ໄຊຍະບູລີ ຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 1,75 ແສນກວ່າຄົນ

  ແຂວງໄຊຍະບູລີ ໄດ້ວາງຄາດໝາຍດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວໃນໄລຍະປີ 2021 ນີ້ ຈໍານວນ 175.000 ເທື່ອຄົນ ແລະຄາດວ່າຈະສາມາດສ້າງລາຍຮັບຈາກການທ່ອງທ່ຽວ 8,7 ລ້ານໂດລາສະຫະລັດ ຫຼືປະມານ 82 ຕື້ກວ່າກີບ ໂດຍຈະສືບຕໍ່ຊຸກຍູ້ສົ່ງເສີມບັນດາບຸນເທສະການ, ກິດຈະກໍາການທ່ອງທ່ຽວຢູ່ບັນດາເມືອງ ແລະປັບປຸງຂອດການບໍລິການເພື່ອເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວບັນລຸໄດ້ຕາມແຜນການທີ່ວາງໄວ້.

  ແຫຼ່ງຂໍ້ມູນຈາກແຂວງໄຊຍະບູລີໃຫ້ຮູ້ວ່າ: ແຂວງໄຊຍະບູລີມີແຫຼ່ງທ່ອງທ່ຽວຫຼາກຫຼາຍແຫ່ງຊຶ່ງມີທັງແຫຼ່ງທ່ອງທ່ຽວທໍາມະຊາດປະຫວັດສາດແລະວັດທະນະທໍາຊຶ່ງ ເຮັດໃຫ້ຂະແໜງການທ່ອງທ່ຽວຂອງແຂວງໄຊຍະບູລີມີທ່ວງທ່າຂະຫຍາຍຕົວ ແລະຟົດຟື້ນຂຶ້ນຕາມລຳດັບໂດຍເນື່ອງມາຈາກອຳນາດການປົກຄອງແຂວງເອົາໃຈໃສ່ເຜີຍ ແຜ່ ແລະສົ່ງເສີມວັດທະນະທຳຮີດຄອງປະເພນີຂອງບັນດາເມືອງ, ສະເພາະໃນປີ 2020 ຜ່ານມານີ້ໄດ້ມີການສໍາຫຼວດ ແລະຂຶ້ນທະບຽນບັນຊີແຫຼ່ງທ່ອງທ່ຽວໃນທົ່ວແຂວງຄືນໃໝ່ເຊິ່ງມີຈໍານວນເພີ່ມຂຶ້ນຈາກ 96 ແຫ່ງ ເປັນ 194 ແຫ່ງ ໃນນີ້ແຫຼ່ງທ່ອງທ່ຽວທາງທໍາມະຊາດ 107 ແຫ່ງ, ວັດທະນະທໍາ 31 ແຫ່ງ, ປະຫວັດສາດ 11 ແຫ່ງ. 

  ສຳລັບແຜນການໃນປີ 2021 ນີ້ ແຂວງໄຊຍະບູລີ ຈະສືບຕໍ່ຊຸກຍູ້ສົ່ງເສີມສ້າງຜະລິດຕະພັນການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍພ້ອມທັງປັບປຸງການບໍລິການໃຫ້ໄດ້ ມາດຕະຖານ ແລະ ສືບຕໍ່ຊຸກຍູ້ສົ່ງເສີມບັນດາບຸນເທສະການທັງນີ້ກໍເພື່ອດຶງດູດນັກທ່ອງທ່ຽວເຂົ້າມາແຂວງໄຊຍະບູລີໃຫ້ໄດ້ 175.000  ເທື່ອຄົນ ແລະ ສ້າງລາຍຮັບຈາກການທ່ອງທ່ຽວ 8,7 ລ້ານໂດລາສະຫະລັດສົ່ງເສີມການຜະລິດເຄື່ອງຫັດຖະກໍາຂອງບັນດາເມືອງຕິດພັນກັບການພັດທະນາການທ່ອງທ່ຽວແບບປະຊາຊົນມີສ່ວນ ຮ່ວມໃຫ້ໄດ້ 2 ຜະລິດຕະພັນ, ສໍາຫຼວດ-ຈັດສັນ ແລະສ້າງແຜນພັດທະນາການທ່ອງທ່ຽວໃຫ້ໄດ້ 2 ແຫ່ງ (ເມືອງປາກລາຍ ແລະເມືອງໄຊສະຖານ). 

ໂດຍ: ກິ່ງລັດຕະນະ