ເມືອງເມິງ ສຳເລັດ 27 ກິດຈະກໍາພັດທະນາເມືອງ

  ວັນທີ 5 ມີນາ 2021 ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາປະຈໍາປີ 2020 ແລະກຳນົດທິດທາງແຜນການປີ 2021 ຂອງແຜນງານພັດທະນາທ້ອງຖິ່ນລາວ 030, ໂດຍການເປັນປະທາງຂອງທ່ານ ນາງ ວັນ ເຈັນຕະພູມ ຄະນະປະຈໍາພັກ ເມືອງຮອງເຈົ້າເມືອງຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ເຂົ້າຮ່ວມມີທ່ານ ສີສຸກ ຄູນວິທອງ ຮອງຫົວໜ້າພະແນກແຜນການ ແລະການລົງທຶນແຂວງບໍ່ແກ້ວມີບັນດາທ່ານຄະນະຮັບຜິດຊອບປະສານງານໂຄງການຂັ້ນແຂວງ, ຄະນະພັກຮັບຜິດຊອບກຸ່ມບ້ານເປົ້າໝາຍໂຄງການ, ຫົວໜ້າຫ້ອງການ ແລະວິຊາການຜູ້ປະສານງານໂຄງການລາວ 030 ເຂົ້າຮ່ວມ.

  ທ່ານ ດອນຄໍາ ແກ້ວສິງທອງ ຮອງຫົວໜ້າຫ້ອງການແຜນການ ແລະການລົງທຶນເມືອງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດບັນດາກິດຈະກຳທີ່ຈັດຕັ້ງປະຕິບັດໃນປີ  2020 ແລະຜ່ານທິດທາງແຜນການປະຈໍາປີ 2021, ສຳລັບ ເມືອງເມິງ ມີບ້ານເປົ້າໝາຍຂອງໂຄງການ 10 ບ້ານ ໃນປີ 2020 ນີ້ມີທັງ 10 ບ້ານ ໄດ້ມີການປະຕິ ບັດກິດຈະກໍາສໍາເລັດທັງໝົດ 27 ກິດຈະກຳໄດ້ນໍາໃຊ້ງົບປະມານທັງໝົດ 2,448,488,345 ກີບ ໃນນີ້ກິດຈະກຳທີ່ປະຕິບັດສໍາເລັດສ່ວນຫຼາຍແມ່ນກິດຈະກໍາກໍ່ ສ້າງພື້ນຖານໂຄງລ່າງ, ການສົ່ງເສີມການປູກ-ການລ້ຽງ, ການສ້າງຄວາມເຂັ້ມແຂງໃຫ້ຄູ່ປະສານງານ, ວຽກງານກອງທຶນ ແລະອື່ນໆພາຍຫຼັງທີ່ໄດ້ຮັບການຜ່ານບົດສະຫຼຸບ ແລະພາກທິດທາງແຜນການແລ້ວບັນດາຜູ້ເຂົ້າຮ່ວມກໍ່ໄດ້ມີການສົນທະນາຍົກເອົາບັນຫາຂໍ້ຄົງຄ້າງມາແລກປ່ຽນຄໍາຄິດຄໍາເຫັນປະກອບໃສ່ບົດສະຫຼຸບ ແລະພາກທິດທາງແຜນການເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ.

  ທ່ານ ນາງ ວັນ ເຈັນຕະພູມ ກໍ່ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມຊຶ່ງທ່ານໄດ້ເນັ້ນໜັກໃຫ້ບັນດາຫ້ອງການຄູ່ປະສານງານ, ຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງຈົ່ງເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດາກິດຈະກຳທີ່ ໄດ້ກໍານົດໄວ້ໃນແຜນການປີ 2021 ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດ,ເອົາໃຈໃສ່ຕິດຕາມກວດກາບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດໄປແລ້ວໃຫ້ມີຄວາມຍືນຍົງ, ມີການສະຫຼຸບສ່ອງແສງລາຍງານການຈັດຕັ້ງປະຕິບັດຢ່າງເປັນປົກກະຕິເພື່ອຂໍທິດຊີ້ນໍາຈາກຂັ້ນເທິງໃນການຈັດຕັ້ງປະຕິບັດກິດຈະກໍາຕໍ່ໄປໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ແລະໄດ້ຮັບຜົນດີ.