ຫວຽດນາມເລັ່ງຜະລິດວັກແຊງໃນປະເທດ

  ສສ ຫວຽດນາມ ເລັ່ງຜະລິດວັກແຊງປ້ອງກັນພະຍາດໂຄວິດ-19 ນປະເທດຄາດວ່າຈະເລີ່ມສັກວັກແຊງໄດ້ໃນເດືອນພຶດສະພາທີ່ຈະມາເຖິງນີ້.

 ຕາມຂ່າວຕ່າງປະເທດລາຍວ່າລັດຖະບານຫວຽດນາມຍັງເດີນໜ້າສູ່ເປົ້າໝາຍໃນການມີວັກແຊງໂຄວິດ-19 ທີ່ຜະລິດໃນປະເທດໂດຍມີນະໂຍບາຍການທູດວັກແຊງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ລາຍງານລະບຸວ່າບໍລິສັດ Nanogen Pharmac euticalBiotechnology ຊຶ່ງເປັນບໍລິສັດຢາຂອງຫວຽດ ນາມຢູ່ລະຫວ່າງການພັດທະນາວັກແຊງ Nano Covax ໂດຍກຽມເຂົ້າສູ່ການທົດລອງທາງຄລີນິກໃນຊຸດທີ 3 ກັບປະຊາກອນປະມານ 10.000-30.000 ຄົນໃນເດືອນພຶດສະພານີ້ ແລະຄາດວ່າຈະມີການອະນຸມັດໃຫ້ໃຊ້ເປັນການເລັ່ງດ່ວນໃນເວລາດຽວກັນນັ້ນເອງ. 

  ໂດຍວັກແຊງດັ່ງກ່າວເປັນວັກແຊງທີ່ໃຊ້ເຕັກໂນໂລຊີການປັບແຕ່ງດີເອັນເອລົງໃນເຊລຂອງສັດໂດຍວັກແຊງ Nano Covax ເປັນໜຶ່ງໃນວັກແຊງ 4 ຊະນິດທີ່ຫວຽດນາມກຳລັງພັດທະນາຂຶ້ນເອງໃນເວລານີ້ຂະນະທີ່ເວລານີ້ຫວຽດນາມໄດ້ຮັບວັກແຊງປະມານ 1 ແສນໂດສຈາກບໍລິສັດ ແອສຕຣ້າເຊນເນກ້າເທົ່ານັ້ນ.