພະແນກການອ້ອມຂ້າງແຂວງ, ຂະແໜງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ແກ້ວວິຊຽນ ສີຊານົນ ອຳນວຍການລັດວິສາຫະກິດນໍ້າປະປາ ແຂວງອັດຕະປື ໄດ້ຜ່ານບົດສະຫຼຸບວຽກງານການດຳເນີນເຄື່ອນໄຫວທຸລະກິດປີ 2020 ພ້ອມຜ່ານແຜນການ ປີ2021 ຊຶ່ງປະຈຸບັນລັດວິສາຫະກິດນໍ້າປະປາ ແຂວງອັດຕະປື ມີການບໍລິການເປັນລະບົບນໍ້າປະປາມີ 2 ເມືອງຄື: ເມືອງສາມັກຄີໄຊມີ 12 ບ້ານ ແລະ ພະ ແນກການອ້ອມຂ້າງແຂວງ, ເມືອງໄຊເສດຖາ ມີ 7 ບ້ານ ແລະ ຫ້ອງການອ້ອມຂ້າງເມືອງ, ໃນປິ 2020 ຜະລິດນໍ້າໄດ້ 5 ແສນກວ່າ ແມັດກ້ອນ, ຈຳໜ່າຍນໍ້າໄດ້ 4 ແສນ 64.173 ແມັດກ້ອນ, ນໍ້າສູນເສຍມີ 1,13 ແສນແມັດກ້ອນ, ທົ່ວແຂວງມີຄົວເຮືອນທົ່ວໄປຊົມໃຊ້ໜໍ້ແທກນໍ້າທັງໝົດ ມີ 4.146 ໜ່ວຍ, ປີ 2020 ລາຍຮັບ ມີ 2 ຕື້ກວ່າກີບ ໃນນີ້ລາຍຮັບຈາກການຂາຍນໍ້າມີ 2 ຕື້ກີບ, ນອກນີ້ຍັງມີລາຍຮັບຈາກການຜະລິກສໍາຮອງອີກຈໍານວນໜຶ່ງ, ນອກນັ້ນຍັງມີໜີ້ຕ້ອງຮັບທັງໝົດມີ 3,9 ຕື້ກີບ ຊຶ່ງສ່ວນໃຫຍ່ແລ້ວແມ່ນໜີ້ຄ່ານໍ້າ ແລະຄ່ານໍ້າ ແລະໜີ້ຄ່າບູລະນະກົງເຕີ້, ສ່ວນໜີ້ຕ້ອງສົ່ງມີທັງໝົດ 9,7 ຕື້ກີບ,ປະກອບມີໜີ້ຕ້ອງສົ່ງໄລຍະຍາວ 6 ຕື້ກວ່າກີບ, ໜີ້ຕ້ອງສົ່ງໃນທຸລະກິດມີ 2 ຕື້ກວ່າກີບ ແລະໜີ້ຕ້ອງສົ່ງງົບປະມານມີ 1 ຕື້ກວ່າກີບ.

ເພື່ອເຮັດໃຫ້ການດໍາເນີນທຸລະກິດຂອງສະພາບໍລິຫານທຸລະກິດລັດວິສາຫະກິດນໍ້າປະປາແຂວງອັດຕະປືໃນປີ 2021ນີ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສູງ.

ຮູບພາບໜັງສືພິມເສດຖະກິດ-ສັງຄົມ