ລາວ-ຈີນ ຮ່ວມພັດທະນາລະບົບສາຍສົ່ງໄຟຟ້າແຮງສູງເຊື່ອມໂຍງພາກພື້ນ

  ວັນທີ 11 ມີນານີ້ບໍລິສັດສາຍສົ່ງ ໄຟຟ້າ ແຫ່ງຊາດລາວ (EDL-T) ໄດ້ເຊັນ ສັນຍາສໍາປະທານທີ່ນະຄອນຫຼວງວຽງຈັນຊຶ່ງເປັນບາດກ້າວໜຶ່ງໃນການຮ່ວມມືດ້ານຕາ ໜ່າງໄຟຟ້າລະຫວ່າງສອງປະເທດລາວ-ຈີນ, ການລົງນາມເຊັນສັນຍາໃນຄັ້ງນີ້ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່, ທ່ານ ຄຳເຈນ ວົງພູສີ ລັດຖະມົນຕີ,ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ມີບັນດາ ທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

 ເພື່ອຈັດຕັ້ງຜັນຂະຫຍາຍສັນຍາສໍາປະທານລະຫວ່າງບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ (CSG) ແລະລັດວິສາຫະກິດໄຟຟ້າລາວ (EDL) ໄດ້ຮ່ວມກັນສ້າງຕັ້ງບໍລິສັດ (EDL-T) ເພື່ອໃຫ້ເປັນຫົວໜ່ວຍທຸລະກິດສະໜອງໄຟຟ້າທີ່ປອດໄພ ແລະຢືນຍົງ, ດໍາເນີນທຸລະກິດການລົງທຶນກໍ່ສ້າງ ແລະບໍລິຫານລະບົບສາຍສົ່ງ 230 ກີໂລໂວນຂຶ້ນໄປ ແລະໂຄງການເຊື່ອມໂຍງລະບົບສາຍສົ່ງກັບບັນດາປະເທດອ້ອມຂ້າງ ແລະພັດທະນາ ສປປ ລາວ ໃຫ້ກາຍເປັນແຫຼ່ງພະລັງງານຂອງອາຊຽນ, ສົ່ງເສີມການຫັນປ່ຽນທ່າແຮງທາງດ້ານເສດຖະກິດ, ລວມທັງການຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນລາວຕາມຫຼັກການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

  ທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຕາງໜ້າໃຫ້ລັດຖະບານລາວກ່າວວ່າ: ໂຄງການຂອງ EDLT ຈະສາມາດຄຸ້ມ ຄອງ ແລະ ບໍລິຫານຕາໜ່າງໄຟຟ້າທົ່ວປະເທດຢ່າງເປັນລະບົບ, ເຮັດໃຫ້ການສະໜອງໄຟຟ້າມີຄວາມໝັ້ນທ່ຽງກວ່າເກົ່າເພື່ອອໍານວຍຄວາມສະດວກໃຫ້ແກ່ການພັດ ທະນາອຸດສາຫະກໍາຂອງ ສປປ ລາວ ແລະມີບົດບາດອັນສໍາຄັນໃນການສົ່ງອອກໄຟຟ້າໃຫ້ປະເທດອ້ອມຂ້າງ ແລະພາກພື້ນນໍາອີກ.

  ຂະດຽວກັນ, ທ່ານ ຈ່າງຈ້າຍ ຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ກໍ່ມີຄໍາເຫັນວ່າ: ປີ 2020 ສອງປະເທດຈີນ-ລາວ ໄດ້ຮ່ວມກັນເປັນປະທານຈັດກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 3, ຊຶ່ງກອງປະຊຸມໄດ້ຮັບຮອງຜ່ານຖະແຫຼງການວຽງຈັນໂດຍເນັ້ນການສົ່ງເສີມການເຊື່ອມຈອດກັນທາງດ້ານໄຟຟ້າລະຫວ່າງບັນດາປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຊຶ່ງບໍລິສັດ EDL-T ໄດ້ສອດຄ່ອງກັບນະໂຍບາຍເຫຼົ່ານັ້ນໃນການຈັດຕັ້ງຜັນຂະຫຍາຍເນື້ອໃນອັນສໍາຄັນດັ່ງກ່າວ.

  ທ່ານກ່າວຕື່ມວ່າ: ປີນີ້ເປັນປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ລາວ ຄົບຮອບ 60 ປີ ທັງເປັນປີມິດຕະພາບຈີນ-ລາວ ຝ່າຍຈີນຍິນດີກັບຝ່າຍ ລາວສືບຕໍ່ລົງເລິກການຮ່ວມມືຢ່າງແທ້ຈິງ, ຫວັງວ່າວິສາຫະກິດຂອງສອງຝ່າຍຈະເພີ່ມການຮ່ວມມືເພື່ອຊຸກຍູ້ປະເທດລາວເຊື່ອມໂຍງເຂົ້າໃນພາກພື້ນແມ່ນໍ້າຂອງ-ແມ່ລ້ານຊ້າງ.