ຈັບແມ່ຫວຍອອນລາຍຕົ້ມເງິນ 150 ລ້ານກີບ

  ໃນວັນທີ 18 ມີນາ 2021 ເຈົ້າໜ້າທີ່ຕໍາຫຼວດພະແນກຕໍາຫຼວດກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບຄໍາຮ້ອງຟ້ອງຈາກປະຊາຊົນຈໍານວນໜຶ່ງເລື່ອງການສໍ້ໂກງຊັບຂອງພົນລະເມືອງຈາກນັ້ນເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ກວດກາ ແລະເກັບກໍາຂໍ້ມູນຫຼັກຖານຊຶ່ງເຫັນວ່າການກະທໍາ ຂອງແມ່ຫວຍມີຄົບອົງປະກອບການກະທໍາຜິດທາງອາຍາໃນຂໍ້ຫາສໍ້ໂກງຊັບຈຶ່ງໄດ້ນໍາໃຊ້ມາດຕະການກັກຕົວນາງ ປັດຕານີ ອາຍຸ 24 ປີ ອາຊີບຫວ່າງງານປະຈຸບັນພັກເຊົາຢູ່ບ້ານຄໍາສະຫວາດ  ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 31 ມັງກອນ 2021 ເພື່ອນໍາມາສືບສວນ-ສວນສວນຕາມກົດໝາຍ.

 ນາງ ປັດຕານີ ໄດ້ໃຫ້ການຮັບສາລະພາບວ່າ: ໄດ້ມີການເຄື່ອນໄຫວໂຄສະນາຊວນເຊື່ອໂພດການຫຼິ້ນຫວຍທາງອອນລາຍລົງເຟດບຸກມາແຕ່ຕົ້ນເດືອນພະຈິກ 2019;ຊຶ່ງມີຂໍ້ຄວາມທີ່ໂພດລົງນັ້ນແມ່ນໄດ້ບອກກ່ຽວກັບການເຂົ້າຫຼິ້ນຫວຍ ແລະໃຫ້ດອກເບ້ຍສູງເປັນສິ່ງຈູງໃຈເພື່ອດຶງດູດຈິດໃຈຄົນມາຫຼິ້ນ ນັບແຕ່ 5 ແສນກີບ, 1 ລ້ານກີບ, 2 ລ້ານກີບ ແລະ2 ແສນບາດ ຊຶ່ງເຮັດໃຫ້ຫຼົງເຊື່ອເປັນຈໍານວນຫຼາຍ ແລະໄດ້ໂອນເງິນເຂົ້າບັນຊີທະນາຄານຂອງຜູ້ກ່ຽວ, ຈາກນັ້ນກໍໃຫ້ລູກຫວຍເປຍຫວຍໃສ່ດອກເບ້ຍ, ເມື່ອລູກຫວຍເປຍໄດ້ຜູ້ກ່ຽວພັດບໍ່ຈ່າຍເງິນໃຫ້ລູກຫວຍເລີຍ; ຊຶ່ງລວມຍອດເງິນທີ່ຜູ້ກ່ຽວໄດ້ຈາກລູກຫວຍແມ່ນ 151.400.000 ກີບ; ສ່ວນເງິນທີ່ໄດ້ມາກໍ່ເອົາໄປໃຊ້ຈ່າຍໃນຊີວິດປະຈຳວັນ ແລະເອົາໄປໝູນຫວຍສາຍອື່ນ.

  ຕໍ່ກັບຄະດີດັ່ງກ່າວເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍາລັງສືບຕໍ່ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.