ຮອງເລຂາພັກແຂວງບໍ່ແກ້ວຊຸກຍູ້ວຽກງານຈັດຕັ້ງ-ກໍ່ສ້າງພັກ ຢູ່ເມືອງເມິງ

   ວັນທີ 2 ມີນາ 2021 ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງບໍ່ແກ້ວຜູ້ຊີ້ນໍາວຽກງານຂົງເຂດພັກ-ພະນັກງານ  ແລະທ່ານ ສົມພອນ ແກ້ວມະນີ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ,ໄດ້ລົງຊຸກຍູ້ວຽກງານຈັດຕັ້ງ-ກໍ່ສ້າງພັກພະນັກງານຢູ່ເມືອງເມິງ,ແຂວງບໍ່ແກ້ວເຂົ້າຮ່ວມມີທ່ານ ສົມສັກ ປິ່ນແກ້ວກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ-ເມືອງເມິງ, ມີບັນດາທ່ານຄະນະປະຈໍາພັກເມືອງ, ແລະຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

  ໃນກອງປະຊຸມທ່ານ ສົມສັກ ປິ່ນແກ້ວ ກໍາມະການພັກແຂວງ,ເລຂາພັກເມືອງ,ເຈົ້າເມືອງໆເມິງໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມຂອງເມືອງ ແລະວຽກງານຈັດຕັ້ງ-ກໍ່ສ້າງພັກພະນັກງານຂອງເມືອງ,ຊຶ່ງໃນຜ່ານມາຄະນະພັກ-ຄະນະນໍາຂອງເມືອງໄດ້ຍົກສູງການນໍາພາທາງດ້ານການເມືອງແນວຄິດໃນຖັນແຖວພະນັກງານ, ສະມາຊິກພັກ,ສອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕະຫຼອດຮອດຮາກຖານບ້ານກໍ່ຄືພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ອຸດົມການ ແລະແນວທາງການປ່ຽນແປງໃໝ່ຂອງພັກ, ໃນຜ່ານມາຂະແໜງການກ່ຽວຂ້ອງກໍ່ຄືຄະນະຈັດຕັ້ງເມືອງເມິງໄດ້ມີການສໍາເລັດການກໍານົດ ພະນັກງານນໍາພາຄຸ້ມຄອງຂັ້ນເມືອງຄຸ້ມຄອງ, ສ້າງແຜນກໍານົດ, ບໍາລຸງກໍ່ສ້າງພະນັກງານສືບທອດປ່ຽນແທນໄລຍະສັ້ນແລະຍາວນານ, ນອກນີ້ຍັງໄດ້ເອົາໃຈໃສ່ໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ໄດ້ທັງປະລິມານ ແລະຄຸນນະພາບ, ຕິດຕາມກວດກາບັນດາໜ່ວຍພັກທີ່ມີຫຼາຍຫ້ອງການຂຶ້ນກັບເພື່ອກະກຽມແຍກໜ່ວຍພັກທີ່ມີເງື່ອນໄຂເພື່ອເຮັດໃຫ້ການຄຸ້ມຄອງ ແລະຕິດຕາມກວດກາມີຄວາມສະດວກສະບາຍ ແລະແທດເຖິງຕົວຈິງທັງເປັນພື້ນຖານໃຫ້ແກ່ການກໍ່ສ້າງພະນັກງານກໍ່ຄືສະມາຊິກພັກໃຫ້ມີຄຸນນະພາບເພື່ອສ້າງເປັນພະນັກງານສືບທອດປ່ຽນແທນໃນຕໍ່ໜ້າພາຍຫຼັງທີ່ໄດ້ຮັບຟັງການລາຍງານບັນດາທ່ານຜູ້ເຂົ້າ ຮ່ວມກໍ່ໄດ້ມີການສົນທະນາແລກປ່ຽນຄໍາຄິດຄໍາເຫັນເພື່ອເຮັດໃຫ້ວຽກງານດັ່ງກ່າວມີເນື້ອໃນຄົບຖ້ວນ ແລະມີປະສິດທິຜົນສູງ.

  ໂອກາດດັ່ງກ່າວທ່ານ ເພັງສອນ ແກ້ວວິໄລ ໄດ້ເນັ້ນໜັກໃຫ້ບັນດາທ່ານຄະນະພັກຈົ່ງເປັນເຈົ້າການໃນການແບ່ງຄວາມຮັບຜິດຊອບໃຫ້ຄະນະພັກຢູ່ແຕ່ລະຂົງເຂດວຽກ ງານ ແລະຮາກຖານບ້ານໃຫ້ມີຄວາມສອດຄ່ອງເອົາໃຈໃສ່ໃນການນໍາພາທາງດ້ານການເມືອງແນວຄິດໃນຖັນແຖວພະນັກງານສະມາຊິກພັກຕະຫຼອດຮອດພໍ່ແມ່ປະຊາ ຊົນບັນດາເຜົ່າໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ,ເຄົາລົບລະບຽບກົດໝາຍຂອງລັດເພື່ອຕ້ານບັນຫາປາກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນໃນຖັນແຖວພະນັກງານສະມາຊິກພັກ, ເພີ່ມຄວາມໃກ້ຊິດຕິດແທດລະຫວ່າງເມືອງກັບບ້ານ-ພະນັກງານກັບປະຊາຊົນເພື່ອສ້າງຄວາມສາມັກຄືໃຫ້ມີຄວາມສະໜິດແໜ້ນ, ກໍ່ຄືໃນຖັນແຖວພະນັກງານສະມາຊິກພັກໃຫ້ມີຄຸນທາດການເມືອງໜັກແໜ້ນມີຄຸນສົມບັດສິນທໍາປະຕິວັດ,ຮູ້ຈໍາແນກມິດ-ສັດຕູຈະແຈ້ງ ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງສູນກາງພັກມະຕິກອງປະຊຸມໃຫຍ່ຄັ້ງທີ 6 ຂອງອົງຄະນະພັກແຂວງ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະນະພັກເມືອງໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ກໍານົດໄວ້, ຕັ້ງໜ້າກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ມີຄຸນນະພາບ ແລະເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງພັກໃນເງື່ອນໄຂຂອງ ການປະຕິວັດໃນໄລຍະໃໝ່.

ຂ່າວ: ຄໍາໃຫຍ່ ຜົນຈະເລີນ.