ຮອງນາຍົກເນັ້ນເອົາໃຈໃສ່ວຽກໄພພິບັດ

  ກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມວຽກງານໄພພິບັດທົ່ວປະເທດປະຈໍາປີ 2020 ຂຶ້ນໃນວັນທີ 11 ມີນານີ້ທີ່ເຮືອນຮັບແຂກ ຮສສ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງແຜນການ ແລະ ການລົງທຶນປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ), ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ ຮອງປະທານຜູ້ປະຈໍາການ ຄພສ ພ້ອມດ້ວຍຄະນະກໍາມະການຄຸ້ມ ຄອງໄພພິບັດຂັ້ນສູນກາງແຂວງ-ນະຄອນຫຼວງທົ່ວປະເທດເຂົ້າຮ່ວມ.

  ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນຕໍ່ກອງປະຊຸມດັ່ງກ່າວວ່າ: ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍສໍາຄັນໂດຍບັນດາຜູ້ແທນທີ່ເຂົ້າຮ່ວມຈະໄດ້ຮ່ວມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດໄລຍະ 5 ປີ 2016 – 2020 ແລະທິດທາງແຜນການ 5 ປີ2021-2025 ລວມທັງແຜນວຽກຈຸດສຸມ ແລະການກຽມພ້ອມຕອບໂຕ້ໄພພິບັດປະຈໍາປີ 2021 ສະເພາະຢູ່ ສປປ ລາວ ໃນໄລຍະ 5 ປີ ທີ່ຜ່ານມາ 2016–2020 ໄດ້ມີເຫດການໄພພິບັດທໍາມະຊາດເກີດຂຶ້ນຈໍານວນຫຼາຍຄັ້ງເປັນຕົ້ນແມ່ນໄພນໍ້າຖ້ວມ, ດິນເຈື່ອນ, ພາຍຸ, ແຫ້ງ ແລ້ງ, ສັດຕູພືດ,ພະຍາດລະບາດ ແລະອື່ນໆສົ່ງຜົນກະທົບໂດຍກົງຕໍ່ການດໍາລົງຊີວິດຂອງປະຊາຊົນ, ສຸຂະພາບ, ຊີວິດ, ຊັບສິນຂອງລັດ, ລວມໝູ່, ປະຊາຊົນ, ສ້າງຄວາມເສຍຫາຍແວດລ້ອມເຮັດໃຫ້ປະຊາຊົນຫຼາຍພັນຄົນຕ້ອງໄດ້ຍົກຍ້າຍ,ບໍ່ມີທີ່ຢູ່ອາໄສ,ມີຄວາມລໍາບາກ ແລະທຸກຍາກເພີ່ມຂຶ້ນ, ໜຶ່ງໃນບັນຫາທີ່ເປັນສິ່ງທ້າທາຍ ແລະຫຍຸ້ງຍາກແມ່ນບັນຫາຜົນກະທົບຂອງໄພພິບັດເປັນຕົ້ນໄພພິບັດນໍ້າຖ້ວມ ແລະ ແຫ້ງແລ້ງຊຶ່ງໄດ້ສົ່ງຜົນກະທົບໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດຫຼຸດຄາດໝາຍແຜນການວາງໄວ້ໂດຍສະເພາະແມ່ນບັນຫາໄພພິບັດນໍ້າຖ້ວມທີ່ເກີດຈາກພາຍຸຊັນຕິນ(Son-Tinh) ແລະຄູກັນນໍ້າເຂື່ອນໄຟຟ້າເຊປ່ຽນ-ເຊນໍ້ານ້ອຍແຕກຢູ່ແຂວງອັດຕະປື ປີ 2018, ພາຍຸເບບິນກາ (Bebin ca) ແລະໄພນໍ້າຖ້ວມຢ່າງໜັກໜ່ວງໃນປີ 2019 ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຢ່າງຫຼວງຫຼາຍ,ໃນນີ້ສະເພາະແຕ່ປີ 2018 ມູນຄ່າຄວາມເສຍຫາຍລວມຈາກໄພນໍ້າຖ້ວມຄາດຄະເນແມ່ນ 3.166,9 ຕື້ກີບ (ປະມານ 371 ລ້ານໂດລາ) ຫຼືປະມານ 2,1 ສ່ວນຮ້ອຍຂອງການຄາດຄະເນລວມຍອດຜະລິດຕະພັນພາຍໃນ (ຈີດີພີ),ນອກຈາກນັ້ນໄດ້ເກີດການລະບາດຂອງພະຍາດສັດ ແລະ ສັດຕູພືດຢູ່ຫຼາຍແຂວງເປັນຕົ້ນການລະບາດຂອງພະຍາດອະຫິວາໝູອາຟຣິກາໃນປີ 2019 ຊຶ່ງໄດ້ສ້າງຄວາມເສຍຫາຍຕໍ່ການຜະລິດ ແລະ ຊັບສິນຂອງປະຊາຊົນຫຼາຍສົມຄວນ,ບັນຫາຜົນກະທົບຈາກການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ກໍເຮັດໃຫ້ລັດຖະບານຈໍາເປັນຕ້ອງດັດປັບໂຕເລກການຂະຫຍາຍຕົວຂອງເສດຖະກິດປີ 2020 ລົງຈາກ 6,5% ມາເປັນ 3,3%-3,6%.

  ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໃຫ້ເພີ່ມຄວາມເອົາໃຈໃສ່ໃນການປະຕິບັດວຽກງານດັ່ງກ່າວເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຄຸ້ມຄອງໄພພິບັດມີປະສິດທິຜົນສູງໃນ 5 ປີຕໍ່ໜ້າໂດຍສະເພາະບັນດາວຽກຈຸດສຸມ ແລະແຜນການຕອບໂຕ້ໄພພິບັດປີ 2021 ຕ້ອງສຸມໃສ່ບາງບັນຫາດັ່ງນີ້: ສືບຕໍ່ໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດທຸກຂັ້ນສຸມໃສ່ຜັນຂະຫຍາຍທິດທາງແຜນການ 5 ປີ 2021-2025 ຂອງຄະນະກໍາມະການຄຸ້ມຄອງໄພພິບັດເປັນແຜນວຽກລະອຽດຂອງຕົນຈັດຕັ້ງປະຕິບັດແຕ່ລະປີຕາມພາລະບົດບາດຂອງຕົນໃຫ້ມີປະສິດທິຜົນປັບປຸງ ແລະ ສ້າງຕັ້ງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງເມືອງ ແລະບ້ານທີ່ມີຄວາມສ່ຽງສູງຕໍ່ໄພພິບັດພ້ອມທັງສ້າງຄວາມເຂັ້ມແຂງໃຫ້ຄະນະກໍາມະການດັ່ງກ່າວ; ເພີ່ມທະວີວຽກງານປ້ອງກັນ, ການຫຼຸດຜ່ອນຄວາມສ່ຽງ ແລະກຽມພ້ອມຮັບມືກັບໄພພິບັດໂດຍໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດແຕ່ລະຂັ້ນໄດ້ສ້າງແຜນຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະແຜນກຽມພ້ອມຕອບໂຕ້ໄພພິບັດສຸກເສີນໃນຂັ້ນຂອງຕົນ; ສືບຕໍ່ປັບປຸງ ແລະເພີ່ມທະວີຄວາມເຂັ້ມແຂງໃຫ້ແກ່ລະບົບການພະຍາກອນ ແລະການແຈ້ງຂ່າວເຕືອນໄພເພື່ອຮັບປະກັນໃຫ້ປະຊາຊົນໃນເຂດທີ່ມີຄວາມສ່ຽງສູງ ແລະ ເຂດຫ່າງໄກສອກຫຼີກໄດ້ຮັບຂໍ້ມູນຂ່າວສານເຕືອນໄພລ່ວງໜ້າຢ່າງວ່ອງໄວ ແລະທັນການ, ເພີ່ມທະວີສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ ແລະກົນໄກດ້ານການເງິນໄພພິບັດໂດຍສະເພາະໃຫ້ຮີບຮ້ອນສ້າງຕັ້ງກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ເມືອງຕາມທີ່ໄດ້ກໍານົດໃນກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ, ໃຫ້ກອງເລຂາ ຄພສ ສືບຕໍ່ປັບປຸງຮ່າງຍຸດທະສາດແຫ່ງຊາດວ່າດ້ວຍການຫຼຸດຜ່ອນຄວາມສ່ຽງໄພພິບັດເພື່ອນໍາສະເໜີຜ່ານກອງປະຊຸມລັດຖະບານພິຈາລະນາໃນເດືອນມີນາ 2021; ເພີ່ມທະວີວຽກງານໂຄ ສະນາປູກຈິດສໍານຶກກ່ຽວກັບຄວາມສໍາຄັນ ແລະຜົນຮ້າຍຂອງໄພພິບັດເພີ່ມທະວີຂອດການປະສານງານ ແລະປະສານສົມທົບໃຫ້ແໜ້ນແຟ້ນລະຫວ່າງບັນດາກະຊວງທີ່ກ່ຽວຂ້ອງຂັ້ນສູນກາງ, ລະຫວ່າງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະທ້ອງຖິ່ນໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດສືບຕໍ່ຈັດຕັ້ງເຜີຍແຜ່ບັນດານິຕິກໍາທີ່ກ່ຽວຂ້ອງໂດຍສະເພາະກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດໃຫ້ທຸກພາກສ່ວນທັງອົງການຈັດຕັ້ງຂອງລັດ, ຊຸມຊົນ ແລະອົງການຈັດຕັ້ງທັງສັງຄົມໄດ້ຮັບຮູ້ ແລະເຂົ້າໃຈຕໍ່ກັບຜົນຮ້າຍຂອງໄພພິບັດ ແລະຄວາມສໍາຄັນຂອງວຽກງານຄຸ້ມຄອງໄພພິບັດ,ຮູ້ໄດ້ພັນທະ ແລະຄວາມຮັບຜິດຊອບຂອງເຂົາເຈົ້າໃນວຽກງານດັ່ງກ່າວ.

ຂ່າວຍຸພິນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ