ໂຮງຮຽນປະຖົມ 46 ແຫ່ງເມືອງອຸທຸມພອນໄດ້ຮັບການຊວ່ຍເຫຼືອ

  ວັນທີ 11 ມີນາ 2021 ີ່ສະໂມສອນສືກສາສາມັກຄີ ເມືອງອຸທຸມພອນ ແຂວງສະຫວັນນະເຂດ, ທາງອົງການຊ່ວຍເຫຼືອເດັກສາກົນປະຈໍາລາວໄດ້ຈັດພິທີເຊັນບົດບັນທຶກກ່ຽວກັບການຊ່ວຍເຫຼືອຟື້ນຟູວຽກງານການສຶກສາທີ່ໄດ້ຮັບຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍ ການເຂົ້າຮ່ວມຂອງທ່ານ ອານຸລົມ ວິໄລພອນ ຮອງຫົວໜ້າຫ້ອງການກະຊວງສຶກສາທິການແລະກີລາ,ທ່ານ ນາງ Deborah Leaver ຫົວໜ້າອົງການຊ່ວຍເຫຼືອເດັກສາກົນປະຈໍາລາວ ແລະພາກສ່ວນທີ່ກ່ຽວຂ້ອງຈາກກະຊວງ, ແຂວງ ແລະເມືອງອຸທຸມພອນເຂົ້າຮ່ວມ.

   ທ່ານ ອານຸລົມ ວິໄລພອນ ຮອງຫົວໜ້າຫ້ອງການກະຊວງສຶກສາທິການ ແລະກີລາມີຄໍາເຫັນວ່າ: ກິດຈະກໍາອັນຫຼັກໆທີ່ທາງໂຄງການໃຫ້ການຊ່ວຍເຫຼືອກໍ່ແມ່ນເພື່ອຟື້ນຟູວຽກງານການສືກສາທີ່ໄດ້ຮັບຜົນກະທົບທາງດ້ານເສດຖະກິດ-ສັງຄົມຈາກການແຜ່ລະບາດຂອງພະຍາດໂຄວິດ-19,ໂດຍສະເພາະໃນຂະແໜງການສຶກສາ-ກີລາ, ບັນດາສະຖານສືກສາຕ້ອງໄດ້ຍຸດຕິການຮຽນ-ການສອນ, ບັນດາສະໜາມກີລາກໍ່ຖືກປິດ, ການແຂ່ງຂັນກີລາທັງພາຍໃນ ແລະຕ່າງປະເທດແມ່ນຖືກເລື່ອນແບບບໍ່ມີກໍານົດ. 

 ເມືອງອຸທຸມພອນມີໂຮງຮຽນປະຖົມທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການຊ່ວຍເຫຼືອເດັກສາກົນປະຈໍາລາວ, ມີທັງໝົດ 46  ຫ່ງໂດຍຈະເນັ້ນໃສ່ໃຫ້ການຊ່ວຍເຫຼືອທາງດ້ານເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນສໍາລັບນັກຮຽນ, ອຸປະກອນຮັກສາສຸຂະອະນາໄມ ແລະແນະແນວຮັກສາສຸຂະອະນາໄມໃຫ້ແກ່ໂຮງຮຽນ, ນອກຈາກນີ້ກໍ່ຍັງຝຶກ ອົບຮົມໃຫ້ແກ່ພໍ່ແມ່ຜູ້ປົກຄອງເດັກກ່ຽວກັບການປ້ອງກັນການໃຊ້ຄວາມຮຸນແຮງພາຍໃນຄອບຄົວໂດຍສະເພາະຕໍ່ເດັກນ້ອຍທີ່ອາດໄດ້ຮັບຄວາມກົດດັນທາງດ້ານເສດຖະ ກິດຄອບຄົວ, ຊຶ່ງເປັນຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19. 

  ຈາກນັ້ນໃນພິທີກໍ່ໄດ້ເຊັນບົດບັນທຶກລະຫວ່າງທ່ານ ອານຸລົມ ວິໄລພອນ ຮອງຫົວໜ້າຫ້ອງການກະຊວງສຶກສາທິການແລະກີລາກັບທ່ານນາງ Deborah Leaver ຫົວໜ້າອົງການຊ່ວຍເຫຼືອເດັກສາກົນປະຈໍາລາວ, ໂດຍຊ້ອງໜ້າແຂກຈາກສູນກາງ, ແຂວງ ແລະເມືອງເຂົ້າຮ່ວມເປັນສັກຂີພິຍານ.