ເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນ

  ທ່ານ ວົງມະນີ ແກ້ວນະຄອນ ຮອງຫົວໜ້າພະແນກການເງິນແຂວງເຊກອງລາຍງານໃນກອງປະຊຸມສະຫຼຸບວຽກງານແຜນການ-ການລົງທຶນ ແລະການເງິນປະຈໍາ ປີ 2020 ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດຕະຫຼອດໄລຍະ 1 ປີ ຜ່ານມາສາມາດປະຕິບັດໄດ້ 73, 86 ຕື້ກີບ ເທົ່າກັບ 108% ຂອງແຜນດັດແກ້ປະຈໍາປີ, (ສົມທຽບໃສ່ໄລຍະດຽວກັນປີຜ່ານມາເຫັນວ່າເພື່ມຂຶ້ນ 1% ).

ຊຶ່ງລາຍຮັບພູດສູນກາງປະຕິບັດຢູ່ທ້ອງຖິ່ນໄດ້ 2,17ຕື້ກີບ ເທົ່າກັບ 156% ຂອງແຜນດັດແກ້ປະຈໍາປີສົມທຽບໃສ່ໄລຍະດຽວກັນປີຜ່ານມາເຫັນວ່າຫຼຸດລົງ 68%) ແລະລາຍຮັບພູດທ້ອງຖິ່ນ 71,69 ຕື້ກີບ ເທົ່າກັບ 107% ຂອງແຜນດັດແກ້ປະຈໍາປີ ສົມທຽບໃສ່ໄລຍະດຽວກັນປີຜ່ານມາເຫັນວ່າເພື່ມຂຶ້ນ 8%), ຊຶ່ງໃນນີ້ພູດສູນກາງມາປະຕິບັດຢູ່ທ້ອງຖິ່ນ 2,17 ຕື້ກີບ ເທົ່າ ກັບ156% ໃນນັ້ນປະກອບມີ: ລາຍຮັບພາສີ ແລະຊັບສິນເທົ່າກັບ 1,56 ຕື້ກີບ ສົມທຽບໃສ່ແຜນການປີ 127%, ລາຍຮັບກອງກວດກາປະຈຳແຂວງ 1,37 ຕື້ກີບ ສົມ ທຽບໃສ່ແຜນການປີ 214%,ລາຍ ຮັບຈາກຊັບສິນ 0,19 ຕື້ກີບ ສົມ ທຽບໃສ່ແຜນການປີ 32%, ລາຍຮັບບໍ່ແມ່ນພາສີອາກອນ 0,61 ຕື້ກີບ ສົມທຽບໃສ່ແຜນການປີ 356%, ລາຍຮັບບ້ວງຊັບສິນ 0,47 ຕື້ກີບ, ບ້ວງລັດວິສາຫະກິດ 0,14 ຕື້ກີບ ສົມທຽບໃສ່ແຜນການປີ 79%; ລາຍຮັບພູດທ້ອງຖິ່ນ 71,69 ຕື້ກີບ ເທົ່າກັບ 107% ຂອງແຜນດັດແກ້ປະຈໍາປີໃນນັ້ນປະກອບມີລາຍຮັບຈາກສ່ວຍສາອາກອນ 63,88 ຕື້ກີບ ເທົ່າກັບ 108% ຂອງແຜນດັດແກ້ປະຈໍາປີ,ລາຍຮັບບໍ່ແມ່ນສ່ວຍສາອາກອນ 7,81 ຕື້ກີບ ເທົ່າກັບ 96% ຂອງແຜນດັດແກ້ປະຈຳປີໃນນັ້ນບັນດາຫ້ອງການ-ການເງິນເມືອງ 4 ຕົວເມືອງປະຕິບັດໄດ້ຄືເມືອງລະມາມເທົ່າກັບ 4,02 ຕື້ກີບ ທຽບໃສ່ແຜນການປີ 101%, ເມືອງທ່າແຕງເທົ່າກັບ 3,67 ຕື້ກີບ ທຽບໃສ່ແຜນການປີ 105% ເມືອງກະລຶມ ເທົ່າກັບ 3,84 ຕື້ກີບ ທຽບໃສ່ແຜນການປີ102%, ເມືອງດາກຈຶງ ເທົ່າກັບ 3,61 ຕື້ກີບທຽບໃສ່ແຜນການປີ 116%.

  ທ່ານ ວົງມະນີ ແກ້ວນະຄອນ ກ່າວຕື່ມວ່າ: ໂດຍລວມແລ້ວການສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ປີ2020 ຂອງແຂວງເຊກອງແມ່ນສາມາດຈັດຕັ້ງປະຕິ ບັດໄດ້ 71,69 ຕື້ກີບ ເທົ່າກັບ 107% ຂອງແຜນການດັດແກ້ໃນນັ້ນສ່ວຍ ສາອາກອນສາມາດຈັດຕັ້ງປະຕິ ບັດໄດ້ 63,88 ຕື້ກີບ ເທົ່າກັບ 108% ຂອງແຜນການດັດແກ້ ແລະ ຊັບສິນປະຕິບັດໄດ້ 7,81 ຕື້ກີບ ເທົ່າກັບ 96% ; ທັງນີ້ສາຍເຫດທີ່ການຈັດຕັ້ງປະຕິບັດໄດ້ລື່ນແຜນຄັ້ງນີ້ແມ່ນເນື່ອງມາຈາກລາຍຮັບບັງເອີນຈາການອ່ວຍໜີ້ສາມແຈຂອງລັດຖະບານໃນໄລຍະທີໜື່ງຊຶ່ງລາຍຮັບດັ່ງກ່າວແມ່ນໄດ້ຕິດພັນກັບການຊຳລະບັນດາໂຄງການລົງທຶນຂອງລັດຖະບານທີ່ຈັດຕັ້ງປະຕິບັດຢູ່ແຂວງເຊກອງ.