ທະຫານແຂວງບໍ່ແກ້ວມອບອາວຸດເສິກ ເຂົ້າຫ້ອງວາງສະແດງມູນເຊື້ອ

   ພິທີມອບ-ຮັບອາວຸດເສິກຂອງຈັກກະພັດຜູ້ຮຸກຮານເຂົ້າຫໍວາງສະແດງມູນເຊື້ອແຂວງບໍ່ແກ້ວໄດ້ຈັດຂຶ້ນວັນທີ 22 ມີນາ 2021 ທີ່ແຂວງດັ່ງກ່າວລະຫວ່າງທ່ານ ພັທ ທອງໄຂ ສີຍະລັດ ຫົວໜ້າກອງບັນຊາການທະຫານແຂວງເປັນຜູ້ກ່າວມອບ, ທ່ານ ສົມຄິດ ວົງປັນຍາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງ ທ່ຽວແຂວງບໍ່ແກ້ວ ເປັນຜູ້ກ່າວຮັບມີບັນດານາຍ ແລະ ພົນທະຫານຄະນະຮັບຜິດຊອບອາວຸດເສິກ ແລະ ຄະນະນໍາພະແນກ ຖວທ, ຫົວໜ້າຮອງຫົວໜ້າຂະແໜງພາຍໃນພະແນກ ຖວທ ເຂົ້າຮ່ວມ.

 ທ່ານ ພັທ ຫຸມເພັງ ອິນເປົ່າແກ້ວ ຫົວໜ້າປະຫວັດການທະຫານກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ກ່າວວ່າ: ອາວຸດເສິກທີ່ນໍາມາມອບໃນຄັ້ງນີ້ປະກອບມີປືນ 6 ຊະນິດ ເທົ່າກັບ 6 ກະບອກ ເຊັ່ນ: ປືນບາໂຊກາ, ກາເລັງສິດ, ເບ 40, ແອມ 16, ແອມ2 ແລະປຶນກຸລັດ,ຊຶ່ງຍຶດໄດ້ຈາກສັດຕູຜູ້ຮຸກຮານນໍາເຂົ້າມາຕໍ່ສູ້ກັບກອງທັບ ປະຊາຊົນລາວບັນດາເຜົ່າໃນສະໄໝຕໍ່ສູ້ປົດປ່ອຍຊາດ.

  ປະຈຸບັນໄດ້ນໍາມາວາງສະແດງເພື່ອໃຫ້ນັກຮຽນ, ນັກສຶກສາປັນຍາຊົນ, ນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ ແລະພໍ່ແມ່ປະຊາຊົນບັນດາເຜົ່າໄດ້ເຂົ້າຊົມສຶກສາມູນເຊື້ອພິລະອາດຫານຂອງກອງທັບປະຊາຊົນລາວພາຍໃຕ້ການຊີ້ນໍາໆພາຂອງພັກປະຊາຊົນປະຕິວັດລາວຍາດມາໄດ້.

ຂ່າວມະນິດ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ