ເມືອງແປກ ສອບເສັງນັັກຮຽນເກັ່ງຊັ້ນ ປ.5

  ວັນທີ 26  ກຸມພາ  ຜ່ານມາ ເມືອງແປກ ແຂວງຊຽງຂວາງຈັດພິທີສອບເສັງນັກຮຽນເກັ່ງຊັ້ນ ປ.5 ທົ່ວເມືອງປະຈໍາສົກຮຽນ 2018-2019 ທີ່ໂຮງຮຽນປະຖົມ ສົມບູນສີບຸນເຮືອງພາຍໃຕ້ການເປັນປະທານຂອງທ່ານ ສົມສະນິດ ວິລິວົງ ຫົວໜ້າຫ້ອງການ ສຶກສາທິການ ແລະກີລາເມືອງ ແປກ, ເຂົ້າຮ່ວມມີທ່ານ ຄຳປານ  ພິມມະຈັນ ຫົວໜ້າໜ່ວຍງານເດັກກ່ອນໄວຮຽນ-ສາມັນສຶກສາພາກບັງຄັບຂອງຫ້ອງການສຶກສາທິ  ການ ແລະກີລາເມືອງແປກ, ມີຄະ ນະຮັບຜິດຊອບການສອບເສັງ ແລະນ້ອງນັກສອບທັງໝົດ 80 ກວ່າຄົນ.

  ສົກຮຽນ 2018-2019  ນີ້ທົ່ວ ເມືອງແປກມີນ້ອງນັກຮຽນທີ່ສະ ໝັກເຂົ້າມາສອບເສັງນັກຮຽນເກັ່ງ ຂັ້ນຮຽນ ປ5 ລວມທັງພາກລັດ ແລະເອກະຊົນມີທັງໝົດ  60  ນ້ອງ,  ຍິງ 37 ນ້ອງ, ສໍາລັບວິຊາທີ່ນໍາ ມາສອບເສັງປະກອບມີ: ວິຊາພາສາລາວ, ວິຊາຄະນິດສາດ ແລະວິຊາໂລກອ້ອມຕົວ ໃນນັ້ນ  ນັກຮຽນຄົນໜຶ່ງສາມາດເສັງໄດ້ ພຽງວິຊາດຽວເທົ່ານັ້ນ, ຜ່ານ ການສອບເສັງຜົນປາກົດວ່າ: ວິຊາຄະນິດສາດອັນດັບທີ 1 ທ້າວ ອານຸສອນ ທຳມະວົງ ໄດ້ຄະແນນ 9,7 ຈາກໂຮງຮຽນປະຖົມບົວມະນີຈັນ, ທີ 2 ນາງ ເຈນນີ່ ພຸດທະ ວົງສາໄດ້ຄະແນນ 8,6 ຈາກໂຮງຮຽນປະຖົມວັນນະວົງ 1; ວິຊາພາສາລາວອັນດັບທີ  1ນາງອັກສອນ ທໍາມະວົງໄດ້ຄະແນນ 7,95 ຈາກໂຮງຮຽນປະຖົມບົວມະນີຈັນ, ອັນດັບທີ  2 ນາງ  ສາຍນ້ຳ ເພັດໄດ້ຄະແນນ  6,11 ຈາກໂຮງຮຽນ  ປະຖົມເຈນນິດາ 1; ວິຊາໂລກ ອ້ອມຕົວ ອັນດັບທີ 1 ທ້າວ ສາຍສະຫວາດ ໄດ້ຄະແນນ 7,6 ຈາກ ໂຮງຮຽນປະຖົມແຮກມານໄມ ເນີ, ອັນດັບທີ 2 ນາງ ສຸພາພອນ  ສີຫາວົງ ໄດ້ຄະແນນ 7,4  ຈາກ ໂຮງຮຽນປະຖົມເຈນນິດາ 2 ຜູ້ທີ່ຊະນະເລີດໃນການສອບເສັງຄັ້ງ ນີ້ຈະເປັນຕົວແທນໃຫ້ເມືອງເພື່ອ ເຂົ້າຮ່ວມສອບເສັງນັກຮຽນເກັ່ງຂັ້ນແຂວງທີ່ຈະຈັດຂຶ້ນໃນທ້າຍ ເດືອນມິນານີ້.

  ໂອກາດນີ້ທ່ານ ສົມສະນິດ ວິ ລິວົງ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນສໍາເລັດໃນບັ້ນສອບເສັງນັກຮຽນເກັ່ງຄັ້ງນີ້ພ້ອມທັງຮຽກຮ້ອງໃຫ້ຄູອາຈານທີ່ຮັບຜິດຊອບຈົ່ງສືບຕໍ່ບໍາລຸງຍົກລະດັບຄວາມຮູ້ໃຫ້ນັກຮຽນໃຫ້ຫຼາຍຂຶ້ນກ່ວາເກົ່າ ເພື່ອຮັບປະກັນທາງດ້ານຄວາມຮູ້, ສ່ວນນັກຮຽນກໍ່ໃຫ້ຕັ້ງໃຈຄົ້ນຄວ້າ  ຮໍ່າຮຽນເປັນພິເສດເພື່ອກະກຽມ ຄວາມພ້ອມເຂົ້າຮ່ວມແຂ່ງຂັນສອບເສັງນັກຮຽນເກັ່ງຂັ້ນແຂວງ ໃນທ້າຍເດືອນມີນາ ນີ້ໃຫ້ບັນລຸ ຕາມຈຸດປະສົງເປົ້າໝາຍ.

ໂດຍ: ໄຊຍະພອນ