2021 ທນບ ສາຂາແຂວງອັດຕະປືຈະສະໜອງສິນເຊື່ອໃຫ້ໄດ້ 5,5 ຕື້ກີບ

>>ໂດຍ: ສິດຕິພອນ:

   ປີ 2021 ນີ້ທະນາຄານນະໂຍບາຍ (ທນບ) ສາຂາແຂວງອັດຕະປືມີແຜນຈະສະໜອງສິນເຊື່ອໃຫ້ໄດ້ 5,5 ຕື້ກີບ,ໂດຍຈະເລັ່ງໃສ່ເມືອງເປົ້າໝາຍຈຸດສຸມລັດຖະບານ ແລະບ້ານ 3 ສ້າງ ດ້ວຍອັດຕາດອກເບ້ຍຕໍ່າທີ່ລັດຖະບານກຳນົດອອກແຕ່ລະໄລຍະເພື່ອປະກອບສ່ວນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ.

  ທ່ານ ບຸນແຫຼມ ກິວົງສັກ ຮັກສາການຫົວໜ້າທະນາຄານນະໂຍບາຍສາຂາແຂວງອັດຕະປືໄດ້ລາຍງານຕໍ່ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານສິນເຊື່ອຂອງທະນາຄານນະໂຍບາຍສາຂາແຂວງອັດຕະປືເມື່ອບໍ່ດົນນີ້ວ່າ: ປີ 2021 ທະນະຄານນະໂຍບາຍສາຂາແຂວງອັດຕະປືໄດ້ຮັບອະນຸມັດແຫຼ່ງທຶນສີນເຊື່ອມີທັງໝົດ 5,5 ຕື້ກີບ ໃນນີ້ທຶນໄລຍະສັ້ນມີ 23 ລ້ານກີບ, ທຶນ ໄລຍະກາງມີ 610 ລ້ານກີບ ແລະທຶນໄລຍະຍາວ ມີ 4,9 ຕື້ກີບ, ເພື່ອໃຫ້ສະມາຊິກກຸ່ມກູ້ຢືມເງິນໄດ້ນຳ ໃຊ້ເງິນກູ້ເຂົ້າໃນການຜະລິດໄດ້ທ່ວງກັບລະດູການ,ທາງທະນາຄານໄດ້ມີການແບ່ງທຶນອອກເປັນ 3 ແຫຼ່ງທຶນຄື: ແຫຼ່ງທຶນເປົ້າໝາຍ 3,3 ຕື້ກີບ,ແຫຼ່ງທຶນຈຸດສຸມ 700 ລ້ານກວ່າກີບ ແລະແຫຼ່ງທຶນວຽກງານ 3 ສ້າງ ມີ 1,4 ຕື້ກີບ.

  ທ່ານ ບຸນແຫຼມ ກິວົງສັກ ໃຫ້ຮູ້ຕື່ມອີກວ່າ: ເພື່ອເຮັດໃຫ້ປະຊາຊົນໄດ້ເຂົ້າເຖິງແຫຼ່ງທຶນສິນເຊື່ອດັ່ງກ່າວນັ້ນທາງທະນາຄານນະໂຍບາຍສາຂາແຂວງອັດຕະປືຈະໄດ້ແຕ່ງ ຕັ້ງພະນັກງານຂັ້ນສາຂາຄະນະຂະແໜງລົງຊີ້ນຳຊຸກຍູ້ບັນໜ່ວຍບໍລິການໃຫ້ເຄື່ອນໄຫວຫຼາຍຂຶ້ນເພື່ອໃຫ້ທຶນສິນເຊື່ອດັ່ງກ່າວນັ້ນເຂົ້າເຖິງປະຊາຊົນຜູ້ທຸກຍາກໃນບັນ ດາເມືອງ ແລະບ້ານເປົ້າໝາຍຢ່າງມີປະສິດທິຜົນຫຼາຍຂຶ້ນ.

ຮູບພາບໜັງສືພິມເສດຖະກິດ-ສັງຄົມ