ໄຊຍະບູລີເກັບລາຍຮັບໄດ້ 1,1 ພັນຕື້ກີບ

 ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2020 ແລະເຜິຍແຜ່ແນະນໍາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ2021 ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມພະແນກກະສິກໍາ ແລະປ່າໄມ້ ແຂວງໄຊຍະບູລີ, ໂດຍການເປັນປະທານຂອງທ່ານ ວັນດາວ ແວວທະນັດສີ ຫົວໜ້າພະແນກການເງິນແຂວງ, ເຂົ້າຮ່ວມມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ,ມີຫົວໜ້າ,ຮອງຫົວໜ້າພະແນກການ,ກົມກອງ, ຮອງເຈົ້າ ເມືອງ, ຫົວໜ້າຮອງຫົວໜ້າດ່ານສາກົນ, ກອງພາສີ III, ຫົວໜ້າຮອງຫົວໜ້າຫ້ອງການການເງິນ 11 ເມືອງນັກທຸລະກິດນັກປະກອບການທາງດ້ານທະນາຄານພ້ອມດ້ວຍພະນັກງານລັດ ຖະກອນຜູ້ທີ່ຮັບຜິດຊອບວຽກການເງິນຈາກພະແນກການຂອງແຂວງເຂົ້າຮ່ວມ.

  ໃນກອງປະຊຸມ ທ່ານ ວັນດາວ ແວວທະນັດສີຫົວໜ້າພະແນກການເງິນແຂວງໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍໃນ 1 ປີຜ່ານມາໂດຍລວມເຫັນວ່າ ພົບຄວາມຍຸ້ງຍາກຍ້ອນພະຍາດລະບາດພະຍາດໂຄວິດ 19 ເຮັດໃຫ້ທຸລະກິດຫຼຸດຖອຍລົງອັນໄດ້ສົ່ງຜົນສະທ້ອນຕໍ່ການຈັດເກັບລາຍຮັບເຂົ້າງົບປະມານຊັກຊ້າບວກກັບໜີ້ ສິນເງິນຢືມລ່ວງໜ້າໃນລະບົບຄັງເງິນແກ່ຍາວຫຼາຍປີ ແລະແຂວງພວກເຮົາຊຶ່ງເປັນແຂວງຂາດດຸນງົບປະມານລາຍຮັບບໍ່ກຸ້ມລາຍຈ່າຍເຖິງ 52–55% ຈຶ່ງເຮັດໃຫ້ການ ເບີກຈ່າຍງົບປະມານຮ່ວງຕ່າງໆ ຊັກຊ້າແຕ່ເຖິງຢ່າງໃດກໍ່ຕາມພາຍໃຕ້ການຊີ້ນໍາໆພາຂອງສາຍຕັ້ງກໍ່ຄືອົງການປົກຄອງແຂວງຈຶ່ງເຮັດໃຫ້ການຈັດຕັ້ງແຜນລາຍຮັບ-ລາຍ ຈ່າຍປະຈໍາປີ 2020 ມີຜົນສໍາເລັດ ແລະບັນລຸຕາມຄາດໝາຍຊຶ່ງສະແດງອອກໃນໜຶ່ງປີຜ່ານມາແຂວງໄຊຍະບູລີສາມາດເກັບລາຍຮັບໄດ້ທັງໝົດລວມທັງພູດສູນກາງປະ ຕິບັດຢູ່ແຂວງ 1.104 ຕື້ກວ່າກີບເທົ່າກັບ 105,31%ຂອງແຜນເບື້ອງຕົ້ນ,ທຽບໃສ່ແຜນດັດແກ້ເທົ່າກັບ 99,08%,ທຽບໃສ່ໄລຍະດຽວກັນເທົ່າກັບ 120,87%, ໃນນີ້ພູດສູນກາງປະຕິບັດໄດ້ 895,12 ຕື້ກີບ ເທົ່າກັບ 112,90% ຂອງແຜນເບື້ອງຕົ້ນ, ທຽບໃສ່ແຜນດັດແກ້ເທົ່າກັບ 95,70%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 127,92%,ລາຍຮັບພາຍໃນປະຕິບັດໄດ້ 208,90 ຕື້ກີບ ເທົ່າກັບ 81,76% ຂອງແຜນເບື້ອງຕົ້ນທຽບໃສ່ແຜນດັດແກ້ເທົ່າກັບ 116,76%, ທຽບໃສ່ໄລຍະດຽວ ຂອງປີຜ່ານມາເທົ່າກັບ 97,76% ໃນນີ້ສ່ວຍສາອາກອນປະຕິບັດໄດ້ 202,70 ຕື້ກີບ ເທົ່າກັບ  80,41% ຂອງແຜນເບື້ອງຕົ້ນ, ທຽບໃສ່ແຜນ ດັດແກ້ເທົ່າກັບ 116,16%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 97,99%, ຄຸ້ມຄອງຊັບສິນຂອງລັດປະຕິບັດໄດ້ 6,15 ຕື້ກີບ ເທົ່າກັບ 141,52% ຂອງແຜນການປີທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 93,08%, ລາຍຮັບຄຸ້ມຄອງພັດທະນາວິສາຫະກິດ ແລະປະກັນໄພປະຕິບັດໄດ້ 40 ລ້ານກວ່າກີບ ເທົ່າ ກັບ 80,04% ຂອງແຜນການປີທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 20,08% ລາຍຮັບດຸ່ນດ່ຽງຈາກສູນກາງປະຕິບັດໄດ້ 327,04 ຕື້ກີບ ເທົ່າກັບ 115,51% ຂອງແຜນ ເບື້ອງຕົ້ນ, ທຽບໃສ່ແຜນດັດແກ້ເທົ່າກັບ 95, 89%, ທຽບໃສ່ໄລຍະດຽວກັນເທົ່າກັບ 103,27%, ສ່ວນການປະຕິບັດລາຍຈ່າຍປະຕິບັດໄດ້ 496, 19 ຕື້ກີບເທົ່າກັບ 92,12% ຂອງແຜນເບື້ອງຕົ້ນທຽບໃສ່ແຜນດັດແກ້ເທົ່າກັບ 98, 07% ທຽບໃສ່ໄລຍະຍະດຽວກັນ ເທົ່າກັບ 98,02% ໃນນີ້ຈ່າຍ ເງິນເດືອນ, ອຸດໜູນນະໂຍບາຍ, ຈ່າຍບໍລິຫານ, ຈ່າຍດັດສົມສົ່ງເສີມ, ຈ່າຍເງິນແຮ, ຈ່າຍຊື້ໃໝ່, ຈ່າຍລົງທຶນ.

  ທ່ານຍັງໃຫ້ຮູ້ຕື່ມວ່າສົກປີ 2021 ຕົວເລກແຜນລາຍຮັບ-ລາຍ ຈ່າຍທີ່ກະຊວງການເງິນມອບໃຫ້ທັງໝົດ 1.065,36 ຕື້ກີບ ທຽບໃສ່ປີຜ່ານມາເທົ່າກັບ 95,43% ຫຼຸດລົງ 4,57% ແລະເພີ່ມແຜນສູ້ຊົນຂອງແຂວງ 5,50 ຕື້ກີບ, ລວມແຜນລາຍຮັບສູ້ຊົນທົ່ວແຂວງທັງໝົດ 1.070,86 ຕື້ກີບ ທຽບໃສ່ແຜນປີຜ່ານມາເທົ່າກັບ 96,11% ໃນນີ້ລາຍຮັບພູດສູນກາງ 840,86 ຕື້ກີບ, ທຽບໃສ່ແຜນປີຜ່ານມາເທົ່າກັບ 89,84% ຫຼຸດລົງ10,16%, ລາຍຮັບພູດທ້ອງຖິ່ນແຜນກະຊວງການເງິນມອບໃຫ້ 224,50 ຕື້ກີບ ທຽບໃສ່ແຜນປີຜ່ານມາເທົ່າກັບ 125,48% ເພີ່ມຂຶ້ນ25,48% ແລະເພີ່ມແຜນສູ້ຊົນຂອງແຂວງ 5,50 ຕື້ກີບ ລວມແຜນລາຍຮັບສູ້ຊົນພູດທ້ອງຖິ່ນທັງໝົດ 230 ຕື້ກີບທຽບໃສ່ປີຜ່ານມາເທົ່າກັບ 128,56%, ໃນນັ້ນລາຍຮັບສ່ວຍສາອາກອນ 225 ຕື້ກີບທຽບໃສ່ແຜນປີຜ່ານມາເທົ່າກັບ 128,93%, ເພີ່ມຂຶ້ນ 28,93% ລາຍຮັບຊັບສິນ 4,95 ຕື້ກີບ ທຽບໃສ່ປີຜ່ານມາເທົ່າກັບ 113,79% ເພີ່ມຂຶ້ນ 13,79%, ລາຍຮັບຄຸ້ມຄອງວິສາຫະກິດລັດ ລົງທຶນ ແລະ ປະກັນໄພ 0,05 ຕື້ກີບ. ດ້ານລາຍຈ່າຍງົບປະມານປີ 2021 ມີທັງໝົດ 477,97ຕື້ກີບ ບໍ່ລວມລາຍຈ່າຍການລົງທຶນຂອງສານ, ໄອຍະການ, ປກສ ແລະສາມຂະແໜງສາຍຕັ້ງການເງິນ, ທຽບໃສ່ແຜນປີຜ່ານມາເທົ່າກັບ 94,46 ຕື້ກີບ ຫຼຸດລົງ 5,54% ໃນນີ້ຈ່າຍເງິນເດືອນ, ຈ່າຍເງິນອຸດໜູນນະໂຍບາຍ, ຈ່າຍບໍລິຫານ, ຈ່າຍດັດສົມສົ່ງເສີມ, ຈ່າຍເງິນແຮ, ຈ່າຍຊື້ໃໝ່.

ຂ່າວ: ບຸນທີ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ