ລວມຍອດຜະລິດຕະພັນພາຍໃນເຊກອງ ບັນລຸ 1.792 ຕື້ກວ່າກີບ

ຂ່າວ:ຸດທະສອນ

   ທ່ານ ສົມພາ ແກ້ວດາວົງ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງລາຍງານໃນກອງປະຊຸມສະຫຼຸບວຽກງານແຜນການ-ການລົງທຶນ ແລະການເງິນປະຈໍາປີ 2020 ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າການເຕີບໂຕທາງດ້ານເສດຖະກິດໃນປີ 2020 ຄາດຄະເນເບື້ອງຕົ້ນລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນໃນລະດັບ 8% ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າຫຼຸດແຜນການທີ່ວາງໄວ້ຫຼາຍພໍສົມຄວນຄື: 3,7%; ຊຶ່ງເຮັດໃຫ້ລວມຍອດພະລິດຕະພັນພາຍ ໃນ (GDP) ເພີ່ມຂຶ້ນພຽງແຕ່ 4,3% ເຮັດໃຫ້ມີມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 1.792,55 ຕື້ ກີບ ແລະ ມີມູນຄ່າ (GDP) ສະເລ່ຍ ໃສ່ປະຊາກອນປະມານ 13,99 ລ້ານກີບ ຫຼື ເທົ່າກັບ 1.728 ໂດລາສະຫະລັດ ຕໍ່ຄົນຕໍ່ປີໃນນັ້ນຂະແໜງກະສິກຳ ແລະ ປ່າໄມ້ເພີ່ມຂຶ້ນ 6,65% ກວມເອົາ 40,94%; ຂະແໜງອຸດສາຫະກຳເພີ່ມຂຶ້ນ 4,00% ກວມເອົາ 23,21%; ຂະແໜງບໍລິການເພີ່ມຂຶ້ນ 1,92% ກວມເອົາ 35, 85% ຂອງ (GDP).

 ທ່ານ ສົມພາ ແກ້ວດາວົງ ໃຫ້ຮູ້ວ່າ: ສາເຫດຕົ້ນຕໍເຫັນວ່າບັນດາຂະແໜງກະສິກໍາ, ອຸດສາຫະກຳ ແລະການບໍລິການບໍ່ບັນລຸຕາມແຜນຍ້ອນມາຈາກສາເຫດການເຕີບ ໂຕເສດຖະກິດມີລັກສະນະຊ້າລົງເນື່ອງຈາກໄດ້ຮັບຜົນກະທົບນອກຕົວ ແລະ ໃນຕົວ 3 ປັດໄຈຫຼັກເປັນຕົ້ນແມ່ນສະພາບການແຜ່ລະບາດຂອງພະຍາດໂຄວິດ-19; ໄພ ທໍາມະຊາດ; ແຫຼ່ງທຶນ ແລະອື່ນໆ.

 ສໍາລັບແຜນການໃນປີ 2021 ຈະສູ້ຊົນເຮັດໃຫ້ອັດຕາການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ(GDP) ເພີ່ມຂຶ້ນໃນລະດັບ 4% ຂຶ້ນໄປທຽບໃສ່ປີຜ່ານມາ, ເຮັດໃຫ້ມີມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 1.863 ຕື້ກີບ ແລະມີມູນຄ່າ (GDP) ສະເລ່ຍໃສ່ປະຊາກອນປະມານ 14,26 ລ້ານກີບ ຫຼື ເທົ່າກັບ 1.761 ໂດລາສະຫະລັດ ໃນນັ້ນຂະແໜງກະສິກຳ ແລະ ປ່າໄມ້ເພີ່ມຂຶ້ນ 7% ກວມເອົາ 41%; ຂະແໜງອຸດສາຫະກຳເພີ່ມຂຶ້ນ 4,5% ກວມເອົາ 23% ແລະຂະແໜງບໍລິການເພີ່ມຂຶ້ນ 3,2% ກວມເອົາ 36% ຂອງ (GDP).