ບໍ່ຄຳ-ທອງເຊໂປນ ຊ່ວຍວຽກກວດກູ້ລະເບີດຕົກຄ້າງ

   ວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ (UXO) ເປັນວຽກງານໜຶ່ງທີ່ສຳຄັນໃນວົງຈອນການຂຸດຄົ້ນ-ປຸງແຕ່ງ-ຜະລິດບໍ່ແຮ່ ເນື່ອງຈາກ ສປປ ລາວ ເປັນປະເທດທີ່ຖືກຖິ້ມລະເບີດຕໍ່ຕົວຄົນທີ່ໜັກໜ່ວງທີ່ສຸດໃນໂລກ ແລະບໍ່ຄຳ-ທອງເຊໂປນກໍຕັ້ງຢູ່ບ່ອນທີ່ຖືກຖິ້ມລະເບີດລົງໃສ່ຫຼາຍທີ່ສຸດໃນປະເທດ.

  ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງເຊໂປນ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ກັບກະຊວງປ້ອງກັນປະເທດ, ການຮ່ວມມືທີ່ຍາວນານນີ້ແມ່ນສະໜັບສະໜູນການເກັບກູ້ລະເບີດທີ່ບໍ່ທັນແຕກຕົກຄ້າງຢູ່ເຂດບໍ່ຄຳ-ທອງເຊໂປນ ແລະຍົກລະດັບຄວາມອາດສາມາດດ້ານວິຊາການກວດກູ້ຂອງກະຊວງປ້ອງ ກັນປະເທດສຳລັບຜົນປະໂຫຍດຂອງລູກຫຼານຄົນຮຸ່ນໃໝ່ໃນອະນາຄົດຂອງ ສປປ ລາວ.

 ໃຫ້ກຽດລົງນາມໃນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ມີ: ທ່ານ ພັ.ອ ວຽງໄຊ ໄຊສະໝອນ, ຫົວໜ້າກົມຊ່າງແສງກົມໃຫຍ່ເສນາທິການກະຊວງປ້ອງກັນປະເທດ ແລະທ່ານ ຊົງລິນຊາງ, ຜູ້ຈັດການພະແນກບໍລິການເຕັກນິກບໍ່ແຮ່ຂອງ ບໍລິສັດ ລຊມລ ໂດຍການເປັນສັກຂີພິຍານຂອງທ່ານ ພັ.ທ ປາດຖະໜາ ບຸດຕິຈັກ, ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກະຊວງປ້ອງກັນປະເທດ ແລະທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ລຊມລ ໃນວັນທີ 26 ກຸມພາ 2021.

  ທ່ານ ພັ.ອ ວຽງໄຊ ໄຊສະໝອນ, ຫົວໜ້າກົມຊ່າງແສງກົມໃຫຍ່ເສນາທິການກະຊວງປ້ອງກັນປະເທດກ່າວວ່າ: “ການຮ່ວມມືນີ້ສະໜັບສະໜູນໃຫ້ວຽກງານເກັບກູ້ລະເບີດບໍ່ທັນແຕກດຳເດີນໄປຢ່າງປອດໄພຖືກຕ້ອງຕາມມາດຕະຖານແຫ່ງຊາດຂອງຄະນະກຳມາການແຫ່ງຊາດ. ພວກເຮົາຈະສານຕໍ່ການຮ່ວມມືກັບ ລຊມລ ທີ່ມີມາເປັນທົດສະຫວັດເພື່ອບັນລຸພາກປະຕິບັດທີ່ດີທີ່ສຸດໃນການເກັບກູ ແລະການທຳລາຍລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງ.”

 ຕັ້ງແຕ່ການຮ່ວມມືໄດ້ເລີ່ມຕົ້ນຂຶ້ນໄດ້ທົດສະຫວັດຜ່ານມາ, ລຊມລ, ກະຊວງປ້ອງກັນປະເທດ, ຄະນະກຳມະການຄຸ້ມຄອງແຫ່ງຊາດ ແລະ UXO Lao ໄດ້ເຮັດວຽກ ງານຮ່ວມກັນເພື່ອປັບປຸງມາດຕະຖານການເກັບກູ້ລະເບີດທີ່ບໍ່ທັນແຕກ.

  ໃນປີ 2015, ລຊມລ ແລະຄະນະກຳມະການຄຸ້ມຄອງແຫ່ງຊາດໄດ້ຮ່ວມກັນສ້າງຫຼັກສູດຝຶກອົບຮົມກ່ຽວກັບການທຳລາຍລະເບີດທີ່ບໍ່ທັນແຕກເພື່ອສ້າງຄວາມອາດສາມາດໃຫ້ແກ່ນັກວິຊາການລາວໃຫ້ໄດ້ຮັບຄຸນວຸທິສູງທີ່ສຸດເປັນທີ່ຍອມຮັບໃນລະດັບສາກົນ. ນັບຕັ້ງແຕ່ປີ 1996, ລຊມລ ໄດ້ລົງທຶນຫຼາຍກວ່າ US$51 ລ້ານ, ໄດ້ເກັບກູ້ລະເບີດທີ່ຍັງບໍ່ທັນແຕກກວມໃນເນື້ອທີ 5,700 ເຮັກຕາ ແລະໄດ້ທຳລາຍລະເບີດທີ່ບໍ່ທັນແຕກໄດ້ 58,500 ລູກ.

  ລຊມລ ແລະຄະນະກຳມະການຄຸ້ມຄອງແຫ່ງຊາດສືບຕໍ່ລົງທຶນໃສ່ເຕັກໂນໂລຊີທັນສະໃໝເພື່ອປັບປຸງປະສິດທິຜົນການລະບຸ ແລະ ກວດຄົ້ນ UXO. ຕົວຢ່າງ, ລະບົບການກວດຫາລູກລະເບີດທີ່ບໍ່ທັນແຕກໃນລະດັບເລິກ“Ultra-TEM II” ສາມາດຈັບສັນຍານລູກລະເບີດບໍ່ທັນແຕກໃນລະດັບເລິກເຖິງ 3.5 ແມັດ. ລຊມລ ໄດ້ສືບຕໍ່ປັບປຸງວິທີການກວດຄົ້ນລະເບີດແບບ Fixed Loop Electromagnetic (FLEM) ແລະໃນບໍ່ດົນມານີ້ໄດ້ລົງທຶນໃສ່ອຸປະກອນກວດຄົ້ນແບບໃຊ້ມືຈັບດ້ວຍການຊື້ອຸປະກອນກວດຄົ້ນ Vallon VMX-10.

  ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ຂອງ ລຊມລ ກ່າວວ່າ: “ພວກເຮົາສືບຕໍ່ຫລຸດຜ່ອນອຸປະສັກທີ່ມີຜົນກະທົບທ່ວງດຶງການພັດທະນາຂອງ ສປປ ລາວ. ພວກເຮົາສູ້ຊົນເຮັດໃຫ້ຊຸມຊົນປອດ ໄພດ້ວຍການຍົກລະດັບຄວາມອາດສາ ມາດ, ດ້ວຍການລົງທຶນໃນອຸປະກອນ ແລະເຜີຍແຜ່ຄວາມຮູ້ກ່ຽວກັບລະເບີດທີ່ບໍ່ທັນແຕກໃຫ້ແກ່ຄູ່ຮ່ວມງານ ແລະ ຊຸມຊົນຂອງພວກເຮົາ. ລຊມລ ມີຄວາມຮູ້ບຸນຄຸນຢ່າງຍິ່ງສຳລັບການຮ່ວມຢ່າງຕໍ່ເນື່ອງກັບກະຊວງປ້ອງກັນປະເທດ, ຄະນະກຳມະການຄຸ້ມຄອງແຫ່ງຊາດ ແລະ UXO Lao ໃນກິດຈະກຳທີ່ອັນຕະລາຍນີ້.”