ຈັດງານສົ່ງເສີມຜູ້ປະກອບການຍິງຍຸກໃໝ່

 ສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ຈັດງານສົ່ງເສີມຜູ້ປະກອບການຍິງຍຸກໃໝ່ຈັດຂຶ້ນວັນທີ 11-12 ມີນາ2021 ທີ່ສໍານັກງານ ສຄອຊ ແນໃສ່ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 111 ປີ.  

  ນອກນັ້ນງານຄັ້ງນີ້ຍັງເປັນການເພີ່ມທະວີຄວາມສາມັກຄີ ແລະສ້າງສາຍສໍາພັນລະຫວ່າງໜ່ວຍແມ່ຍິງ ສຄອຊ ກັບໜ່ວຍແມ່ຍິງບັນດາອົງການອ້ອມຂ້າງທັງພາກລັດ ແລະພາກທຸລະກິດພ້ອມທັງເປັນການເຜີຍແຜ່ເສີມສ້າງຄວາມຮູ້ຄວາມສາມາດໃຫ້ຜູ້ປະກອບການຍິງຍຸກໃໝ່.

  ງານດັ່ງກ່າວແມ່ນມີການຈັດສໍາມະນາໂດຍສະເພາະຄວາມສໍາຄັນຂອງການມີໜ່ວຍງານແມ່ຍິງໃນອົງກອນທຸລະກິດການເຊື່ອມສານບົດບາດຍິງ-ຊາຍ ແລະສິ່ງທ້າທາຍຂອງແມ່ຍິງຕໍ່ວຽກງານນໍາພາໃນຍຸກໃໝ່ໂອກາດຂອງທຸລະກິດໃນວິກິດໂຄວິດ-19 ການດໍາເນີນທຸລະກິດໃນຍຸກດີຈິຕອລການຮັກສາສຸຂະພາບ ແລະ ຄວາມປອດໄພນອກນັ້ນພາຍໃນງານຍັງມີການວາງສະແດງ ແລະຂາຍສິນຄ້າເປັນຕົ້ນຜະລິດຕະພັນຈາກຜູ້ປະກອບການຍິງ ແລະຫົວໜ່ວຍທຸລະກິດຕ່າງໆ 50 ຮ້ານເຂົ້າຮ່ວມ.

  ເປັນປະທານເປິດງານດັ່ງກ່າວໂດຍທ່ານ ນາງ ວາລີ ເວດຊະພົງ ຮອງປະທານ ສຄອຊ ຜູ້ຊີ້ນໍາໜ່ວຍແມ່ຍິງ ສຄອຊ ມີທ່ານ ສ່ຽວສະຫວາດ ສະແຫ່ວງ ສຶກສາປະທານທີ່ປຶກສາກິຕິມາສັກ ສຄອຊ ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດປະເທດອົດສະຕາລີ ປະຈຳລາວ ທ່ານ ຄໍລິນ ກຣອສບີ ຕາງໜ້າສະຖານທູດສະຫະລັດອາເມຣິກາປະ ຈຳລາວ ແລະທ່ານ ໄທເຄິນ ລອນນິ້ງ ຫົວໜ້າອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.