ທະຫານແຂວງອັດຕະປືປິດບັ້ນອົບຮົມ-ຫັດແອບ

  ໃນວັນທີ 5 ມີນາ 2021 ນີ້, ກອງບັນຊາການທະຫານແຂວງອັດຕະປື, ໄດ້ປິດບັ້ນອົບຮົມ-ຫັດແອບປະຈຳປີ 2020 ແລະວາງທິດທາງແຜນການປີ 2021 ໂດຍໃຫ້ກຽດການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາຄະນະບໍລິຫານງານ ພັກແຂວງ ຮອງເຈົ້າແຂວງອັດຕະປື ແລະ ໃຫ້ກຽດການເຂົ້າຮ່ວມຂອງທ່ານ ພັນເອກ ໂຊກໄຊ ພິມມະລາ ຫົວໜ້າການເມືອງກອງບັນຊາການທະຫານແຂວງອັດຕະປື, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ພະແນກການຄະນະບັນຊາກົມກອງຮາກຖານເຂົ້າຮ່ວມ.

 ໃນພິທີທ່ານ ພັນໂທ ແສງເພັດ ສີລາເພັດ ຮອງຫ້ອງເສນາທິການໄດ້ຕີລາຄາຜົນໄດ້ຮັບໃນແຕ່ລະດ້ານຂອງການຈັດຕັ້ງປະຕິບັດວຽກງານອົບຮົມ-ຫັດແອບໃນປີ 2020 ຜ່ານມາເຫັນວ່າມີຫຼາຍກົມກອງນັບແຕ່ຂັ້ນອົງການລົງຮອດກົມກອງຮາກຖານໃນທົ່ວກອງບັນຊາການທະຫານແຂວງອັດຕະປືກໍ່ໄດ້ເອົາໃຈໃສ່ເຮັດຢ່າງຕັ້ງໜ້າຕໍ່ການຈັດ ຕັ້ງປະຕິບັດລະບຽບວິໄນຂອງກອງທັບໂດຍສະເພາະແມ່ນ 7 ລະບອບ 18 ວຽກໃນມື້ໜຶ່ງ, ຄຳປະຕິຍານ 8 ຂໍ້ ແລະ ລະບຽບ 12 ຂໍ້ຕໍ່ປະຊາຊົນຂອງກອງທັບວາງອອກຢ່າງເຂັ້ມງວດ, ຊຶ່ງການອົບຮົມ-ຫັດແອບ ຄັ້ງນີ້, ໄດ້ແບ່ງອອກເປັນ 3 ພາກຄື: ພາກການເມືອງ, ພາກການທະຫານ, ພະລາທິການ-ເຕັກນິກ ໂດຍຖືເອົາທາງດ້ານທິດສະດີພື້ນຖານ ແລະ ເອົາພາກປະຕິບັດຕົວຈິງເປັນບັນຫາສຳຄັນການອົບຮົມ-ຫັດແອບແມ່ນຈະໃຊ້ເວລາທັງໝົດ 160 ວັນ ແບ່ງເປັນ 2 ໄລຍະ, ສະເລ່ຍຜົນໄດ້ຮັບ 71,07% ທັງນີ້ກໍ່ເພື່ອແນໃສ່ເຮັດໃຫ້ນາຍ ແລະພົນທະຫານໄດ້ຮັບຮູ້ເຂົ້າໃຈກຳແໜ້ນດ້ານທິດສະດີຫຼັກການ ແລະ ບັນດາກ້າວຈັ່ງຫວະດ້ານສິນລະປະຍຸດ-ຍຸດ ທະວິທີໃຫ້ເຂັ້ມແຂງ, ຄ່ອງແຄ້ວກຳແໜ້ນໄດ້ນະໂຍບາຍຂອງພັກກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບເຂົ້າໃຈຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບດ້ວຍການເພີ່ມທະວີເອົາໃຈໃສ່ຕໍ່ວຽກງານອົບຮົມ-ຫັດແອບ ແລະ ຖືເອົາບັ້ນຫັດແອບໃນຄັ້ງນີ້ເປັນໜ້າທີ່ຄວາມຮັບຜິດຊອບການເມືອງໃນການຝຶກຝົນຫຼໍ່ ຫຼອມຕົນເອງໃຫ້ກາຍເປັນພະນັກງານສືບທອດທີ່ດີຂອງກອງທັບ.  

   ໃນພິທີຍັງໄດ້ຊົມການສວນສະໜາມຂອງກົມກອງ, ການສະແດງຫັດກາຍມືເປົ່າ 2 ບົດ 24 ຈັ່ງຫວະ, ມວຍປ້ອງກັນຕົວຂອງທະຫານຮາບ ແລະ ເຫຼົ່າຮົບ, ຮັບຊົມການສະແດງເຕັ້ນບົດຟ້ອນລີລາລີລາດຂອງເອື້ອຍນ້ອງສະຫາພັນແມ່ຍິງເພື່ອເປັນການເພີ່ມສີສັນໃຫ້ແກ່ການປີດບັ້ນອົບຮົມ-ຫັດແອບໃນຄັ້ງນີ້ມີບັນຍາກາດຢ່າງຟົດຟື້ນ. 

ໂດຍແສງຫຼ້າ ກຸວົງສາ