ກຸ່ມຕິດອາວຸດລັກພາຕົວນັກຮຽນຍິງເຊຣີ 366 ຄົນ

  ກຸ່ມຕິດອາວຸດບຸກລັກພາຕົວນັກຮຽນຍິງ 366 ຄົນຈາກໂຮງຮຽນກິນນອນແມ່ຍິງລະດັບຊັ້ນມັດທະຍົມຂອງລັດຖະບານໃນເມືອງທາງພາກຕາເວັນຕົກສ່ຽງເໜືອຂອງນີເຊຣີ ເບື້ອງຕົ້ນຍັງບໍ່ຮູ້ສັງກັດຂອງກຸ່ມຄົນຮ້າຍ.

  ຕາມຂ່າວຕ່າງປະເທດລາຍງານວ່າຜູ້ເຫັນເຫດການເປີດເຜີຍຕໍ່ຕຳຫຼວດວ່າກຸ່ມຄົນຮ້າຍຫຼາຍກວ່າ 100 ຄົນພ້ອມດ້ວຍອາວຸດຄົບມືໃຊ້ລົດກະບະ ແລະລົດຈັກເປັນພາ ຫະນະ ບຸກໂຈມຕີໂຮງຮຽນກິນນອນແມ່ຍິງມັດທະຍົມສຶກສາໃນເມືອງຈານເກເນລັດຊາມຟາຣາ ໃນທ້າຍອາທິດທີ່ຜ່ານມາ ແລະດຶງເອົານັກຮຽນທີ່ກຳລັງນອນຫຼັບຂຶ້ນລົດຫຼົບໜີໄປ. ຊຶ່ງຄູທ່ານໜຶ່ງຂອງໂຮງຮຽນເປີດເຜີຍວ່າຂະນະເກີດເຫດມີນັກຮຽນຢູ່ໃນໂຮງຮຽນທັງໝົດ 421 ຄົນ ແລະ ຫຼັງຈາກເກີດເຫດເຫຼືອນັກຮຽນພຽງ 55 ຄົນ ນັກຮຽນຄົນໜຶ່ງຖືກຄົນຮ້າຍຍິງເສຍຊີວິດສ່ວນຕຳຫຼວດທ້ອງຖິ່ນເປີດເຜີຍວ່າຄົນຮ້າຍບາງສ່ວນແຕ່ງຊຸດຮຽນແບບທະຫານ ແລະ ຕຳຫຼວດຊຶ່ງກ່ອນບຸກໂຈມຕີໂຮງຮຽນກຸ່ມຄົນຮ້າຍໄດ້ບຸກໂຈມຕີທະຫານ ແລະ ດ່ານກວດທີ່ຢູ່ບໍ່ໄກຈາກໂຮງຮຽນກ່ອນເພື່ອປ້ອງກັນບໍ່ໃຫ້ເຂົ້າແຊກແຊງ. 

  ເບື້ອງຕົ້ນເຈົ້າໜ້າທີ່ຍັງບໍ່ຮູ້ສັງກັດກຸ່ມຄົນຮ້າຍ ແລະຍັງບໍ່ມີກຸ່ມໃດອອກມາປະກາດສະແດງຄວາມຮັບຜິດຊອບຊຶ່ງລັດຊາມຟາຣາມີກຸ່ມຕິດອາວຸດປະຕິບັດຢູ່ຫຼາຍກຸ່ມ,ຫຼັງຈາກໄດ້ຮັບການລາຍງານທ່າ ູຮໍາມາດູ ບູຮາມາດູ ບູຮາຣີ ປະທາ ນາທິບໍດີຂອງນີເຊຣີ ອອກມາປະນາມການລັກພາຕົວຄັ້ງຫຼ້າສຸດວ່າປ່າເຖື່ອນ ແລະບໍ່ອາດຍອມຮັບໄດ້ພ້ອມທັງສັ່ງການໄປຍັງໜ່ວຍງານຄວາມໝັ້ນຄົງໃຫ້ຈັດເຈົ້າໜ້າທີ່ອອກຕິດຕາມເພື່ອນໍາຕົວນັກຮຽນຍິງທັງໝົດກັບຄືນມາໂດຍປອດໄພ.