ອົງການກວດສອບພາກເໜືອຮັບນາມມະຍົດໜ່ວຍພັກປອດໃສ

  ເມື່ອວັນທີ 19 ມີນາ 2021 ທີ່ຫ້ອງປະຊຸມອົງການສອບພາກເໜືອໄດ້ມີພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັໜ້ນໃຫ້ແກ່ໜ່ວຍພັກອົງການ ກວດສອບພາກເໜືອ ຄັ້ງທີ 3 ປະຈໍາປີ 2020 ໂດຍການເຂົ້າຮ່ວມຂອງ ສະຫາຍ ມອນໄຊ ລ່າວມົ່ວ ຊົງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຫຼວງພະບາງ ສະຫາຍ ຊົມຊື່ນ ໄຊເກີຢ່າຈົ່ງຕົວ ເລຂາໜ່ວຍພັກອົງການກວດສອບພາກເໜືອມີແຂກຮັບເຊີນ, ໜ່ວຍພັກອ້ອມຂ້າງ ແລະສະມາຊິກພັກເຂົ້າຮ່ວມ.

   ພິທີໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນປະຈຳປີ 2020 ແລະແຜນທິດທາງປີ 2021 ໜ່ວຍພັກອົງການກວດສອບພາກເໜືອມີສະມາຊິກພັກທັງໝົດ 22 ສະຫາຍ, ຍິງ 6 ສະຫາຍ, ໃນໄລຍະ 1 ປີຜ່ານມາ ໜ່ວຍພັກໄດ້ສຸມໃສ່ຈັດຕັ້ງປະຕິບັດຕາມເນື້ອໃນຄຳສັ່ງແນະນຳຂອງກົມການເມືອງສູນກາງພັກສະບັບເລກທີ 01/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະປະຕິບັດຕາມເນື້ອໃນຂໍ້ແຂ່ງຂັນສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນຄະນະຈັດຕັ້ງສູນກາງພັກໄດ້ວາງໄວ້ໂດຍຖືເອົາການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ້ສະມາຊິກພັກພະນັກງານເປັນກົກ, ອັນໄດ້ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ມີຄວາມສາມັກຄີເປັນເອກະພາບສູງພາຍໃນພັກເຊື້ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ມີການປັບປຸງແບບແຜນການນຳພາ ແລະວິທີການເຮັດວຽກແບ່ງວຽກໃຫ້ແຕ່ລະສະຫາຍຮັບຜິດຊອບຢ່າງຂາດຕົວຕິດພັນກັບການຊຸກຍູ້ສົ່ງເສີມວຽກງານອົງການຈັດຕັ້ງມະຫາຊົນໃຫ້ໄດ້ເຄື່ອນໄຫວຕາມພະລະບົດບາດຂອງຕົນ, ເຮັດໃຫ້ວຽກງານວິຊາສະເພາະສຳເລັດທຸກການມອບໝາຍ, ຜ່ານການຕີລາຄາປະເມີນຜົນປະເພດໜ່ວຍພັກ ແລະສະມາຊິກພັກໄດ້ປະເພດແຂງກວມເອົາ 95% ຂອງສະມາຊິກພັກທັງໝົດ.

 ເພື່ອຢັ້ງຢືນຜົນງານ ແລະຜົນສຳເລັດທີ່ຄະນະພັກ ແລະສະມາຊິກພັກຍາດມາໄດ້ນັ້ນ ສະຫາຍ ມອນໄຊ ລ່າວມົ່ວຊົງ ກໍໄດ້ໃຫ້ກຽດມອບໃບຢັ້ງຢືນນາມມະຍົດໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນໃຫ້ແກ່ໜ່ວຍພັກອົງການກວດສອບພາກເໜືອເປັນຄັ້ງທີ 3 ປະຈໍາປີ 2020 ພ້ອມທັງໄດ້ມີຄຳເຫັນເນັ້ນໃຫ້ຄະນະພັກ ແລະສະມາຊິກພັກ ທຸກສະຫາຍຕ້ອງເອົາໃຈໃສ່ຖືເອົາການວຽກງານການເມືອງ-ແນວ ຄິດເປັນກົກໃນການສຶກສາອົມຮົມໃຫ້ສະມາຊິກພັກ-ພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຊັດຊື່ບໍລິສຸດຕໍ່ໜ້າທີ່ວຽກງານ, ເປັນແບບຢ່າງນຳໜ້າໃນການປະຕິບັດກົດລະບຽບຂອງພັກ-ກົດໝາຍຂອງລັດ ພ້ອມນັ້ນຕ້ອງເປັນເຈົ້າການຖືເອົາວຽກງານການເມືອງ-ແນວຄິດເປັນກົກໃນການຊີ້ນຳ-ນຳພາ ແລະສືບຕໍ່ຮັກສາມູນເຊື້ອໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນໄວ້ໃຫ້ໝັ້ນຄົງຕະຫຼອດໄປ.

ຂ່າວເພັດສາຄອນ ສິມມະວົງ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ