ຫຼວງພະບາງສະຫຼຸບວຽກກວດກາ

ຂ່າວ: ສີສຸວັນ

   ກອງປະຊຸມວຽກງານກວດກາທົ່ວແຂວງປະຈຳປີ 2020 ໃນ 5 (2016-2020) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-10 ມີນາ 2021 ນີ້ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການແຂວງຫຼວງພະບາງໂດຍການເປັນປະທານຂອງທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ, ທ່ານ ວັນໄຊ ຊົງຊາຢູ ຮອງປະທານຄະນະກວດກາ ສູນກາງພັກ, ທ່ານ ຄຳຫຼ້າ ລຽນປະດິດ ປະທານກວດກາພັກ, ອົງການກວດກາລັດແຂວງ, ມີຕາງໜ້າຄະນະກວດກາຈາກພະແນກການກົມກອງອ້ອມຂ້າງທີ່ກ່ຽວ ຂ້ອງ ແລະເມືອງເຂົ້າຮ່ວມ.

  ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງກ່າວວ່າ: ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມແມ່ນຈະໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບປະຈຳປີ 2020 ແລະ 5 ປີ (2016-2020), ພ້ອມກັນຕີລາຄາການເຄື່ອນໄຫວວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ ປະຈຳປີ 2020, ໂດຍສົມທຽບໃສ່ຄາດ ໝາຍກອງປະຊຸມໃຫຍ່ຄັ້ງທີ່ VII ຂອງອົງຄະນະພັກແຂວງ, ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງ III, ກອງປະຊຸມວຽກງານກວດກາປະຈຳປີ 2019 ທີ່ຜ່ານມາ, ຮັບຟັງການລາຍງານວຽກງານກວດກາພັກວຽກງານການຕິດຕາມ-ກວດກາຕາມຜົນຂອງການກວດສອບວຽກງານສະກັດກັ້ນ ແລະຕ້ານການສໍ້ລາດບັງ ຫຼວງ, ພ້ອມກັນນັ້ນຕາງ ໜ້າພະແນກການ, ກົມກອງ ແລະບັນ ດາເມືອງຍັງໄດ້ພັດປ່ຽນກັນປະກອບຄຳຄິດຄຳເຫັນຕາມຄຳຖາມເຈາະຈີມຂອງຄະນະປະທານເປັນຕົ້ນແມ່ນ: ການຕິດຕາມ-ກວດກາຄຸ້ມຄອງການອອກໃບຕາດິນ,ການຕິດຕາມ-ກວດກາຈັນຍາບັນຂອງແພດໝໍໃນການບໍລິການປະຊາຊົນການຕິດຕາມ-ກວດກາການປະ ເມີນໂຄງການລົງທຶນຂອງລັດ ແລະ ການອະນຸມັດການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດການຕິດຕາມ-ກວດກາການຄຸ້ມຄອງປ່າໄມ້ ແລະ ກອງທຶນພັດທະນາບ້ານການຕິດຕາມ-ກວດກາຄຸນນະພາບການກໍ່ສ້າງ,ການຕິດຕາມ-ກວດກາການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ,ການກໍ່ສ້າງໜ່ວຍພັກຕິດພັນກັບຄຸນນະ ພາບການຕິດຕາມ-ກວດກາການບັນຈຸຊັບຊ້ອນພະນັກງານຢູ່ຂົງເຂດການສຶກສາແລະກີລາແຂວງການປັບປຸງການຈັດຕັ້ງເພື່ອສ້າງຄວາມເຂັ້ມແຂວງໃຫ້ອົງການບໍລິ ຫານລັດຂັ້ນທ້ອງຖິ່ນ ແລະອື່ນໆ.

ພ້ອມດຽວກັນນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ທີ່ປະຊຸມຈົ່ງພ້ອມກັນຍົກສູງເອົາໃຈໃສ່ໃນການກວດກາວຽກງານ, ເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ຢ່າງກົງໄປກົງມາ, ມີການວາງແຜນແບ່ງວຽກໃຫ້ຊັດເຈນ, ຊອກຫາຈຸດດີ, ຈຸດອ່ອນ ແລະຂໍ້ຄົງຄ້າງເພື່ອຊ່ວຍກັນແກ້ໄຂໃຫ້ທັນການແນໃສ່ເຮັດໃຫ້ວຽກງານດ້ານຕ່າງໆໄດ້ບັນລຸຜົນຕາມລະ ດັບຄາດໝາຍທີ່ວາງໄວ້.

ຮູບພາບໜັງສືພິມເສດຖະກິດສັງຄົມ