ສະຫວັນນະເຂດ ປະກາດຍົກຍ້າຍ-ແຕ່ງຕັ້ງພະນັກງານການນຳ

  ໃນວັນທີ 19 ມີນາ 2021 ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງສະຫວັນນະເຂດໄດ້ຈັດພິທີປະກາດຍົກຍ້າຍ-ແຕ່ງຕັ້ງພະນັກງານການນຳຂອງຫ້ອງວ່າການປົກຄອງແຂວງຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ.

 ທ່ານ ສຸດໃຈ ໄຊຍະວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດວ່າດ້ວຍການຍົກຍ້າຍພະນັກງານ,ໃນນີ້ໄດ້ອະນຸມັດຍົກຍ້າຍທ່ານ ຈິນດາວັນ ບຸດລາສີ ວ່າການຫົວໜ້າຫ້ອງວ່າການປົກຄອງແຂວງໄປປະຈຳການຢູ່ພະແນກພາຍໃນແຂວງ ແລະໄດ້ອະນຸມັດຍົກຍ້າຍທ່ານ ທອງໃສ ໄຊຍະວົງຄຳດີ ຫົວໜ້າເຂດເສດຖະກິດສະຫວັນນະເຂດມາປະຈຳການຢູ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດວ່າດ້ວຍການອະນຸມັດແຕ່ງຕັ້ງ ທ່ານ ທອງໃສ ໄຊຍະວົງຄຳດີ ກຳມະການພັກແຂວງເປັນຫົວໜ້າຫ້ອງວ່າການປົກຄອງແຂວງສະຫວັນນະເຂດ.

  ຈາກນັ້ນ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດກໍ່ມີຄໍາເຫັນໂອ້ລົມວ່າ: ພາຍຫຼັງທີ່ມີກອງປະຊຸມໃຫຍ່ອົງຄະນະພັກແຂວງໄດ້ສຳເລັດລົງໃນທ້າຍປີ 2020 ຈາກນັ້ນກໍ່ມີການສືບຕໍ່ປັບປຸງການຈັດຕັ້ງຂອງແຕ່ລະຂະ ແໜງການກໍ່ຄືພະແນກການຕ່າງໆ, ໄປຕາມທິດນະໂຍບາຍຂອງພັກ-ລັດຖະບານໄດ້ກຳນົດອອກ, ໃນ ນີ້ກໍ່ໄດ້ປະກາດການຈັດຕັ້ງຂັ້ນເມືອງ,ຂັ້ນຂະແໜງການຈໍານວນໜຶ່ງໄປແລ້ວໃນຕໍ່ໜ້າກໍ່ຍັງຈະໄດ້ສືບຕໍ່ປະກາດການຈັດຕັ້ງ,ຖືວ່າການປັບປຸງການຈັດຕັ້ງແມ່ນເປັນວຽກປົກກະຕິທີ່ຕ້ອງໄດ້ເຮັດບ່ອນໃດມີຄວາມຈຳເປັນປັບປຸງຕ້ອງໄດ້ມີການປັງປຸງເພື່ອຮັກສາໃຫ້ການຈັດຕັ້ງມີຄວາມສະຫງົບມີຄວາມເຂັ້ມແຂງ ແລະສາມາດດຳເນີນວຽກ ງານໃຫ້ມີຄວາມຕໍ່ເນື່ອງ, ຊຶ່ງແມ່ນຫຼັກການໜຶ່ງທີ່ຕ້ອງໄດ້ປະຕິບັດ, ສະນັ້ນຈຶ່ງໄດ້ພ້ອມກັນຖືໂອກາດນີ້ປັບປ່ຽນແບບແຜນເຮັດວຽກ, ປັບປ່ຽນກົນໄກໃຫ້ເຂົ້າສູ່ກັບພາລະບົດບາດທີ່ຫ້ອງວ່າການຕ້ອງເປັນເສນາທິການແທ້ໆໃຫ້ກັບການນໍາແຂວງ.

ໜັງສືພິມເສດຖະກິດ-ສັງຄົມ