ເມືອງວຽງຄໍາ ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ

ຂ່າວ: ທອງເວີນ

 ເມື່ອບໍ່ດົນຜ່ານມານີ້ຫ້ອງວ່າການປົກຄອງ ເມືອງວຽງຄຳ ແຂວງວຽງຈັນ ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງໂດຍການເປັນປະທານຂອງທ່ານ ນາງ ບົວໄຫຼ ຈັນທະວົງ ປະທານສະຫະພັນແມ່ຍິງເມືອງວຽງຄຳ, ມີທ່ານ ພອນເພັດ ຈິດຕະວົງ ປະທານແນວລາວສ້າງຊາດເມືອງວຽງຄຳທ່ານ ນາງ ສົມພອນ ສຸທຳ ມະວົງ ຮອງປະທານສະຫະພັນແມ່ຍິງແຂວງວຽງຈັນມີບັນດາຄະນະໜ່ວຍແມ່ຍິງຫ້ອງການ, ມີຄະນະສະຫະພັນແມ່ຍິງຂັ້ນບ້ານພາຍໃນເມືອງວຽງຄຳເຂົ້າຮ່ວມ.

  ທ່ານ ນາງສົມພອນ ສຸທຳມະວົງ ຮອງປະທານສະຫະພັນແມ່ຍິງແຂວງວຽງຈັນໄດ້ຫວນຄືນເລົ່າມູນເຊື້ອປະຫວັດຄວາມເປັນມາຂອງວັນທີ 8 ມີນາ 1910 ຄົບຮອບ 111 ປີ ແລະຖືເອົາວັນທີ 8 ມີນາ ຂອງທຸກໆປີເປັນວັນແມ່ຍິງສາກົນໂດຍແມ່ນເຫດການກາງເມືອງທີ່ສຳຄັນເປັນບາດກ້າວແຫ່ງໄຊຊະນະອັນພື້ນຖານຂອງຂະບວນ ການແມ່ຍິງສາກົນເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັບເພດຊາຍທວງໃຫ້ພວກນາຍທຶນ ແກ້ໄຂຊົນຊັ້ນວິກິດການຢູ່ພາຍໃຕ້ຄຳຂວັນ (ເຮັດວຽກຜູ້ໜຶ່ງ 8 ຊົ່ວໂມງ) ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນຕ້ອງມີລະບົບປ້ອງກັນສຸຂະ ພາບຂອງແມ່ຍິງ ແລະເດັກນ້ອຍດ້ານສັງຄົມຮຸກຮານປົກປັກຮັກສາສັນຕິພາບຂອງໂລກພ້ອມທັງຍົກໃຫ້ເຫັນທາດແທ້ ແລະບົດບາດຄວາມສຳຄັນຂອງແມ່ຍິງລາວບັນດາເຜົ່າທີ່ອຸທິດເລືອດເນື້ອເພື່ອປົກປັກຮັກສາພັດທະນາປະເທດຊາດຕໍ່ສູ້ຄຽງບ່າຄຽງໄຫຼ່ກັບເພດຊາຍຕະຫຼອດມາ.

  ໃນກອງປະຊຸມທ່ານ ນາງບົວໄຫຼ ຈັນທະວົງ ປະທານສະຫະພັນແມ່ຍິງເມືອງວຽງຄຳໄດ້ຝຶກອົບຮົມລົງເລິກຄວາມຮູ້ພື້ນຖານກ່ຽວກັບທັດສະນະຂອງພັກຕໍ່ວຽກງານແມ່ຍິງ, ມາລະຍາດທາງສັງຄົມຄວາມສະເໝີພາບລະຫວ່າງຍິງຊາຍ ຄວາມຮູ້ພື້ນຖານຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍຄວາມຮູ້ພື້ນຖານການສະກັດກັ້ນການຄ້າມະນຸດ.

 ນອກນັ້ນຍັງເວົ້າເຖິງສິດ, ໜ້າທີ່, ພາລະບົດບາດ, ແບບແຜນວິທີ່ນຳພາ ແລະວິທີເຮັດວຽກຂອງຄະນະສະຫະພັນແມ່ຍິງ ແລະບາດກ້າວການຮັບມະຫາຊົນຜູ້ກາວໜ້າເຂົ້າເປັນສະມາຊິກແມ່ຍິງລາວພ້ອມທັງເຜີຍແຜ່ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງໃນປີ 2004 ກົດໝາຍສະຫະພັນແມ່ຍິງລາວປີ 2013 ກົດ ໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍປີ 2014 ກົດໝາຍວ່າດ້ວຍການພັດທະນາ ແລະປົກປ້ອງແມ່ຍິງປີ 2016 ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດປີ 2015 .

  ໃນຕອນທ້າຍກອງປະຊຸມທ່ານ ພອນເພັດ ຈິດຕະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ວຽກງານການຝຶກອົບຮົມຄັ້ງນີ້ພ້ອມທັງຊີ້ທິດເຍືອງທາງເຖິງຄະນະສະຫະພັນແມ່ຍິງທຸກຂັ້ນຈົ່ງພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມຄວາມຮັບຜິດຊອບພ້ອມກັນນຳເອົາຂໍ້ກຳນົດກົດລະບຽບ ແລະ ກົດໝາຍຂອງລັດໄປຜັນຂະຫຍາຍໃຫ້ກວ້າງຂວາງ ແລະເຂັ້ມແຂງຢ່າງແທ້ຈິງ.