ຄົງເຊໂດນ ເປີດກິດຈະກຳທ່ອງທ່ຽວລ່ອງເຮືອ

  ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ເປີດບໍລິການກິດຈະກຳລ່ອງເຮືອຕາມແມ່ນໍ້າເຊໂດນເພື່ອເປັນການບໍລິການ ແລະສົ່ງເສີມທາງດ້ານການທ່ອງທ່ຽວ, ກິດຈະກຳດັ່ງກ່າວແມ່ນເປີດຂຶ້ນເປັນຄັ້ງທຳອິດ ແລະເປັນກິດຈະກຳຮູບແບບໃໝ່ຂອງເມືອງ, ໂດຍນໍາໃຊ້ເຮືອທັງໝົດ 7 ລໍາ ໂດຍນໍາໃຊ້ເຮືອປະຊາຊົນເຂດບ້ານດັ່ງກ່າວເປັນຜູ້ບໍລິການ ແລະເກັບຄ່າບໍລິການ, ທັງເປັນການໝູນໃຊ້ທ່າແຮງທີ່ມີໃຫ້ຕິດພັນກັບວິຖີຊີວິດຂອງເຂົາເຈົ້າ, ເພື່ອໃຫ້ນັກທ່ອງທ່ຽວໄປຈັບຈ່າຍຊື້-ຂາຍ ຜົນຜະລິດກະສິກຳ ແລະຜະລິດ

ຕະພັນຕ່າງໆ. ການລອງເຮືອແມ່ນເລີ່ມຈາກຈຸດຂົວຂ້າມນໍ້າເຊໂດນບ້ານທ່າເມືອງບ້ານໂອກາດໃຫຍ່ເພື່ອຊົມສວນໝາກແຕງເຂດບ້ານຕານດ່ຽວທີ່ເປັນຈຸດໝາຍປາຍທາງ ສຳຜັດບັນຍາກາດທຳມະຊາດລຽບຕາມແມ່ນໍ້າເຊໂດນ,ຕິດພັນກັບການຊົມວິຖີຊີວິດ ແລະຜະລິດຕະພັນພູມປັນຍາຊາວບ້ານ,ຜົນລະປູກຕ່າງໆເຊັ່ນ: ໝາກແຕງ, ໝາກ

ຖົ່ວ, ສາລີ ແລະພືດພັກຕ່າງໆ. ການທ່ອງທ່ຽວລ່ອງເຮືອຄັ້ງນີ້ໄດ້ເລີ່ມເປີດຂຶ້ນໃນວັນທີ 2 ມີນາ 2021, ຢູ່ທີ່ທ່ານໍ້າບ້ານທ່າເມືອງ ເມືອງຄົງເຊໂດນ,ເຂົ້າຮ່ວມໂດຍທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງໆສາລະວັນຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ແຫວນເພັດ ລັດດາວົງ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ປອ ສະໄໝ ໂພທິ ສານ ເຈົ້າເມືອງໆຄົງເຊໂດນພ້ອມດ້ວຍການນຳຂັ້ນແຂວງ, ເມືອງ, ຜູ້ຕາງໜ້າອົງການປົກຄອງບ້ານຕະຫຼອດຮອດປະຊາຊົນເຂົ້າຮ່ວມ.

-------

ຂ່າວ: ວິໄລວອນ ສິດທິໄຊ 

ຮູບພາບໜັງສືພິມເສດຖະກິດ-ສັງຄົມ