ລາຍຮັບຕົ້ນຕໍກອງຄຸ້ມຄອງພາສີ III ແມ່ນນຳນໍ້າມັນ ແລະຄັງແຮ

ຂ່າວ: ບຸນທີ

  ໃນໜຶ່ງປີຜ່ານມາກອງຄຸ້ມຄອງພາສີ III ແຂວງໄຊຍະບູລີມີລາຍຮັບຈາກການນໍາເຂົ້ານໍ້າມັນເຊື້ອໄຟບວກຄັງແຮ ກວມ 92% ຂອງລາຍຮັບທັງໝົດ, ມີ 6 ບໍລິສັດທີ່ນໍາເຂົ້ານໍ້າມັນເຊື້ອໄຟຄື: ລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ບໍລິສັດສົມວັນຈະເລີນປິໂຕລ້ຽມເຈວລິຈໍາກັດ, ບໍລິສັດທີທີພາວເວີໂຕໂທຈໍາກັດຜູ້ດຽວ, ບໍລິສັດນໍາເຂົ້າສົ່ງ ອອກນໍ້າມັນເຊື້ອໄຟເອເຊຍຈໍາກັດ, ບໍລິສັດພັນທະມິດລາວປິໂຕລ້ຽມຈໍາກັດ ແລະບໍລິສັດປິໂຕລ້ຽມພູມ້າເນີຈີ້ຈໍາກັດ.


 

  ທ່ານ ຫຸມພັນ ວົງສາ ຮອງຫົວໜ້າກອງຄຸ້ມຄອງພາສີ III ໃຫ້ຮູ້ວ່າ: ກອງຄຸ້ມຄອງພາສີ III ປະກອບມີ 2 ແຂວງຄື: ແຂວງໄຊຍະບູລີ ແລະແຂວງຫຼວງພະບາງ, ມີພະນັກງານທັງໝົດ 88 ຄົນ, ຍິງ 11 ຄົນ, ແຂວງໄຊຍະບູລີ ມີພະນັກງານທັງໝົດ 73 ຄົນ, ຍິງ 7 ຄົນ, ແຂວງຫຼວງພະບາງມີພະນັກງານທັງໝົດ 16 ຄົນ, ຍິງ 4 ຄົນ, ມີດ່ານສາກົນ 5 ດ່ານ, ດ່ານທ້ອງຖິ່ນ 1 ດ່ານ, ດ່ານປະເພນີ 3 ດ່ານ, ໃນ 1 ປີຜ່ານມາພາຍໃຕ້ການຊີ້ນໍາໆພາຂອງຄະນະພັກແຕ່ລະຂັ້ນບວກໃສ່ຄວາມເອົາໃຈໃສ່ຂອງອ້າຍນ້ອງເຈົ້າໜ້າທີ່ພາສີ ແລະຜູ້ປະກອບການຈຶ່ງເຮັດໃຫ້ການເກັບລາຍຮັບໄດ້ຕາມແຜນການ ແລະລື່ນແຜນການທີ່ວາງໄວ້ໂດຍສະເພາະໃນສົກປີ 2020 ກອງຄຸ້ມຄອງພາສີ III ມີແຜນຈັດເກັບລາຍຮັບທັງໝົດ 800 ຕື້ກີບ,ແຜນດັດແກ້ 949,1 ຕື້ກີບ.ຜ່ານການຈັດຕັ້ງປະຕິບັດສາມາດເກັບລາຍຮັບໄດ້ທັງໝົດ 912,1 ຕື້ກີບ ເທົ່າກັບ 114,11% ຂອງແຜນປີເທົ່າກັບ 96,17% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 28,23%.

  ໝວດສິນຄ້ານໍາເຂົ້າ ແລະສົ່ງອອກໃນດ່ານຕ່າງໆທີ່ສ້າງລາຍຮັບຫຼາຍກວ່າໝູ່ແມ່ນນໍ້າມັນເຊື້ອໄຟແຜນປີມີ 679 ຕື້ກວ່າກີບ ປະຕິບັດໄດ້ 459 ຕື້ກວ່າກີບ ຮອງລົງມາແມ່ນພາຫະນະເສຍພາສີແຜນປີ 21 ຕື້ ປະຕິບັດໄດ້ 22 ຕື້ກວ່າກີບ, ຄ່າທໍານຽມຄັງແຮແຜນປີ 53 ຕື້ກວ່າກີບ ປະຕິບັດໄດ້ 14 ຕື້ກວ່າກີບ,ເຄື່ອງອຸປະໂພກ-ບໍລິໂພກ ຕາມແຜນປີ 14 ຕື້ກວ່າກີບ ປະຕິບັດໄດ້ 21 ຕື້ກວ່າກີບ, ນໍ້າມັນເຄື່ອງປະຕິບັດໄດ້ 113 ລ້ານກວ່າກີບ, ເຄື່ອງອາໄຫຼ່ປະຕິບັດໄດ້ 3 ຕື້ກວ່າກີບ, ເຄື່ອງໄຟຟ້າປະຕິບັດໄດ້ 1 ຕື້ກວ່າກີບ, ຄ່າທໍານຽມພາຫະນະ-ຄົນ ປະຕິບັດໄດ້ 5 ຕື້ກວ່າກີບ ແລະ ຄ່າປັບໃໝປະຕິບັດໄດ້ 4 ຕື້ກວ່າກີບ ໂດຍລວມແລ້ວລາຍຮັບຕົ້ນຕໍຂອງແຂວງໄຊຍະບູລີ; ເວົ້າລວມເວົ້າສະເພາະກອງຄຸ້ມຄອງພາສີ III ແມ່ນມາຈາກການນໍາເຂົ້ານໍ້າມັນເຊື້ອໄຟ ແລະຄັງແຮກວມເຖິງ 92% ຂອງລາຍຮັບທັງໝົດ.

   ທ່ານຍັງໃຫ້ຮູ້ຕື່ມວ່າ: ໃນສົກປີ 2021 ນີ້ກອງຄຸ້ມຄອງພາສີ III ພວກເຮົາມີແຜນຈັດເກັບລາຍຮັບໃຫ້ໄດ້ 850 ຕື້ກີບ ໃນນັ້ນແຂວງໄຊຍະບູລີໃຫ້ໄດ້ 840 ຕື້ກີບ, ແຂວງຫຼວງພະບາງ 10 ຕື້ກີບ, ລາຍຮັບຫຼັກທີ່ເປັນຕົ້ນຕໍແມ່ນນໍ້າມັນເຊື້ອໄຟ 427 ຕື້ກວ່າກີບ, ເຄື່ອງອຸປະໂພກ-ບໍລິໂພກ 20 ຕື້ກີບ, ຄ່າປັບໃໝ 1 ຕື້ກີບ, ນໍ້າມັນເຄື່ອງ 2 ຕື້ກີບ, ນໍ້າມັນກາສ 1 ຕື້ກວ່າກີບ, ເຄື່ອງອາໄຫຼ່ 3 ຕື້ກວ່າກີບ ແລະເຄື່ອງຮັບໃຊ້ອື່ນໆອີກຈໍານວນໜຶ່ງ.

ຮູບພາບໜັງສືພິມເສດຖະກິດ-ສັງຄົມ