ພໍ່ຕູ້ອາຍຸ 66 ປີຫວງເມຍແຮງກໍ່ເຫດໃຊ້ພ້າຂໍຟັນເມຍ, ລູກສາວ ແລະລູກເຂີຍ

 ໃນສັງຄົມປັດຈຸບັນບັນຫາປະກົດການຫຍໍ້ທໍ້ຫຼາຍສິ່ງຫຼາຍຢ່າງຍັງເກີດຂຶ້ນຢູ່ຄືດັ່ງພວກເຮົາໄດ້ຮູ້, ໄດ້ເຫັນ, ໄດ້ຟັງທາງສື່ຕ່າງໆ ເປັນຕົ້ນທາງໂທລະພາບ, ວິທະຍຸ, ໜັງ ສືພິມ, ເຝສບຸກ ແລະສື່ອື່ນໆ ສະນັ້ນຄູ່ຜົວເມຍກ່ອນຈະຕົງລົງປົງໃຈສ້າງຄອບຄົວຢູ່ດ້ວຍກັນໃນເບື້ອງຕົ້ນທຸກສິ່ງທຸກຢ່າງກໍ່ວ່າດີໝົດ, ບໍ່ມີສິ່ງໃດກິດຂວາງໄດ້ຂົມກໍ່ຍັງວ່າຫວານແຕ່ພາຍຫຼັງຢູ່ກິນຮ່ວມກັນຫຼາຍປີຜ່ານໄປຈິດໃຈພັດມີການປ່ຽນແປງບາງຄູ່ຄວາມຮັກກໍ່ເລີ່ມຈືດຈາງມີປາກມີສຽງຜິດຖຽງກັນຢູ່ຕະຫຼອດເຮັດໃຫ້ຄອບຄົວບໍ່ມີຄວາມສະຫງົບຜົວກໍ່ວ່າເປັນຍ້ອນເມຍເມຍພັດວ່າເປັນຍ້ອນຜົວຄວາມຫວານກໍ່ກາຍເປັນຂົມ, ບາງຄັ້ງກໍ່ໄດ້ລົງໄມ້ລົງມືຕົບຕີກັນຈົນໄດ້ຮັບບາດເຈັບບາງກໍລະນີຮ້າຍແຮງໄປກວ່ານັ້ນກໍ່ເຖິງຂັ້ນເສຍຊີວິດກໍ່ເປັນໄດ້ຄືດັ່ງເຫດການເກີດຂຶ້ນຢູ່ບ້ານໂພນໝີ ເມືອງກາສີ ແຂວງວຽງຈັນ ໄດ້ມີທ້າວ ພອນ ຄຳອາຍຸ 66 ປີ ປະຊາຊົນໃຊ້ພ້າຂໍຟັນເມຍ,ຟັນລູກສາວ ແລະລູກເຂີຍບາດເຈັບສາຫັດກາຍເປັນຜູ້ຖືກຫາໃນຄະດີທຳຮ້າຍຮ່າງກາຍຖືກຈັບຕົວສົ່ງເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງກາສີ ໃນຄັ້ງວັນທີ 4 ມັງ ກອນ 2021 ຜ່ານມານີ້.

 ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ທ້າວ ພອນຄຳ ໄດ້ໃຫ້ການວ່າ: ໄດ້ໃຊ້ພ້າຂໍຟັນເມຍ,ລູກສາວ ແລະລູກເຂີຍແທ້ໃນເບື້ອງຕົ້ນຄັ້ງວັນທີ 3 ມັງກອນ 2021 ຜູ້ກ່ຽວກັບເມຍໄດ້ພາກັນໄປຕັດແຂມຢູ່ສວນເພື່ອເອົາມາເຮັດຟອຍກວດເຮືອນຮອດເວລາ 18 ໂມງ ຜູ້ກ່ຽວກັບເມຍໄດ້ເອົາແຂມມາລິໃນເວລາລິແຂມຢູ່ນັ້ນຜູ້ກ່ຽວກັບເມຍ ໄດ້ມີປາກມີສຽງຜິດຖຽງກັນຈົນຮອດເວລາ 23 ໂມງ ເມຍກໍ່ເຂົ້າໄປນອນສ່ວນຜູ້ກ່ຽວກໍ່ນັ່ງສູບຢາຢູ່ເຮືອນຄົວຈົນຮອດເວລາປະມານ 1 ໂມງ 30 ນາທີ ຂອງວັນທີ 4 ມັງກອນ 2021 ຜູ້ກ່ຽວໄດ້ຈັບເອົາພ້າຂໍຢູ່ເຖີງເປົາເຂົ້າໃນເຮືອນຄົວມາຟັນເມຍທີ່ນອນຢູ່ໃນຫ້ອງນອນຈຳນວນ 2 ບາດແທ້ຫຼັງຈາກນັ້ນຜູ້ເປັນເມຍກໍ່ໄດ້ຮ້ອງເອີ້ນລູກ ສາວ,ລູກເຂີຍມາຊ່ວຍ,ລູກສາວກໍ່ໄດ້ຟ້າວໄປຫ້າມຜູ້ກ່ຽວ,ຜູ້ກ່ຽວກໍ່ເລີຍເອົາພ້າຂໍຟັນຫົວ 1 ບາດ,ກົກແຂນ 1 ບາດ ແລະ ເອົາງອມພ້າຂໍສັບໃສ່ຫຼັງ 4 ບາດ ຈາກນັ້ນລູກເຂີຍກໍ່ແລ່ນມາຊ່ວຍອີກ, ພໍດີຖືກພ້າຂໍຟັນເຂົ້າປາກເບື້ອງເທິງ 1 ບາດ ແລະນີ້ວມືຊ້າຍ 1 ບາດ ຈຶງມີຄົນຢູ່ເຮືອນໄກຄຽງພອມດ້ວຍ ປກສ ບ້ານ ເຂົ້າໄປຊ່ວຍຈັບຕົວທ້າວພອນຄຳ ສົ່ງໃຫ້ເຈົ້າໜ້າທີ່ ປກສ ເມືອງກາສີ ໄປດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

   ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງກາສີ ລາຍງານໃຫ້ຮູ້ວ່າ: ສາເຫດທີ່ເຮັດໃຫ້ທ້າວ ພອນຄຳ ລົງມືກໍ່ເຫດໃນຄັ້ງນີ້ແມ່ນຍ້ອນຄວາມບໍ່ເຂົ້າໃຈກັນຫຶງຫວງເມຍເກີນຂອບເຂດຄິດວ່າເມຍຫຼີ້ນຊູ້ເຫດການໃນຄັ້ງນີ້ເຮັດໃຫ້ເມຍ, ລູກສາວ ແລະລູກເຂີຍ ໄດ້ຮັບບາດເຈັບ ແລະໄດ້ນຳສົ່ງໄປປີ່ນປົວຢູ່ໂຮງໝໍເມືອງກາສີເຫັນວ່າໄດ້ປິ່ນປົວດີແລ້ວປະຈຸບັນແມ່ນມາອາໃສຢູ່ເຮືອນຕາມປົກກະຕິສ່ວນທ້າວ ພອນຄຳ ແມ່ນຖືກກັກຕົວມາດຳເດີນຄະດີຢູ່ຄຸມຂັງເມືອງກາສີ.

ໂດຍ: ກົງສະເດັດ