ແຮງງານຕັດຫຍິບລາວຮັບອຸປະກອນປ້ອງກັນໂຄວິດ-19

 ວັນທີ 1 ມີນາ 2021 ທີ່ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ ( ສຄອຊ ) ນະຄອນຫຼວງວຽງຈັນ ກະຊວງຮ່ວມມືດ້ານເສດຖະກິດ ແລະການພັດທະນາຂອງສະຫະພັນເຢຍລະມັນ (BMZ) ໂດຍຜ່ານອົງການແຮງງານສາກົນ (ILO) ມອບເຄື່ອງມືອຸປະກອນໃຫ້ແກ່ແຮງງານໃນບັນດາໂຮງງານຕັດຫຍິບໃນລາວເພື່ອປະກອບສ່ວນຊ່ວຍປ້ອງກັນພະຍາດໂຄວິດ-19 ໂດຍເຂົ້າຮ່ວມມີທ່ານທ່ານ ດາວອນ ພະຈັນທະວົງ ຮອງປະທານ ສອຄຊ, ທ່ານ ໄຊບັນດິດ ຣາຊະພົນ ປະທານ ສອຕລ; Mrs: Christina Seeberg-Elverfeldt ຫົວໜ້າການຮ່ວມມືຈາກ ທຸດເຢຍລະມັນປະຈຳລາວ; Mrs: Mrs Khemphone Phaokhamkeo ຈາກອົງການແຮງງານສາກົນພ້ອມດ້ວຍທ່ານຜູ້ອຳນວຍການໂຮງງານຕັດຫຍິບ ແລະຜູ້ຕາງໜ້າຈາກໂຮງງານຕັດຫຍິບ.

  ທ່ານ ໄຊບັນດິດ ຣາຊະພົນ ກ່າວວ່າ: ການແຜ່ລະບາດຂອງໂຄວິດໄດ້ສົ່ງຜົນກະທົບຕໍ່ລະບົບເສດຖະກິດ ແລະສັງຄົມໄປທົວໂລກຢ່າງໜັກໜ່ວງເວົ້າສະເພາະກໍຄືສົ່ງຜົນກະທົບຕໍ່ນາຍຈ້າງ ແລະ ລູກຈ້າງໃນຂະແໜງຕັດຫຍິບໂດຍສະເພາະແມ່ນການເຮັດໃຫ້ການຜະລິດຫຼຸດລົງ, ຜະລິດແບບບໍ່ເຕັມສ່ວນບາງໂຮງງານເຮັດການຜະລິດພຽງແຕ່ 3 ວັນຕໍ່ອາທິດ,ບໍ່ມີການເຮັດວຽກລ່ວງເວລາໜັກໄປກ່າວນັ້ນແມ່ນໄດ້ໂຈະການຜະລິດເປັນເດືອນ, 2 ເດືອນ ຊຶ່ງເຮັດໃຫ້ລາຍຮັບຂອງຜູ້ອອກແຮງງານຫຼຸດລົງ,ການຈ້າງງານຫຼຸດລົງມູນຄ່າການຜະລິດການສົ່ງອອກຫຼຸດລົງຍ້ອນລູກຄ້າມີຄວາມຈຳເປັນຕ້ອງໄດ້ໂຈະການສັ່ງຊື້ເນື່ອງຈາກບໍ່ສາມາດຂາຍສີນຄ້າຢູ່ປາຍທາງໄດ້.

  ການຊ່ວຍເຫຼືອໃນຄັ້ງນີ້ມີມູນຄ່າທັງ ໝົດ 1,47 ແສນໂດລາສະຫະລັດເພື່ອຈັດຕັ້ງປະຕິບັດ 4 ກິດຈະກຳໃຫຍ່ເຊັ່ນ:

1. ຊື້ອຸປະກອນປ້ອງກັນເຊື້ອພະຍາດໂຄວິດ -19 , ໃຫ້ກັບ 50 ໂຮງງານຕັດຫຍິບ.
2. ຊື້ອຸປະກອນສຳລັບຜູ້ອອກແຮງງານທີ່ຈະມາກັກກັນໂຕ 14 ວັນກ່ອນບັນຈຸເຂົ້າເຮັດວຽກ.
3. ໃຫ້ການອຸດໜູນຂະຫຍາຍເຊົ່າຫໍພັກແຮງງານເພີ່ມເປັນໄລຍະເວລາ 3 ເດືອນ ເພື່ອເປັນການຮັກສາໄລຍະຮ່າງຫຼຸດຜ່ອນຄວາມແອອັດໃນຫໍພັກ.
4. ແລະການຈັດຝືກອົບຮົມໃຫ້ຄະນະ OSH.
   ສຳລັບການຊ່ວຍເຫຼືອໃນຄັ້ງນີ້ຖືວ່າແມ່ນມີປະໂຫຍດຢ່າງຫຼວງຫຼາຍສຳລັບຜູ້ໃຊ້ແຮງງານເປັນການສ້າງຂວັນກຳລັງໃຈໃຫ້ຜູ້ໃຊ້ແຮງງານຖືວ່າເປັນການຊ່ວຍຫຼຸດຄ່າໃຊ້ຈ່າຍໃຫ້ຜູ້ໃຊ້ແຮງງານໃນການສະໜອງອຸປະກອນໃຫ້ກັບແຮງງານຂອງໂຮງງານນັບເປັນສີ່ງທີ່ມີຄວາມໝາຍຄວາມສຳຄັນທີ່ສຸດ ແລະຫວັງຢ່າງຍິງວ່າຈະໄດ້ຮັບການຊ່ວຍ ເຫຼືອອີກໃນຄັ້ງຕໍ່ໆໄປ.