ແຕ່ນີ້ຫາ 2025 ອັດຕະປືຈະສຸມໃສ່ພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານ

  ເພື່ອເປັນການພັດທະນາເສດຖະກິດ-ສັງຄົມຂອງແຂວງອັດຕະປືໃຫ້ມີຄວາມໝັ້ນທ່ຽງ ແລະສ້າງໃຫ້ປະຊາຊົນຢູ່ດີກິນດີຕາມທິດສ້າງສັງຄົມນິຍົມຈາກຮາກຖານຂຶ້ນມາ ໃຫ້ປາກົດຜົນເປັນຈິງເທື່ອລະກ້າວນັ້ນແຕ່ນີ້ຮອດປີ 2025 ແຂວງອັດຕະປື ຈະສຸມໃສ່ການຈັດຕັ້ງປະຕິດບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປີ 5 ຄັ້ງ ທີ IX ຢ່າງມີຈຸດສຸມ ແລະແຜນການອັນລະອຽດ.

  ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈໍາພັກແຂວງຫົວໜ້າຄະນະໂຄສະນາອົບຮົມ ແຂວງອັດຕະປື ໄດ້ກ່າວລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງ ທີ II ສະໄໝທີ XI ທີ່ຫາກໍ່ສໍາເລັດເມື່ອບໍ່ດົນຜ່ານມານີ້ວ່າ: ຄະນະບໍລິຫານງານພັກແຂວງສະໄໝທີ XI ຈະສືບຕໍ່ຊີ້ນໍາ-ນໍາພາວຽກງານຮອບດ້ານຢ່າງໃກ້ສິດຕິດແທບເປັນຕົ້ນ: ການສືບຕໍ່ເພີ່ມທະວີການຊີ້ນໍາ-ນໍາພາສ້າງໃຫ້ມີການຜະລິດເປັນສີນຄ້າຂອງປະຊາຊົນຢ່າງແທ້ຈິງ, ໂດຍອົງການລັດຕ້ອງເປັນເຈົ້າການຊຸກຍູ້ຢ່າງໃກ້ສິດຕິດແທບ ແລະ ມີການສາທິດຕົວຈິງພ້ອມມີການສະຫຼຸບຖອດຖອນບົດຮຽນໃນກັບການປະຕິບັດແຕ່ລະໄລຍະປຄຽງຄູ່ກັບການສົ່ງເສີມການຜະລິດສີນຄ້າຕາມກົນໄກ 2+3.

  ທ່ານນາງ ບຸນນານ ບຸນນະແສງ ກ່າວຕື່ມວ່າ: ໃນອີກ 5 ປີ ໜ້ານີ້ຄະນະບໍລິຫານງານພັກແຂວງຍັງຈະໄດ້ເພີ່ມທະວີສືບຕໍ່ຕັ້ງໜ້າແກ້ໄຂບັນຫາຫຍຸ້ງຍາກທາງດ້ານງົບປະມານເພື່ອເຮັດໃຫ້ຖານະການເງິນຂອງແຂວງນັບມື້ມີຄວາມໝັ້ນທ່ຽງ ແລະດີຂຶ້ນເທື່ອລະກ້າວ, ເປັນເຈົ້າການຕ້ານປາກົດການຫຍໍ້ທໍ້ອັດຊ່ອງຫວ່າງການຫົ່ວໄຫຼທາງ ດ້ານການເງິນ ແລະງົບປະມານຕ່າງໆຢ່າງເດັດຂາດ, ປະຕິດບັດວິໃນແຜນການ-ການເງິນຢ່າງເຂັ້ມງວດ ແລະແກ້ໄຂຜົນການກວດ ສອບບັນຊີຢ່າງຈະແຈ້ງ, ຊຸກຍູ້ແກ້ ໄຂໜີ້ສີນນັບທັງໜີ້ຕ້ອງຮັບ ແລະໜີ້ຕ້ອງສົ່ງຂອງງົບປະມານແຂວງ, ວາງມາດຕະການອັນລະອຽດໃນການປະຕິບັດນະໂຍບາຍປະຢັດມັດທະຢັດຕ້ານການຟຸມເຟືອຍໃນ ທົ່ວປວງຊົນ, ຊຸກຍູ້ສົ່ງເສີມການສ້າງເສດຖະກິດຄອບຄົວໂດຍເລັ່ງໃສ່ເສດຖະກິດຄອບຄົວແບບເປີດກ້ວາງແລະຂະຫຍາຍເປັນຟາມ, ຕິດພັນກັບການປຸງແຕ່ງ ແລະມີຕະ ຫຼາດຮອງຮັບທີ່ໝັ້ນຄົງເພື່ອແກ້ໄຂຊີວິດເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂຶ້ນ, ສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ຮອດ ປີ 2025 ທົ່ວແຂວງສູ້ຊົນເຮັດໃຫ້ອັດຕາຄອບຄົວທຸກຍາກຍັງເຫຼືອບໍ່ເກີນ 14,53% ບ້ານທຸກຍາກຍັງເຫຼືອບໍ່ເກີນ 53,98% ສ້າງຄອບຄົວພັດທະນາໃຫ້ໄດ້ຫຼາຍກວ່າ 74,13 % ຂອງຈໍານວນຄອບຄົວທັງໝົດ, ສ້າງບ້ານພັດທະນາໃຫ້ໄດ້ຫຼາຍກວ່າ 43% ຂອງຈໍານວນບ້ານທັງໝົດໃນທົ່ວແຂວງ,ສ້າງບ້ານໃຫຍ່ໃຫ້ກາຍເປັນສີສັນຕົວເມືອງນ້ອຍໃຫ້ໄດ້ 6 ແຫ່ງແກ້ໄຂການເຄື່ອນຍ້າຍຂອງປະຊາຊົນເກັບກູ້ລະເບີດຍັງບໍ່ທັນແຕກນອກຈາກພື້ນທີ່ບູລິມະສິດເພື່ອຮັບໃຊ້ການທໍາມາຫາກິນຂອງປະຊາຊົນ ແລະໂຄງການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໃຫ້ໄດ້ 2.200 ເຮັກຕາ ກວມເອົາ 85% ຂອງກຸ່ມເປົ້າໝາຍທີ່ໄດ້ຮັບຜົນປະໂຫຍດສືບຕໍ່ສ້າງເມືອງພັດ ທະນາໃຫ້ໄດ້ 3 ເມືອງ, ເອົາໃຈໃສ່ຈັດສັນພູມລໍາເນົາ ແລະອາຊີບໝັ້ນຄົງຫັນການທໍາມາຫາກິນຂອງປະຊາຊົນທີ່ເອື້ອອີງທໍາມະຊາດມາສູນການຜະລິດເປັນສີນຄ້າ. ໂດຍນໍາໃຊ້ນະວະຕະກໍາໃໝ່ເຂົ້າການຜະລິດຄຽງຄູກັບການກວດກາຄືນການປະຕິບັດນະໂຍບາຍກ່ຽວກັບຜະລິດເປັນສີນຄ້າພ້ອມທັງສືບຕໍ່ຈັດຕັ້ງປະຕິບັດວຽກງານອື່ນໆໃຫ້ບັນ ລຸຕາມລະດັບຄາດໝາຍທີ່ວາງໄວ້.