ຈີນທົດລອງແທັກຊີ້ຫຸ່ນຍົນ

  ບໍລິສັດຜູຜະລິດລົດ ຕົງເຟິງ ມໍເຕີ ຄໍປໍເຣຊັນ ຂອງສປ ຈີນ ເລີ່ມທົດລອງນໍາລົດແທັກຊີ້ຫຸ່ນຍົນ ຫຼືແທັກຊີ້ບໍ່ມີຄົນຂັບ 40 ຄັນ ອອກແລ່ນໃຫ້ບໍລິການປະຊາຊົນໄດ້ທົດ ລອງນັ່ງໂດຍສານໂດຍບໍ່ເສຍຄ່າໃນເມືອງອູ່ຮັ່ນຂອງທາງພາກກາງຂອງປະເທດ.

  ຕາມຂ່າວຕ່າງປະເທດລາຍງານວ່າເຈົ້າໜ້າທີ່ສູນເຕັກນິກຂອງບໍລິສັດ ຕົງເຟິງ ເປີດເຜີຍວ່າແທັກຊີ້ຂັບເຄື່ອນອັດຕະໂນມັດ ຫຼືເອີ້ນວ່າໂຣໂບແທັກຊີ (Robotaxi) ຈຳ ນວນຫຼາຍກວ່າ 40 ຄັນຂອງບໍລິສັດນໍາມາທົດລອງໃຊ້ໃຫ້ບໍລິການໃນທ້ອງຖະໜົນໃນເຂດພັດທະນາເສດຖະກິດແລະເຕັກໂນໂລຊີຂອງເມືອງອູ່ຮັ່ນຄວບຄຸມບ່ອນຈອດລົດສະ ເພາະປະມານ 20 ຈຸດ ແລະເສັ້ນທາງຫຼາຍກວ່າ 10 ສາຍ, ຊຶ່ງໂຣໂບ ແທັກຊີ້ດ້ດັດແປງມາຈາກລົດໄຟຟ້າບໍລິສຸດຂອງຕົງເຟີງທັງຍັງໄດ້ຮັບການຕິດຕັ້ງລະບົບນໍາທາງ ແລະກຳນົດຕຳແໜ່ງຂອງເຄືອຂ່າຍດາວທຽມເປ່ຍໂຕ່ວ ແລະ ລະບົບກວດຈັບສິ່ງແວດລ້ອມອ້ອມຮອບລົດທີ່ປະກອບດ້ວຍກ້ອງຄວາມລະອຽດສູງເຮດາຊຶ່ງເປັນລະບົບທີ່ວັດແທກຄວາມສູງຂອງພູມປະເທດດ້ວຍແສງເລເຊີ ແລະເຣດາຄື້ນມິນລິແມັດ. 

  ຢ່າງໃດກໍຕາມເຈົ້າໜ້າທີ່ຈະບໍ່ຄວບຄຸມການແລ່ນລົດດ້ວຍຕົວເອງເວັ້ນເສຍແຕ່ເກີດກໍລະນີສຸກເສີນໂດຍບໍລິສັດມີແຜນຈະເປີດໂຕແທັກຊີ້ບໍ່ມີຄົນຂັບຫຼາຍກວ່າ 200 ຄັນ ໃນເມືອງອູ່ຮັ່ນພາຍໃນ 2-3 ປີຕໍ່ໜ້ານີ້.