ເອຊີລີດາເປີດນຳໃຊ້ການລົງທະບຽນສິນເຊື່ອຜ່ານເອຊີລີດາໂມບາຍ

ຂ່າວ: ສິດຕິພອນ 

   ທະນາຄານ ເອຊີລີດາ ລາວ ຈຳກັດ, ທະນາຄານທີ່ທ່ານໄວ້ວາງໃຈ ແລະ ມີວິໄສທັດໃນການເປັນຜູ້ນຳທາງດ້ານທະນາຄານເພື່ອ SME ໃນ ສປປ ລາວ ໄດ້ເປີດນຳໃຊ້ການລົງທະບຽນສິນເຊື່ອຜ່ານເອຊີລີດາໂມບາຍເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ທີ່ຕ້ອງການທຶນແຕ່ບໍ່ມີເວລາເຂົ້າມາລົງທະບຽນກູ້ຢືມຢູ່ທີ່ທະນາຄານ. ດັ່ງນັ້ນລູກຄ້າທີ່ນຳໃຊ້ເອຊີລີດາໂມບາຍຂອງທະນາຄານ ເອຊີລີດາ ລາວ ຈຳກັດ ທີ່ມີຄວາມຕ້ອງການກູ້ ຢືມເງິນກັບທະນາຄານທ່ານສາມາດລົງທະບຽນດ້ວຍຕົນເອງໄດ້ດ້ວຍຂັ້ນຕອນງ່າຍໆ ແລະໄວທີ່ສຸດ.

 ທ່ານ ລັດສະໝີ ຫງວນ ຜູ້ອຳນວຍການໃຫຍ່ທະນາຄານ ເອຊີລີດາລາວຈຳກັດ, ກ່າວວ່າທ່າອ່ຽງຄວາມຕ້ອງການທຶນຍັງຄົງເພີ່ມຂຶ້ນ ແລະ ທະນາຄານກໍ່ມີຄວາມພ້ອມໃນການຕອບສະໜອງສິນເຊື່ອໃຫ້ແກ່ລູກຄ້າທຸກລະດັບທີ່ມີຄວາມຕ້ອງການທຶນ ແລະຂະຫຍາຍທຸລະກິດ, ທ່ານຍັງກ່າວເພີ່ມເຕີມອີກວ່າທະນາຄານເອຊີລີດາລາວໃຫ້ຄວາມສຳຄັນກັບການໃຫ້ກູ້ຢືມຫຼາກຫຼາຍຮູບແບບສຳລັບ MSMEs ແລະທຸລະກິດຂະໜາດໃຫຍ່ໃນ ສປປ ລາວ ອີກດ້ວຍ. 

  ທ່ານ ຖະໜອມຈິດ ວາຣິນທຣະສັກ, ຫົວໜ້າພະແນກສິນເຊື່ອໄດ້ກ່າວວ່າ: ທະນາຄານມີແຫຼ່ງທຶນທີ່ພຽງພໍໃນການໃຫ້ບໍລິການດ້ວຍຄວາມສະດວກ ແລະວ່ອງໄວ,ໃນປີຜ່ານມາທະນາຄານ ເອຊີລີດາ ລາວ ຈຳກັດ ໄດ້ປ່ອຍສິນເຊື່ອໃຫ້ລູກຄ້າຫຼາຍກວ່າ 15.820 ຄອບຄົວ ແລະມີຍອດສິນເຊື່ອທັງໝົດ 1.368 ຕື້ກີບ ແລະໃນປີ 2021 ທະນາຄານມີແຜນການປ່ອຍສິນເຊື່ອ 1.097 ຕື້ກີບໃຫ້ແກ່ທຸກຂະແໜງການໃນທົ່ວປະເທດ, ໃນປະຈຸບັນລູກຄ້າແຕ່ລະລາຍໂດຍສະເພາະທຸລະກິດຂະໜາດກາງ ຫຼືຂະ ໜາດໃຫຍ່ສາມາດກູ້ຢືມເງິນກັບທະນາຄານ ເອຊີລີດາ ລາວ ໄດ້ເຖິງ 22 ຕື້ກີບ ໂດຍອີງຕາມເງື່ອນໄຂຂອງລູກຄ້າ, ຜູ້ປະກອບການ MSMEs ທຸກທ່ານສາມາດກູ້ຢືມໃນວົງເງິນຂະໜາດນ້ອຍຫຼືຂະໜາດກາງໄດ້. ສະນັ້ນລູກຄ້າທີ່ຕ້ອງການກູ້ຢືມເງິນສາມາດລົງທະບຽນກູ້ຢືມຜ່ານແອັບເອຊີລີດາໂມບາຍຂອງທະນາຄານໄດ້ທຸກເວລາເລີຍ “ຊຶ່ງທະນາຄານໃຫ້ບໍລິການສິນເຊື່ອແກ່ລູກຄ້າດ້ວຍຄວາມວ່ອງໄວ ແລະໂປ່ງໃສ” ທ່ານໄດ້ກ່າວເພີ່ມ.

  ປະຈຸບັນ, ລູກຄ້າຫຼາຍກວ່າ 69,000 ຄົນ ທີ່ນໍາໃຊ້ເອຊີລີດາໂມບາຍປຽບເໝືອນທະນາຄານໃນມືເຊິ່ງລູກຄ້າສາມາດເຮັດທຸລະກຳຕ່າງໆໄດ້ທຸກວັນທຸກທີ່ທຸກເວລາດ້ວຍຟັງຊັ່ນທີ່ຫຼາກຫຼາຍເປັນຕົ້ນແມ່ນການຊຳລະຜ່ານ QR Code, ການໂອນເງິນ, ການຊຳລະຄ່າສາທາລະນຸປະໂພກ (ນໍ້າປະປາ, ໂທລະຄົມ ແລະອື່ນໆ), ການຊຳລະງວດຂອງອີອອນ, ສະຖາບັນການເງິນໂຊກໄຊພລູເດັນໂຊລປະກັນໄພຊີວິດ, ກວດການເຄື່ອນໄຫວບັນຊີ, ອັດຕາແລກປ່ຽນ ແລະຂໍ້ມູນທີ່ກ່ຽວຂ້ອງອື່ນໆ.

  ໃນລະດັບພູມີພາກ, ກຸ່ມເອຊີລີດາມີທະນາຄານ ເອຊີລີດາ ມະຫາຊົນ ຊຶ່ງເປັນບໍລິສັດແມ່ ແລະມີ 4 ບໍລິສັດລູກທີ່ດຳເນີນທຸລະກິດໃນປະເທດກຳປູເຈຍ,ລາວ ແລະມຽນ ມາ, ກຸ່ມເອຊີລີດາມີຊັບສິນລວມທັງໝົດຫຼາຍກວ່າ 6.6 ຕື້ໂດລາສະຫະລັດ, 319 ສຳນັກງານ, ຕູ້ເອທີເອັມ 809 ໜ່ວຍ ແລະໃຫ້ບໍລິການລູກຄ້າຫຼາຍລ້ານຄົນ ແລະບໍລິການໂອນເງິນໄປທົ່ວໂລກ.

ຮູບພາບໜັງສືພິມເສດຖະກິດ-ສັງຄົມ