ໄຊສົມບູນຮ່ວມມືວິຊາການກັບສັບພະວິຊາ

ຂ່າວ: ສຸກສັນ ອ້ວນລິທິກຸນ

   ໃນຕອນເຊົ້າຂອງວັນທີ 11 ມີນາ 2021 ນີ້ພະແນກພະລັງງານ ແລະບໍ່ແຮ່ ແຂວງໄຊສົມບູນ ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ວ່າດ້ວຍການຮ່ວມມືດ້ານວິຊາການເພື່ອພັດທະນາ ແລະ ສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ມີຈຸດສຸມກັບວິທະຍາໄລເຕັກນິກສັບພະວິຊາທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າ ຮ່ວມຂອງທ່ານ ສຸກສະຫວາດ ວົງພູມເຫຼັກ ຄະນະປະຈໍາພັກແຂວງ-ຮອງເຈົ້າແຂວງໄຊສົມບູນ, ທ່ານ ໜູພັນ ອຸດສາ ຄະນະພັກກະຊວງສຶກສາທິການ ແລະກີລາ-ຫົວໜ້າກົມອະຊີວະກະຊວງສຶກສາທິການ ແລະກີລາມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ຈຸດປະສົງໃນການເຊັນບົດບັນທຶກການຮ່ວມມືໃນຄັ້ງນີ້ເພື່ອພ້ອມກັນພັດທະນານັກສຶກສາຂອງວິທະຍາໄລເຕັກນິກສັບພະວິຊາ ແລະພະນັກງານວິຊາການຂອງພະແນກພະລັງງານ ແລະບໍ່ແຮ່ແຂວງໄຊສົມບູນໃຫ້ມີຄວາມຮູ້-ຄວາມສາມາດມີ ເຕັກນິກວິຊາສະເພາະສູງຂຶ້ນ, ແລກປ່ຽນບົດຮຽນເຊິ່ງກັນ ແລະກັນເພື່ອຍົກສູງຄຸນນະພາບໃຫ້ເທົ່າທຽມກັບພາກພື້ນ ແລະສາກົນ, ໃນບັນດາວຽກງານທີ່ທັງສອງໄດ້ຮ່ວມມືກັນດ້ານວິຊາການຕົ້ນຕໍປະກອບມີຈະໄດ້ຮ່ວມກັນສ້າງ ແລະ ພັດທະນາຫຼັກສູດການຮຽນ-ການສອນໃໝ່ໃຫ້ແທດເໝາະກັບຕະຫຼາດແຮງງານທີ່ມີຢູ່ໃນປະຈຸບັນ, ຮ່ວມມືຄົ້ນຄວ້າ ແລະຝຶກອົບຮົມໄລຍະສັ້ນກ່ຽວກັບວຽກງານສິ່ງແວດລ້ອມ, ບໍ່ແຮ່ ແລະສໍາຫຼວດແຮ່ ທາດ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນ ການຍົກລະດັບ, ຝຶກອົບຮົມ, ການລົງຝຶກ ງານດ້ານວິຊາການ ແລະສະຖານທີ່ໃຫ້ຄູ ອາຈານ, ພະນັກງານ ແລະນັກສຶກສາວິທະຍາໄລເຕັກນິກສັບພະວິຊາ ແລະ ພະນັກງານຂອງພະແນກພະລັງງານ ແລະ ບໍ່ແຮ່ຕາມເງື່ອນໄຂຄວາມສາມາດຕົວຈິງສ້າງຫຼັກສູດຝຶກອົບຮົມໄລຍະສັ້ນຂອງຂະ ແໜງທໍລະນີສາດ, ບໍ່ແຮ່, ສິ່ງແວດລ້ອມເພື່ອເຮັດໃຫ້ຫຼັກສູດ ແລະການຝຶກອົບຮົມຂອງຂະແໜງທໍລະນີສາດ, ບໍ່ແຮ່ ແລະສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ແລະຍັງມີບັນດາກິດຈະກໍາດ້ານອື່ນໆຕື່ມອີກສ່ວນໄລຍະເວລາການຮ່ວມມືກັນແມ່ນ 05 ປີ ເລີ່ມແຕ່ມື້ລົງນາມຢ່າງເປັນທາງການ,ຈາກນັ້ນທັງສອງຝ່າຍໄດ້ພ້ອມກັນລົງນາມໃສ່ບົດບັນທຶກຄວາມເຂົ້າໃຈ MOU ວ່າດ້ວຍການຮ່ວມມືດ້ານວິຊາການຊຶ່ງຕາງໜ້າພະແນກພະລັງງານ ແລະບໍ່ແຮ່ ແຂວງໄຊສົມບູນເຊັນໂດຍທ່ານ ບຸນທຽມ ໄຊສົງຄາມ, ກໍາ ມະການພັກແຂວງ, ຫົວໜ້າພະແນກພະລັງງານ ແລະບໍ່ແຮ່ແຂວງ ແລະຕາງໜ້າວິທະຍາໄລເຕັກນິກສັບພະວິຊາ ໂດຍທ່ານ ວິໄລພອນ ພົມມະຫາໄຊ, ຮັກສາການວິ ທະຍາໄລເຕັກນິກສັບພະວິຊາໂດຍຊ່ອງໜ້າອົງການຈັດຕັ້ງທັງສອງຝ່າຍ ແລະພາກສ່ວນທີ່ກ່ຽວຂ້ອງຮ່ວມເປັນສັກຂີພິຍານ.

ຮູບພາບໜັງສືພິມເສດຖະກິດ-ສັງຄົມ