ສ້າງຄວາມເຂົ້າໃຈໃຫ້ແກ່ນັກຮຽນລາວ ກ້າວສູ່ການສຶກສາລະດັບສາກົນ

   ໃນວັນທີ 2 ມີນາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ມະຫາວິທະຍາໄລກຸງເທບ ແລະClassy Education ໄດ້ຈັດງານ BU OPEN DAY ສ້າງຄວາມ,ເຂົ້ໃໃຫ້ ແກ່ນັກຮຽນລາວກ້າວສູ່ການສຶກ ສາລະດັບສາກົນ ໂດຍເຂົ້າຮ່ວມ ຂອງທ່ານ ຈາຣຸວັດ ກຽດຕິວົງ ຜູ້ອໍານວຍການຝ່າຍພັດທະນາເຄືອຂ່າຍປະເທຂອມະຫວິທະຍາໄລກຸງເທບ, ມີບັດດາຄູອາຈານ ແລະນັກສຶກສາຈາກມະຫາວິທະ ຍາໄລກຸງເທບ ແລະລາວເຂົ້າຮ່ວມ ຢ່າງພ້ອມພຽງ.ທ່ານ ຈາຣຸວັດກຽດຕິວົງ  ກ່າວ : ການຈັດງານຄັ້ງນີ້ເພື່ອເປັນ ການພົບປະຄູອາຈານໃນການສຶກສາ, ນ້ອງນັກຮຽນ ແລະພໍ່ແມ່ຜູ້ປົກ ຄອງພ້ອມດຽວກັນກໍເປັນການແນະ ນຳຫຼັກສູດ, ໃຫ້້ຂໍ້ມູນລາຍລະອຽດ ກ່ຽວກັບສາຂາວິຊາຮຽນຕ່າງໆ ລວມໄປເຖິງການວາງແຜນການສຶກສາໃຫ້ພໍ່ແມ່ຜູ້ປົກຄອງ, ນ້ອງໆ ນັກຮຽນ-ນັກສຶກສາໄດ້ມີທາງ ເລືອກທີ່ດີໃນການສຶກສາຕໍ່ບໍ່ວ່າ ຈະເປັນລະດັບປະລິນຍາຕີ, ປະລິນຍາໂທ ຫຼື ປະລິນຍາເອກໃນຫຼາກ ຫຼາຍຫຼັກສູດທັງພາສາໄທ, ພາສອັງກິດ(International) ແລະ ພາສາຈີນ ແລະຖືເປັນຄັ້ງທຳອິດທີ່ທາງມະຫາວິທະຍາໄລກຸງເທບໄດ້ຈັດຂຶ້ນຢູ່ຕ່າງປະເທດນັ້ນກໍຄື ສ ປປ ລາວ.

    ສຳລັບງານຄັ້ງນີ້ແມ່ນຖືວ່າໄດ້ ຮັບຄວາມສົນໃຈຈາກມວນຊົນເປັນ ຈຳນວນຫຼວງຫຼາຍ ໂດຍສະເພາະ ແມ່ນຄູອາຈານ, ນັກຮຽນ-ນັກສຶກ ສາ, ພໍ່ແມ່ຜູ້ປົກຄອງທີ່ໄດ້ມາຮ່ວມຮັບຟັງການນໍາສະເໜີຂໍ້ມູນຕ່າງໆ ແລະເຮັດກິດຈະກໍາຖາມ-ຕອບເພື່ອ ຊ່ວຍໃນການຕັດສິນໃຈໄປຮຽນທີ່ມະຫາວິທະຍາໄລກຸງເທພິເສດຜູ້ທີ່ມາສະໝັກພາຍໃນງານແມ່ນໄດ້ຮັບ ທຶນການສຶກສາຄົນລະ 10  ພັນບາດ ແລະມີການສອບເສັງວັດລະດັບພາ ສາອັງກິດ, ໄທໄດ້ສໍາຜັດ ແລເຫັນຜົສ່ວນຂອງແຕ່ລະສາ ຂາຮຽນ.

     ສໍາລັບໃຜທີ່ສົນໃຈຢາກຮູ້ຂໍ້ມູນ ລາຍລະອຽດກ່ຽວກັບມະຫາວິທະຍາໄລກຸງເທບສາມາດຕິດຕໍ່ໄປໄດ້ ທີ່ www.bu.ac.th ຫຼື E-mail: supajee.l@bu.ac.th ຫຼື ເຂົ້າ ໄປສອບຖາມ ໂດຍກົງທີ່ບູສຂອງ ມະຫາວິທະຍາໄລກຸງເທບໄດ້ທີ່  ງານ TOP THAI BAND 2019 ຊຶ່ງຈະຈັດຂຶ້ນຢູ່ສູນການຄ້າລາວໄອເຕັກໃນວັນທີ 5-11 ມີນາ 2019.

: ວົງມະນີ