ຈະປັບປຸງທາງເສັ້ນທາງເລກທີ 13 ໃຕ້ ຄືນໃໝ່

   ເສັ້ນທາງ 13 ໃຕ້ ສັນຍາ 1 ກິໂລແມັດ 71 ຫາກິໂລແມັດ 111 ແຂວງບໍລິຄຳໄຊ ທີ່ນອນຢູ່ໃນໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ແຕ່ກິໂລແມັດ 71 (ແຂວງບໍລິຄໍາໄຊ) ຫາກິໂລແມັດ 346 (ແຂວງຄໍາມ່ວນ) ມີຄວາມຍາວທັງຫມົດ 275 ກິໂລແມັດ.  

  ໂຄງການໄລຍະທີ 1 ນີ້ ແມ່ນນໍາໃຊ້ທຶນກູ້ຢືມຈາກທະນາຄານໂລກເພື່ອປັບປຸງຍົກລະດັບຈຸດນ້ໍາຖ້ວມ ແລະຂະຫຍາຍໜ້າທາງເກົ່າຈາກ9 ແມັດ ເປັນ 12 ແມັດ ມີ 2 ຊ່ອງທາງຈາລະຈອນ (2x3,5 ແມັດ) ແລະບ່າທາງເບື້ອງ ລະ 2,5 ແມັດ ກໍ່ສ້າງຂົວໃໝ່ 2 ແຫ່ງ ແທນໃສ່ຈຸດເກົ່າລວງຍາວແຕ່ລະແຫ່ງປະມານ 25 ແມັດ ກວ້າງ 12 ແມັດ ໂຄງສ້າງທາງໄດ້ອອກແບບເປັນໜ້າທາງແບບປູຢາງຂົ້ວ (ເບຕົງອັສຟານ).

  ສ່ວນການຈັດຕັ້ງປະຕິບັດໂຄງການດັ່ງກ່າວໄດ້ຄັດເລືອກເອົາບໍລິສັດຮັບເໝົາໂດຍການປະມູນສາກົນໃນຮູບແບບສັນຍາແບບມອບເໝົາຄືຜູ້ຮັບເໝົາເປັນຜູ້ດໍາເນີນການກໍ່ສ້າງສໍາເລັດພາຍໃນ 2 ປີ ແລະສືບຕໍ່ບູລະນະຮັກສາໄປຕື່ມອີກ 8 ປີ ຈຶ່ງຈະມອບໃຫ້ເຈົ້າຂອງໂຄງການມູນຄ່າຂອງສັນຍາຜ່ານການປະມູນສໍາລັບສັນຍານີ້ແມ່ນ 17,5 ລ້ານໂດລາ ສ່ວນຮູບການຊໍາລະໃຫ້ແກ່ໂຄງການແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1: ແມ່ນໄລຍະດໍາເນີນການກໍ່ສ້າງ 2 ປີ ມີມູນຄ່າປະມານ 14 ລ້ານໂດລາ ໂດຍແມ່ນທະນາຄານໂລກເປັນຜູ້ສໍາລະໄລຍະທີ 2: ແມ່ນໄລຍະການນໍາໃຊ້ ແລະ ບູລະນະຮັກສາເສັ້ນທາງ 8 ປີ ແບ່ງຈ່າຍເປັນງວດໆໂດຍນໍາໃຊ້ເງິນຈາກກອງທຶນທາງ (ຂອງລັດຖະບານລາວ) ຈໍານວນ 3,5 ລ້ານໂດລາສະຫະລັດ.

 ສໍາລັບໂຄງການປັບປຸງ ແລະສ້ອມແປງທາງ 13 ໃຕ້ ແຕ່ກິໂລແມັດ 71 (ແຂວງບໍລິຄໍາໄຊ)ຫາກິໂລແມັດ 346 (ແຂວງຄໍາມ່ວນ) ແບ່ງອອກເປັນ 4 ໄລຍະສັນຍາໂດຍໄດ້ຮັບການສະໜັບສະໜູນເງິນກູ້ດອກເບ້ຍຕ່ໍາຈາກສາມສະຖາບັນຄື: ທະນາຄານໂລກ (WB) ທະນາຄານລົງທຶນເອີຣົບ (EIB) ທະນາຄານການລົງທຶນໂຄງລ່າງພື້ນ ຖານອາຊີ (AIB) ແລະງົບປະມານຈາກກອງທຶນທາງລວມທັງໝົດ 157,5 ລ້ານໂດລາສະຫະລັດ ໃນນີ້ຄ່າກໍ່ສ້າງ ແລະປັບປຸງ ເສັ້ນທາງ 275 ກິໂລແມັດ ມູນຄ່າ 125 ລ້ານໂດລາ ຄ່າຊົດເຊີຍສິ່ງກີດຂວາງ ແລະເວນຄືນທີ່ດິນ 1,7 ລ້ານໂດລາ ຄ່າວ່າຈ້າງທີ່ປຶກສາ 5 ລ້ານໂດລາ ແລະຄ່າບູລະນະຮັກສາ 25,8 ລ້ານໂດລາ ສ່ວນໄລຍະເວລາໃນການປະຕິບັດໂຄງການ 10 ປີແຕ່ປີ 2021-2031 ໃນນີ້ໄລຍະກໍ່ສ້າງ 2 ຫາ 3 ປີ ແລະບູລະນະຮັກສາ 7 ຫາ 8 ປີ.

  ພິທີເຊັນສັນຍາໂຄງການດັ່ງກ່າວສັນຍາໄລຍະ 1 ຈັດຂຶ້ນລະຫວ່າງກົມຂົວທາງກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ແລະບໍລິສັດທັງລ່ອງຈ່ອຍສະໂຕກກໍໂປເຣຊັນ ແລະບໍລິສັດສຸພາພອນກໍ່ສ້າງສຳຫຼວດອອກແບບ ແລະຂົວທາງຈຳກັດຜູ້ດຽວຈັດຂຶ້ນໃນວັນທີ 11 ມີນາ 2021 ທີ່ກະຊວງ ຍທຂ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.